ຍີ່ປຸ່ນ ຊ່ວຍເຫຼືອກໍ່ສ້າງອາຄານໂຮງຮຽນ ມ.ຕົ້ນ ບ້ານຫ້ວຍສະແລບ ເມືອງຊຳໃຕ້ ແຂວງຫົວພັນ ມູນຄ່າ 2.6 ຕື້ກວ່າກີບ
17/09/2026

ວັນທີ 16 ກັນຍາ 2026 ທີ່ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ, ໄດ້ມີພິທີເຊັນສັນຍາໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມຕົ້ນ ບ້ານຫ້ວຍສະແລບ ເມືອງຊຳໃຕ້ ແຂວງຫົວພັນ ໃນມູນຄ່າ 119,711 ໂດລາສະຫະລັດ (ປະມານ 2.6 ຕື້ກວ່າກີບ) ຊຶ່ງເປັນທຶນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ເຊິ່ງຕາງໜ້າຝ່າຍຍີ່ປຸ່ນລົງນາມສັນຍາໂດຍ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ຕາງໜ້າຝ່າຍລາວ ໂດຍ ທ່ານ ມີໄຊ ພອນທະວີສຸກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊຳໃຕ້, ໂດຍມີ ທ່ານ ພອນສຸກ ອິນທະວົງ ປະທານຄະນະກຳມະການປົກຄອງແຂວງຫົວພັນ ເຂົ້າຮ່ວມເປັນສັກຂີພິຍານ.
ການຊ່ວຍເຫຼືອດັ່ງກ່າວ ແມ່ນມີຈຸດປະສົງເພື່ອພັດທະນາພື້ນຖານໂຄງລ່າງວຽກງານການສຶກສາ ຢູ່ເຂດຫ່າງໄກສອກຫຼີກທີ່ຍັງຂາດແຄນ, ລວມທັງການສະໜັບສະໜູນອຸປະກອນການຮຽນ-ການສອນ ແລະ ສົ່ງເສີມສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ເໝາະສົມສຳລັບນັກຮຽນ.
ສຳລັບບ້ານຫ້ວຍສະແລບ ເປັນບ້ານໜຶ່ງທີ່ຂຶ້ນກັບເມືອງຊຳໃຕ້ ແຂວງຫົວພັນ, ຫ່າງຈາກເທດສະບານແຂວງ 187 ກິໂລແມັດ ແລະ ຫ່າງຈາກເທດສະບານເມືອງຊຳໃຕ້ 77 ກິໂລແມັດ. ໂຮງຮຽນດັ່ງກ່າວມີເຂດບໍລິການ 5 ບ້ານ ຄື: ບ້ານຫ້ວຍສະແລບ, ແກ້ງໄນ່, ຍອດເຄື່ອງ, ປຸ່ງດາວ ແລະ ບ້ານຖໍ້າໝູ ເຊິ່ງມີພົນລະເມືອງລວມທັງໝົດ 1,736 ຄົນ (ຍິງ 776 ຄົນ), ມີ 263 ຄອບຄົວ ເຊິ່ງປະຊາຊົນທັງໝົດແມ່ນຊົນເຜົ່າມົ້ງ ຍຶດຖືອາຊີບເຮັດໄຮ່ ແລະ ລ້ຽງສັດເປັນຫຼັກ. ປັດຈຸບັນ, ໂຮງຮຽນມັດທະຍົມຕົ້ນ ຫ້ວຍສະແລບ ມີການຮຽນການສອນ 4 ຂັ້ນ (ມ.1 ຫາ ມ.4) ມີນັກຮຽນທັງໝົດ 143 ຄົນ (ຍິງ 66 ຄົນ).
ພາຍຫຼັງໂຄງການກໍ່ສ້າງດັ່ງກ່າວສໍາເລັດ ຈະເປັນການຊ່ວຍຍົກລະດັບຄຸນນະພາບຊີວິດດ້ານການສຶກສາຂອງລູກຫຼານປະຊາຊົນບັນດາເຜົ່າ, ພ້ອມທັງເປັນສັນຍະລັກແຫ່ງການຮ່ວມມືອັນດີງາມ ແລະ ປະກອບສ່ວນສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ລະຫວ່າງ ສປປ ລາວ ແລະ ປະເທດຍີ່ປຸ່ນ ໃຫ້ສືບຕໍ່ໝັ້ນຄົງທຸ່ນທ່ຽງຍິ່ງໆຂຶ້ນ.
(ພາບ-ຂ່າວ: ໜັງສືພິມປະຊາຊົນ)












