ສົກຮຽນນີ້, ສກມ ລອງ ຕັ້ງໜ້າສູ້ຊົນພັດທະນາການສຶກສາ ໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ
17/09/2026

ວັນທີ 14 ກັນຍາ 2026, ຕາມການໃຫ້ສຳພາດຂອງ ທ່ານ ຄຳອາຍ ໄຊຍະເລີດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງລອງ ແຂວງຫຼວງນ້ຳທາ ໄດ້ໃຫ້ຮູ້ວ່າ: ໃນສົກຮຽນ 2026–2027 ນີ້, ທົ່ວເມືອງລອງ ມີໂຮງຮຽນທັງໝົດ 131 ແຫ່ງ, ໃນນີ້ປະກອບມີ ໂຮງຮຽນອະນຸບານ 12 ແຫ່ງ, ໂຮງຮຽນປະຖົມ 83 ແຫ່ງ (ປະຖົມສົມບູນ 57 ແຫ່ງ ແລະ ມູນລະປະຖົມ 26 ແຫ່ງ), ໂຮງຮຽນມັດທະຍົມຕອນຕົ້ນ 5 ແຫ່ງ, ໂຮງຮຽນມັດທະຍົມສົມບູນ 3 ແຫ່ງ ແລະ ໂຮງຮຽນມັດທະຍົມຕອນປາຍ 1 ແຫ່ງ.
ສຳລັບຕົວເລກນັກຮຽນໃນສົກຮຽນນີ້, ທົ່ວເມືອງມີນັກຮຽນຊັ້ນປະຖົມທີ່ມາຈົດຊື່ເຂົ້າຮຽນ ຈຳນວນ 5,376 ຄົນ (ຍິງ 2,140 ຄົນ), ຊັ້ນມັດທະຍົມຕອນຕົ້ນ 765 ຄົນ (ຍິງ 412 ຄົນ) ແລະ ຊັ້ນມັດທະຍົມຕອນປາຍ 421 ຄົນ (ຍິງ 211 ຄົນ). ເມື່ອທຽບໃສ່ສົກຮຽນຜ່ານມາ ເຫັນວ່ານັກຮຽນອະນຸບານເພີ່ມຂຶ້ນ 32 ຄົນ (ຍິງ 19 ຄົນ) ແລະ ຊັ້ນປະຖົມເພີ່ມຂຶ້ນ 150 ຄົນ (ຍິງ 60 ຄົນ).
ທົ່ວເມືອງໄດ້ເປີດການຮຽນ-ການສອນຢ່າງເປັນທາງການແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນມາ ໂດຍໄດ້ຮັບການຮ່ວມມືອັນດີຈາກຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ອຳນາດການປົກຄອງບ້ານ ໃນການສ້ອມແປງອາຄານຮຽນ, ຫໍພັກ ແລະ ປັບປຸງສະຖານທີ່ຕ່າງໆ ເຮັດໃຫ້ການເປີດສົກຮຽນໃໝ່ສາມາດດຳເນີນໄປໄດ້ຢ່າງເປັນປົກກະຕິ.
ໃນສົກຮຽນ 2026-2027 ນີ້, ຫ້ອງການສຶກສາທິການ ແລະ ກິລາ ເມືອງລອງ ໄດ້ວາງ 6 ເປົ້າໝາຍຕົ້ນຕໍ ເພື່ອຈັດຕັ້ງປະຕິບັດ ເຊັ່ນ: ສຸມໃສ່ການສິດສອນໃຫ້ນັກຮຽນທີ່ຮຽນຈົບຊັ້ນປະຖົມ ສາມາດອ່ານອອກ ແລະ ຂຽນໄດ້ຢ່າງ ພື້ນຖານ;ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດ 12 ຄາດໝາຍຫຼັກ ທີ່ສະພາແຫ່ງຊາດຮັບຮອງ ໃຫ້ປະກົດຜົນເປັນຈິງ; ພັດທະນາການສຶກສາດຳເນີນໄປຕາມ 5 ຫຼັກມູນຂອງການສຶກສາ ເພື່ອຮັບປະກັນທັງດ້ານປະລິມານ ແລະ ຄຸນນະພາບ; ສືບຕໍ່ປັບປຸງ ແລະ ຂະຫຍາຍການສຶກສາອອກສູ່ເຂດພູດອຍ ແລະ ເຂດຫ່າງໄກສອກຫຼີກໃຫ້ທົ່ວເຖິງ ພ້ອມທັງຈັດການຮຽນ-ການສອນໃຫ້ຄົບຊັ້ນຮຽນ; ເພີ່ມທະວີການກໍ່ສ້າງອາຄານຮຽນ ໂດຍຍາດແຍ່ງທຶນຮອນຈາກບັນດາອົງການ, ໂຄງການ ແລະ ການຈັດຕັ້ງທາງສັງຄົມ ເພື່ອຊ່ວຍພັດທະນາວຽກງານການສຶກສາໃຫ້ດີຂຶ້ນກວ່າເກົ່າ; ສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ໃນສະຖານທີ່ການສຶກສາໃຫ້ໄດ້ຢ່າງເຂັ້ມງວດ.
ຂ່າວໂດຍ: ບຸນສີ ໄຊຍະລາດ













