ອົງການສຸພານິມິດສາກົນ ສະຫຼຸບໂຄງການ 6 ເດືອນທ້າຍປີ 2026 ແລະ 5 ປີ (2022–2026) ຢູ່ເມືອງສະໜາມໄຊ

ວັນທີ 16 ກັນຍາ 2026, ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື, ອົງການສຸພານິມິດສາກົນ ປະຈຳ ສປປ ລາວ (World Vision International) ໄດ້ຈັດກອງປະຊຸມສະຫຼຸບ ແລະ ຕີລາຄາຜົນການຈັດຕັ້ງປະຕິບັດກິດຈະກຳ ຂອງໂຄງການພັດທະນາເດັກກ່ອນໄວຮຽນ ແລະ ປັບປຸງຄຸນນະພາບການສຶກສາ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໄລຍະ 6 ເດືອນທ້າຍປີ 2026 (ເມສາ-ກັນຍາ 2026) ແລະ ສະຫຼຸບຜົນງານ 5 ປີ (1 ຕຸລາ 2022 – 30 ກັນຍາ 2026), ພ້ອມທັງມີພິທີມອບໃບຍ້ອງຍໍໃຫ້ແກ່ອົງການ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ,ໂດຍການເປັນປະທານຮ່ວມຂອງ ທ່ານ ກໍລະກັນ ສົມພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ແລະ ທ່ານ ຄຳສຸລິດ ຫົງສົມບັດ ຫົວໜ້າຫ້ອງການປະສານງານ ອົງການສຸພານິມິດສາກົນ ປະຈຳ ສປປ ລາວ ຫ້ອງການປະສານງານເຂດພາກໃຕ້, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ນາງ ພຸດດາວັນ ແກ່ນສານ ວິຊາການຂະແໜງສາມັນສຶກສາ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດກິດຈະກຳໄລຍະ 6 ເດືອນທ້າຍປີ 2026 ວ່າ: ໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດໃນ 12 ບ້ານ (13 ໂຮງຮຽນ) ຢູ່ເມືອງສະໜາມໄຊ ດ້ວຍງົບປະມານລວມທັງໝົດ 804,558 ໂດລາສະຫະລັດ (ສະເພາະແຜນສົກຮຽນ 2025-2026 ແມ່ນ 119,612 ໂດລາ). ຜົນການຈັດຕັ້ງປະຕິບັດສາມາດບັນລຸເປົ້າໝາຍ 100% ໂດຍສຸມໃສ່ 3 ດ້ານຫຼັກຄື: ໄດ້ສ້າງມຸມອ່ານ, ສະໜອງປຶ້ມອ່ານ, ປຶ້ມແບບຮຽນ ຈຳນວນ 290 ຫົວ, ອຸປະກອນການສອນ 39 ຊຸດ ໃຫ້ 13 ໂຮງຮຽນ ພ້ອມທັງຝຶກອົບຮົມຄູ ແລະ ຜູ້ອຳນວຍການໂຮງຮຽນ; ປັບປຸງຫ້ອງກຽມປະຖົມ 6 ແຫ່ງ, ສະໜອງຊຸດອຸປະກອນເສີມທັກສະ 150 ຊຸດ ໃຫ້ເດັກ 150 ຄົນ ແລະ ປະເມີນພັດທະນາການເດັກຫ້ອງກຽມປະຖົມ 132 ຄົນ (ຍິງ 69 ຄົນ) ໂດຍໃຊ້ເຄື່ອງມື IDELA; ສ້າງຄວາມເຂັ້ມແຂງໃຫ້ຄະນະພັດທະນາການສຶກສາຂັ້ນບ້ານ, ຕັ້ງກຸ່ມອ່ານຊຸມຊົນ 11 ກຸ່ມ ມີອາສາສະໝັກ 22 ທ່ານ, ຈັດກິດຈະກຳອ່ານຮ່ວມອາທິດລະຄັ້ງ, ຈັດງານສະຫຼອງການອ່ານ 5 ຊຸມຊົນ ແລະ ຝຶກອົບຮົມພໍ່ແມ່ 217 ຄົນ ກ່ຽວກັບການລ້ຽງລູກແບບສ້າງສັນ.
ພ້ອມດຽວກັນນັ້ນ, ທ່ານ ນາງ ສົມສະນິດ ບົວໄລແສນ ຜູ້ປະສານງານໂຄງການ ປະຈຳເມືອງສະໜາມໄຊ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການຕະຫຼອດໄລຍະ 5 ປີຜ່ານມາ ໂດຍລວມມີມູນຄ່າທຶນຊ່ວຍເຫລືອທັງໝົດ 804,558 ໂດລາສະຫະລັດ (ແບ່ງເປັນກິດຈະກຳໂຄງການ 72% ແລະ ບໍລິຫານໂຄງການ 28%). ໂຄງການດັ່ງກ່າວໄດ້ສຸມໃສ່ປັບປຸງຄຸນນະພາບການສຶກສາ ຊັ້ນ ປ.1-ປ.3, ສົ່ງເສີມການສຶກສາກ່ອນໄວຮຽນ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ເຊິ່ງມີຜູ້ໄດ້ຮັບຜົນປະໂຫຍດລວມ 12 ບ້ານ, 1,863 ຄົວເຮືອນ, ມີປະຊາກອນລວມ 13,822 ຄົນ (ຍິງ 6,684 ຄົນ) ແລະ ເດັກນ້ອຍ-ນັກຮຽນຈຳນວນຫຼວງຫຼາຍ.
ຕອນທ້າຍຂອງກອງປະຊຸມ, ເພື່ອເປັນການຍ້ອງຍໍຜົນງານອັນພົ້ນເດັ່ນ, ຄະນະກຳມະການປົກຄອງແຂວງອັດຕະປື ໄດ້ຕົກລົງມອບໃບຍ້ອງຍໍໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ 3 ທ່ານ ແລະ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ມອບໃບຍ້ອງຍໍໃຫ້ແກ່ໂຄງການອີກດ້ວຍ.
ໂດຍ: ພົມວິຫານ ໄຊຊະນະ


