ແຂວງໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ ພ້ອມປະກາດການຈັດຕັ້ງຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳແຂວງ ຊຸດໃໝ່

ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບວຽກງານກິລາ-ກາຍຍະກຳ, ປະກາດການຈັດຕັ້ງຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງຊຸດໃໝ່, ປຶກສາຫາລືປະເພດກິລາ ເຂົ້າຮ່ວມງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII ປີ 2027 ທີ່ແຂວງເຊກອງ ຂຶ້ນໃນຕອນເຊົ້າຂອງວັນທີ 15 ກັນຍາ 2026 ນີ້ ທີ່ສະໂມສອນຂອງພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍການເປັນປະທານຂອງທ່ານ ນາງ ເພັດສະໄໝ ໂພໄຊຍະວົງ, ຮອງປະທານຄະນະກຳມະການປົກຄອງ ແຂວງ, ປະທານຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງໄຊສົມບູນ, ມີ ທ່ານ ພຸດລຳໄພ ທຽມພຣະສອນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ຮອງປະທານຄະນະບໍລິຫານງານສະມາຄົມກິລາ-ກາຍະກຳແຂວງ, ມີບັນດາປະທານສະຫະພັນກິລາ, ຜູ້ຕາງໜ້າສະຫະພັນກິລາປະເພດຕ່າງໆ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມ ຊຶ່ງກອງປະຊຸມໃນຄັ້ງນີ້ ຈຸດປະສົງ ເເມ່ນເພື່ອປະກາດການຈັດຕັ້ງຄະນະບໍລິຫານງານສະມາຄົມ ກິລາ-ກາຍະກຳແຂວງ (ຊຸດໃໝ່), ຄົ້ນຄວ້າປັບປຸງບາງສະຫະພັນກິລາຂອງແຂວງ ແລະ ຮ່ວມກັນຄົ້ນຄ້ວາ, ປຶກສາຫາລື ເພື່ອກຳນົດປະເພດກິລາ ກຽມເຂົ້າຮ່ວມງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VIII ປີ 2027 ທີ່ແຂວງເຊກອງ ໃຫ້ມີຄວາມເໝາະສົມກັບສະພາບຄວາມເປັນຈິງ ພ້ອມດຽວກັນນີ້ ທ່ານ ຍັງໄດ້ສະເໜີໃຫ້ພະແນກສຶກສາທິການ ແລະ ກິລາ ແຂວງ ປະສານສົມທົບກັບບັນດາສະຫະພັນກິລາ ຄົ້ນຄວ້າ ແລະ ເລືອກເອົາປະເພດກິລາ ທີ່ເປັນຈຸດແຂງຂອງແຂວງ ສຸມໃສ່ “ປະເພດກິລາທີ່ມີຄຸນນະພາບ, ວາງແຜນຄັດເລືອກນັກກິລາ ຈາກບັນດາໂຮງຮຽນຕ່າງໆໃນທົ່ວແຂວງ ແຕ່ຫົວທີ ແລະ ຝຶກຊ້ອມຢ່າງເປັນລະບົບ, ເອົາໃຈໃສ່ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະຂອງຄູຝຶກ ໃຫ້ມີຄວາມຊໍານານງານ ເພື່ອຝຶກຊ້ອມນັກກິລາ ໃຫ້ຮັບປະກັນທັງດ້ານປະລິມານ ແລະ ຄຸນນະພາບ, ພ້ອມທັງສ້າງແຜນງົບປະມານຮັບໃຊ້ຢ່າງລະອຽດ, ໂປ່ງໃສ. ຄຽງຄູ່ກັບງົບປະມານຂອງລັດ ພ້ອມນີ້ ທ່ານ ຍັງໄດ້ຮຽກຮ້ອງໃຫ້ບັນດາພະແນກການ, ອົງການ-ກົມກອງ ບັນດາເມືອງ ແລະ ບັນດາໂຮງຮຽນ ເອົາໃຈໃສ່ສົ່ງເສີມ ແລະ ອໍານວຍຄວາມສະດວກ ໃຫ້ນັກຮຽນ-ນັກກິລາ ໄດ້ມີເວລາຝຶກຊ້ອມ ໂດຍບໍ່ໃຫ້ກະທົບຕໍ່ກັບການຮຽນ-ການສອນ.
ຈາກນັ້ນ ທ່ານ ພຸດລໍາໄພ ທຽມພຣະສອນ ໄດ້ລາຍງານການເຄື່ອນໄຫວວຽກງານທີ່ພົ້ນເດັ່ນ ໃນໄລຍະ 5 ປີ ຜ່ານມາ ເປັນຕົ້ນແມ່ນ ໄດ້ສົ່ງຄະນະນໍາ, ຄູຝຶກ ແລະ ນັກກິລາ ບານເຕະ ເຂົ້າຮ່ວມແຂ່ງຂັນກິລາ ບານເຕະ ທົ່ວປະເທດ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ທີ່ນະຄອນຫຼວງວຽງຈັນ ສາມາດເຂົ້າເຖິງຮອບ 8 ທິມ, ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ປີ 2022 ທີ່ແຂວງຊຽງຂວາງ ຄື: ແລ່ນ-ລານ, ບານເຕະ, ເປຕັງ, ໜ້າເກັກ, ໝາກຂ່າງ, ໝາກເສິກ, ຍິງທະນູ ແລະ ກ໊ອບ ສາມາດຍາດໄດ້ 8 ຫຼຽນຄໍາ, 4 ຫຼຽນເງິນ ແລະ 2 ຫຼຽນທອງ ລວມ 14 ຫຼຽນ, ເຂົ້າຮ່ວມງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ III ປີ 2022 ທີ່ແຂວງຊຽງຂວາງ ຄື: ແລ່ນ-ລານ ແລະ ຍົກນໍ້າໜັກ ສາມາດຍາດໄດ້ 09 ຫຼຽນຄໍາ, 06 ຫຼຽນເງິນ ແລະ 03 ຫຼຽນທອງ ລວມ 18 ຫຼຽນ, ເຂົ້າຮ່ວມງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ຄື: ແລ່ນ-ລານ, ບານເຕະ, ເປຕັງ, ບານສົ່ງ, ກະຕໍ້, ໜ້າເກັກ ແລະ ໝາກເສິກ ຍາດໄດ້ 01 ຫຼຽນທອງ, ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ປີ 2025 ທີ່ນະຄອນຫຼວງວຽງຈັນຄື: ແລ່ນ-ລານ, ໜ້າເກັກ, ໝາກຂ່າງ, ເປຕັງ, ໝາກເສິກ ແລະ ກິລາກ໊ອບ ສາມາດຍາດໄດ້ 2 ຫຼຽນທອງ, ເຂົ້າຮ່ວມງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ປີ 2025 ທີ່ນະຄອນຫຼວງວຽງຈັນ ຄື: ແລ່ນ-ລານ ແລະ ຍົກນໍ້າໜັກ ສາມາດຍາດໄດ້ 2 ຫຼຽນເງິນ ແລະ ຈັດການແຂ່ງຂັນກິລາ ບານເຕະ, ເປຕັງ, ໜ້າເກັກ, ຕີໝາກຂ່າງ ເພື່ອສະເຫຼີມສະຫຼອງວັນບຸນສໍາຄັນຕ່າງໆ ຂອງ ຊາດ ແລະ ຂອງສາກົນ ເປັນປະຈຳທຸກໆປີ.
ນອກນີ້, ກອງປະຊຸມ ຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳແຂວງ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ສະຫະພັນກິລາບານເຕະ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງສະຫະພັນກິລາແລ່ນ-ລານ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ສະຫະພັນກິລາ ເປຕັງ (ຊຸດໃໝ່) ຕື່ມອີກ.
ຈາກນັ້ນ ຜູ້ເຂົ້າຮ່ວມ ກໍໄດ້ປະກອບຄໍາເຫັນໃສ່ບົດສະຫຼຸບ, ບັນດາຮ່າງຂໍ້ຕົກລົງ ແລະ ຄົ້ນຄວ້າປຶກສາຫາລືກະກຽມປະເພດກິລາ ເຂົ້າຮ່ວມງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VIII ປີ 2027 ທີ່ແຂວງເຊກອງ ທັງນີ້ ກໍເພື່ອເຮັດໃຫ້ວຽກງານກິລາ-ກາຍຍະກຳ ມີຄວາມສອດຄ່ອງ ແລະ ບັນລຸຕາມແຜນການ ທີ່ວາງໄວ້.
ບກ: ຈິນລະວອນ ວໍລະສົມບູນ
ພາບ-ຂ່າວ: ນ. ບັງອອນ ເພັດມະນີ

