Skip to main content

ທັບນັກກິລາຊັອບເທັນນິດລາວ ພ້ອມແລ້ວຈະສ້າງຜົນງານໃຫ້ປະເທດຊາດ ໃນເອຊຽນເກມ ຄັ້ງທີ 20 ຢູ່ຍີ່ປຸ່ນ

16/09/2026
ໃນຕອນເຊົ້າວັນທີ 15 ກັນຍາ 2026 ທີ່ຮ້ານອາຫານເລີ ປາແດກ ບ້ານນາໄຊ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ສະຫະພັນກິລາຊັອບເທັນນິດແຫ່ງຊາດລາວ ໄດ້ຈັດພາເຂົ້າສາມັກຄີ ເພື່ອລ້ຽງສົ່ງທັບນັກກິລາຊັອບເທັນນິດທີມຊາດລາວ ກຽມອອກເດີນທາງເຂົ້າຮ່ວມການແຂ່ງຂັນງານມະຫາກຳກິລາເອຊຽນເກມ ຄັ້ງທີ 20 ຫຼື 20th Asian Games Aichi-Nagoya 2026 ລະຫວ່າງວັນທີ 19 ກັນຍາ ຫາ 4 ຕຸລາ 2026 ທີ່ເມືອງນາໂກຢາ ປະເທດຍີ່ປຸ່ນ ຮັບກຽດເປັນເຈົ້າພາບ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊຍະເດດ ວົງໄຊ ປະທານສະຫະພັນຊັອບເທັນນິດແຫ່ງຊາດລາວ.
ໂອກາດນີ້, ທ່ານ ໄຊຍະເດດ ວົງໄຊ ໃຫ້ສຳພາດວ່າ: ສຳລັບການກຽມຄວາມພ້ອມທັບນັກກິລາຊັອບເທັນນິດລາວ ເລີ່ມຕົ້ນມາແຕ່ປີກາຍນີ້ແລ້ວ ໂດຍໄດ້ມີຄູຝຶກຈາກ ສ.ເກົາຫຼີ ທີ່ໄດ້ຮັບໂຄຕ້າການຊ່ວຍສະໜັບສະໜູນ ໃນການຝຶກຊ້ອມນັກກິລາ. ເຊິ່ງເພິ່ນໄດ້ມາຝຶກຊ້ອມໃຫ້ນັກກິລາລາວ 10 ກວ່າປີແລ້ວ, ສະນັ້ນ ການກຽມຄວາມພ້ອມເທື່ອນີ້ ເພິ່ນກໍໄດ້ອຳນວຍຄວາມສະດວກໃນການສົ່ງຄູຝຶກຈາກ ສ.ເກົາຫຼີ ມາຝຶກຊ້ອມໃຫ້ເປັນເວລາ 2 ເດືອນເຕັມ ໂດຍໄດ້ເລີ່ມຕັ້ງແຕ່ຕົ້ນປີຈົນມາຮອດປັດຈຸບັນ ເຊິ່ງມີຄູຝຶກຄົນລາວ ເປັນຊ່ວຍຝຶກຊ້ອມນຳກັນ ໃນອາທິດໜຶ່ງ 4 ຄັ້ງ ເຮັດໃຫ້ນັກກິລາຊັອບເທັນນິດລາວມີຄວາມພ້ອມຮອບດ້ານ ແລະ ພ້ອມແລ້ວຈະເຂົ້າຮ່ວມສ້າງຜົນງານໃຫ້ປະເທດຊາດໃນງານດັ່ງກ່າວ.
ໃນການເຂົ້າຮ່ວມງານເອຊຽນເກມຄັ້ງນີ້ ທາງເຈົ້າພາບ ກຳນົດໃຫ້ມີການຂີງໄຊ 7 ລາຍການ ສະເພາະ ນັກກິລາລາວ ສົ່ງຮ່ວມແຂ່ງຂັນທັງໝົດ 6 ຄົນ ລົງຊີງໄຊ 5 ລາຍການ ຈາກປະເພດ: ທີມຊາຍ, ດ່ຽວຊາຍ, ດ່ຽວຍິງ, ຄູ່ປະສົມ ແລະ ຄູ່ຊາຍ ແນ່ນອນ ພວກເຮົາກໍມີຄວາມຫວັງຢູ່ແລ້ວ. ແຕ່ຄືບັນດາທ່ານຮູ້ກັນແລ້ວວ່າ ກິລາປະຈຳເອຊຽນເກມ ເປັນກິລາທີ່ຂ້ອນຂ້າງໃຫຍ່ພໍສົມຄວນ ເຊິ່ງຈະມີຕົວເຕັງຈາກປະເທດເຈົ້າພາບ ຍີ່ປຸ່ນ, ໄຕ້ຫວັນ ແລະ ສ.ເກົາຫຼີ ລ້ວນແຕ່ມີຄວາມສາມາດ ແລະ ເກັ່ງໆ. ສະນັ້ນ ສິ່ງທີ່ພວກເຮົາຄາດຫວັງໃນຕອນນີ້ ແມ່ນຈະສູ້ຊົນໃຫ້ໄດ້ 1 ຫຼຽນທອງ. ແຕ່ເຖິງຢ່າງໃດກໍດີ, ໃນນາມປະທານສະຫະພັນ ຂໍຝາກເຖິງນັກກິລາລາວ ທີ່ຈະອອກໄປແຂ່ງຂັນຢູ່ປະເທດດັ່ງກ່າວ ເຖິງວ່າທີມລາວເຮົາຍັງບໍ່ທັນໄດ້ຕິດອັນດັບຕົ້ນໆຂອງອາຊີ, ແຕ່ຖ້າທຽບຈາກຜົນງານປະຫວັດເກົ່າທີ່ຜ່ານມາ ກໍເຄີຍຍາດໄດ້ຫຼຽນທອງ ໃນງານກິລາ ຊີເກມ ທີ່ປະເທດຟີລິບປິນ ແລະ ປະເທດກຳປູເຈຍ ຍາດມາໄດ້ 3 ຫຼຽນທອງ. ສະນັ້ນ ຢາກໃຫ້ພໍ່ແມ່ພີ່ນ້ອງຊາວລາວ ຮ່ວມສົ່ງກຳລັງໃຈເຊຍໃຫ້ທັບນັກກິລາລາວ ສ້າງຜົນງານໄດ້ສົມດັ່ງຄາດຫວັງໄວ້.
ສຳລັບການເດີນທາງຂອງທັບນັກກິລາຊັອບເທັນນິດລາວ ເຂົ້າຮ່ວມງານດັ່ງກ່າວ ແມ່ນໃນຕອນແລງມື້ນີ້ ວັນທີ 15 ກັນຍາ 2026 ທີ່ສະໜາມບິນສາກົນວັດໄຕ ແຕ່ການແຂ່ງຂັນແທ້ໆ ຈະເລີ່ມໃນລະຫວ່າງວັນທີ 18-23 ກັນຍາ 2026 ນຳໂດຍທ່ານ ໄຊຍະເດດ ວົງໄຊ ປະທານສະຫະພັນກິລາຊັອບເທັນນິດແຫ່ງຊາດລາວ, ທ່ານ ອານັນດາ ຄໍາພູມີ ຮອງເລຂາທິການສະຫະພັນກິລາຊັອບເທັນນິດແຫ່ງຊາດລາວ ແລະ ທັງເປັນຄູຝຶກ ສ່ວນນັກກິລາ ປະກອບມີທ້າວ ວຽງທອງ ພຽນວິຫານ, ທ້າວ ແບັກກີ້ ວົງພັກດີ, ທ້າວ ພັດທະນາ ຫຼວງສີສົມບັດ, ທ້າວ ສະຖາພອນ ສິມມາລາວົງ, ທ້າວ ແສນທະນົງຫວັດ ປະສົມສຸກ ແລະ ນາງ ສຸວະນັນ ຮັກໜໍ່ລາດ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ