ຫາລື ກຽມຍົກລະດັບວຽກງານໂຄສະນາວິດີໂອເພດສຶກສາ ຜ່ານສື່ວິທະຍຸ ແລະ ໂທລະພາບ ປະຈຳປີ 2026
16/09/2026

ເມື່ອວັນທີ 14 ກັນຍາ 2026 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ໄຂກອງປະຊຸມກະກຽມກ່ອນການຝຶກອົບຮົມວຽກງານໂຄສະນາເພດສຶກສາ ຜ່ານທາງວິທະຍຸ, ໂທລະພາບ ແລະ ສື່ອື່ນໆ ສຳລັບແຂວງຜົ້ງສາລີ ແລະ ແຂວງບໍລິຄຳໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໂອລົດ ແສນອາສາ ຮັບຜິດຊອບແຜນງານ ເພດສຶກສາ UNFPA ປະຈຳລາວ, ມີຜູ້ຕາງໜ້າຈາກສະຖານີໂທລະພາບ, ສະຖານີວິທະຍຸ ໃນສູນກາງ, ສູນສື່ການຮຽນ-ການສອນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວຈັດຂຶ້ນເປັນເວລາ 2 ວັນ ລະຫວ່າງວັນທີ 14-15 ກັນຍາ 2026 ໃນກອງປະຊຸມວັນທຳອິດ (14 ກັນຍາ 2026), ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີກ່ຽວກັບຄວາມສຳຄັນຂອງສື່ວິດີໂອປະກອບການສອນເພດສຶກສາ ຊັ້ນມັດທະຍົມ ຈາກຕາງໜ້າອົງການ UNFPA ປະຈຳລາວ. ຈາກນັ້ນ ທ່ານ ນາງ ມີໄຊສະຫວັດ ແສງສະຫວ່າງ ຈາກ ສວສ ໄດ້ແນະນຳຜູ້ເຂົ້າຮ່ວມ, ເຜີຍແຜ່ວາລະກອງປະຊຸມ ແລະ ນຳສະເໜີວິດີໂອເພດສຶກສາທັງສອງພາສາ. ນອກຈາກນີ້, ຍັງໄດ້ມີການປຶກສາຫາລືຮ່ວມກັນກ່ຽວກັບວິທີການເຜີຍແຜ່ວິດີໂອຜ່ານສື່ຕ່າງໆ ໂດຍສະເພາະການເຜີຍແຜ່ຜ່ານສະຖານີໂທລະພາບ ແລະ ສະຖານີວິທະຍຸຈາກຜູ້ຮັບຜິດຊອບຕົວຈິງ.
ສ່ວນໃນວັນທີ 2 ວັນທີ 15 ກັນຍາ 2026 ກອງປະຊຸມໄດ້ສືບຕໍ່ປຶກສາຫາລືກ່ຽວກັບວິທີເຜີຍແຜ່ຜ່ານຊ່ອງທາງອື່ນໆ, ການແບ່ງຄວາມຮັບຜິດຊອບ, ການແລກປ່ຽນຄຳຄິດເຫັນ, ພ້ອມທັງຜ່ານບົດບັນທຶກ ແລະ ຮັບຮອງເອົາທິດທາງຮ່ວມກັນ.
ແຕ່ປີ 2016 ເປັນຕົ້ນມາ ສວສ ຮ່ວມກັບແຜນງານບີຄວາ ແລະ ອົງການໄຈກາ ໄດ້ມີການພັດທັດທະນາຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມີຄູ ຊັ້ນປະຖົມສຶກສາ ເຊິ່ງປັດຈຸບັນນີ້ ການພັດທະນາປຶ້ມແບບຮຽນ ແລະ ຄູ່ມືຄູຂັ້ນ ປ.1-ປ.5 ແຕ່ລະວິຊາແມ່ນໄດ້ສໍາເລັດແລ້ວ ໃນປີ 2023 ພ້ອມໄດ້ມີການຝຶກອົບຮົມການນໍາໃຊ້ໃຫ້ແກ່ຄູສອນໃນຂອບເຂດທົ່ວປະເທດ.
ໃນນັ້ນ ກໍໄດ້ບັນຈຸເນື້ອໃນກ່ຽວກັບເພດສຶກສາທີ່ຈຳເປັນ ເຂົ້າໃນຫຼັກສູດວິຊາວິທະຍາສາດ ແລະ ສິ່ງແວດລ້ອມ, ວິຊາຄຸນສົມບັດສຶກສານັບແຕ່ ປ.1 ເຖິງ ປ.5 ຕາມຄວາມເໝາະສົມກັບອາຍຸຂອງນັກຮຽນ ແລະ ສອດຄ່ອງກັບຮີດຄອງປະເພນີອັນດີງາມຂອງລາວເຮົາ. ເພື່ອເຮັດໃຫ້ເນື້ອໃນກ່ຽວກັບເພດສຶກສາມີຄວາມຕໍ່ເນື່ອງລະຫວ່າງຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມສຶກສາ.
ທາງ ສວສ ກໍມີແຜນທີ່ຈະປັບປຸງຫຼັກສູດຊັ້ນມັດທະຍົມສຶກສາຄືນໃໝ່ ເຊິ່ງເປັນໂອກາດດີທີ່ໄດ້ນໍາເອົາເນື້ອໃນຄວາມຮູ້ດັ່ງກ່າວບັນຈຸເຂົ້າໃນຫຼັກສູດຊັ້ນມັດທະຍົມສຶກສາ ທີ່ຈະມີການປັບປຸງໃນທ້າຍປີ 2025 ແລະ ກຽມຄວາມພ້ອມຄູຝຶກຂັ້ນສູກກາງນໍາເອົາເນື້ອໃນເພດສຶກສາ ແລະ ສື່ວິດີໂອປະກອບການສອນ ເຂົ້າໃນວິຊາວິທະຍາສາດທໍາມະຊາດ, ຊີວະວິທະຍາ ແລະ ສຶກສາພົນລະເມືອງ ຊັ້ນມັດທະຍົມສຶກສາ ເພື່ອເຮັດໃຫ້ນັກຮຽນຊັ້ນມັດທະຍົມສຶກສາໄດ້ສຶກສາຮໍ່າຮຽນພ້ອມກັນໃນຂອບເຂດທົ່ວປະເທດ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ












