Skip to main content

ສະມາຊິກກຳມະບານອ້ອມຂ້າງແຂວງອຸດົມໄຊ ຮ່ວມໃຈອະນາໄມຟື້ນຟູໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ເມື່ອບໍ່ດົນມານີ້, ສະຫະພັນກຳມະບານ ແຂວງອຸດົມໄຊ ນຳພາໂດຍ ທ່ານ ນາງ ທຸມມາ ປັນຍາສິດ ປະທານສະຫະພັນກຳມະບານ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ນຳພາສະມາຊິກກຳມະບານ ຈາກບັນດາຮາກຖານອ້ອມຂ້າງແຂວງ ສ້າງຂະບວນການອອກແຮງງານລວມ ເພື່ອຊ່ວຍເຫຼືອປະຊາຊົນ ແລະ ໂຮງຮຽນປະຖົມ ບ້ານນາງິ້ວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດ.
ເນື່ອງຈາກພື້ນທີ່ດັ່ງກ່າວໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ ໂດຍຖືກນ້ຳຖ້ວມຊຸ, ດິນເຈື່ອນ ແລະ ຂີ້ຕົມໄຫຼຖົມອາຄານສະຖານທີ່. ດັ່ງນັ້ນ, ບັນດາສະມາຊິກກຳມະບານ ຈຶ່ງໄດ້ພ້ອມແຮງຮ່ວມໃຈກັນ ດຳເນີນການຂຸດດິນ, ຍ້າຍກ້ອນຫີນຂະໜາດໃຫຍ່, ຈົກຂີ້ຕົມ ແລະ ອະນາໄມຟື້ນຟູສະພາບແວດລ້ອມພາຍໃນ ແລະ ອ້ອມຮອບໂຮງຮຽນປະຖົມບ້ານນາງິ້ວ ທັງນີ້ກໍເພື່ອເລັ່ງຟື້ນຟູສະພາບແວດລ້ອມໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເພື່ອກະກຽມຄວາມພ້ອມໃຫ້ແກ່ຄູ-ອາຈານ ແລະ ລູກຫຼານນັກຮຽນ ໄດ້ກັບມາສືບຕໍ່ການຮຽນ-ການສອນ ຕາມປົກກະຕິ.
ໃນໂອກາດນີ້, ທ່ານ ທອງໄຊ ມະນີແສນ ປະທານອົງການປົກຄອງບ້ານນາງິ້ວ ໄດ້ສະແດງຄວາມຂອບໃຈມາຍັງຄະນະສະຫະພັນກຳມະບານແຂວງ ແລະ ບັນດາສະມາຊິກກຳມະບານ ທີ່ປະກອບສ່ວນເຫື່ອແຮງ ເພື່ອຊ່ວຍເຫຼືອປະຊາຊົນພາຍໃນບ້ານນາງິ້ວ.
ໂອກາດດັ່ງກ່າວ, ສະຫະພັນກຳມະບານແຂວງ ແລະ ວິທະຍາໄລວິຊາຊີບແບບປະສົມແຂວງ ຍັງໄດ້ມອບອຸປະກອນສ້ອມແປງ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ໃຫ້ແກ່ໂຮງຮຽນ ແລະ ປະຊາຊົນຜູ້ປະສົບໄພຕື່ມອີກ ເພື່ອເປັນການຊຸກຍູ້, ປຸກລະດົມ ແລະ ໃຫ້ກຳລັງໃຈແກ່ປະຊາຊົນ ແລະ ຄູ-ອາຈານ ໃຫ້ມີກຳລັງໃຈຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ.
ຂ່າວ: ໄມພອນ