Skip to main content

ເມືອງຊົນນະບູລີ ສົ່ງນັກຮຽນ ເຂົ້າສຶກສາຕໍ່ວິຊາຊີບຄູ ໃນສົກຮຽນ 2026-2027

ໃນວັນທີ 14 ຕຸລາ 2026 ນີ້, ຫ້ອງການສຶກສາທິການ ແລະ ກິລາເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີນຳສົ່ງນັກຮຽນ-ນັກສຶກສາຊຸດໃໝ່ ເພື່ອເດີນທາງໄປສຶກສາຕໍ່ໃນສາຂາວິຊາຊີບຄູ ສົກຮຽນ 2026-2027 ທີ່ມະຫາວິທະຍາໄລສ້າງຄູສະຫວັນນະເຂດ ເປັນກຽດເຂົ້າຮ່ວມມີ ທ່ານ ກໍລະກັນ ໄຊຍະລີນ ຫົວຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ປອ ນາງ ຫຼ້າໄກສອນ ໄຊຍະຈິດ ຮອງຜູ້ອໍານວຍການມະຫາວິທະຍາໄລສ້າງຄູສະຫວັນນະເຂດ ພ້ອມດ້ວຍ ບັນດາຄູ-ອາຈານ, ຜູ້ປົກຄອງ ແລະ ນ້ອງໆນັກຮຽນທີ່ໄດ້ຮັບສິດເຂົ້າຮຽນຕໍ່ ຢ່າງພ້ອມພຽງ.
ການຈັດພິທີນໍາສົ່ງນັກຮຽນໃນຄັ້ງນີ້ ແມ່ນອີງຕາມໜັງສືແຈ້ງການ ເລກທີ 2555/ສກຂ, ຂອງທ່ານວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ວ່າດ້ວຍຜົນການຄັດເລືອກນັກຮຽນ ແລະ ການນຳສົ່ງນັກຮຽນເຂົ້າສຶກສາຕໍ່ວິຊາຊີບຄູ ປະຈຳສົກຮຽນ 2026-2027. ເຊິ່ງຕາມຂໍ້ຕົກລົງ ເລກທີ 2569/ສກຂ, ຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ໃນສົກສຶກສາ 2026-2027 ທົ່ວແຂວງ ມີນັກຮຽນທີ່ຜ່ານການຄັດເລືອກ ໄດ້ຮັບທຶນການສຶກສາຂອງທ່ານປະທານຄະນະກຳມະການປົກຄອງແຂວງ ສົມທົບກັບທຶນການສຶກສາຂອງລັດຖະບານ ຫຼື ທຶນໃນແຜນ ຈຳນວນ 348 ຄົນ, ຍິງ 260 ຄົນ, ເພື່ອເຂົ້າສຶກສາຕໍ່ວິຊາຊີບຄູ ທັງລະດັບອະນຸປະລິນຍາ ແລະ ລະດັບປະລິນຍາຕີ ທີ່ມະຫາວິທະຍາໄລສ້າງຄູແຫ່ງຊາດ ວິທະຍາເຂດສະຫວັນນະເຂດ. ສຳລັບເມືອງຊົນນະບູລີ ມີນັກຮຽນໄດ້ຮັບການຄັດເລືອກຈຳນວນ 29 ຄົນ, ຍິງ 21 ຄົນ. ໃນນີ້ ສາຍຄູອະນຸບານ 2 ຄົນ, ຍິງ 2 ຄົນ; ສາຍຄູປະຖົມ 14 ຄົນ, ຍິງ 11 ຄົນ; ຄູຊີວະວິທະຍາ 2 ຄົນ, ຍິງ 1 ຄົນ; ຄູພາສາອັງກິດ 3 ຄົນ ຍິງ 2 ຄົນ, ຄູຄະນິດສາດ 2 ຄົນ, ຍິງ 2 ຄົນ, ຄູໄອທີ 2 ຄົນ; ຄູພູມສາດ 1 ຄົນ ຍິງ 1 ຄົນ, ຄູພາສາລາວ 1 ຄົນ ຍິງ 1 ຄົນ ແລະຄູຟິຊິດສາດ 2 ຄົນ ຍິງ 1 ຄົນ.
ພິທີດັ່ງກ່າວຈັດຂຶ້ນເພື່ອຍູ້ແຮງ ແລະ ສົ່ງເສີມລູກຫຼານຊາວເມືອງຊົນນະບູລີ ທີ່ມີຄວາມມຸ່ງມາດປາດຖະໜາຢາກປະກອບອາຊີບເປັນ “ແມ່ພິມຂອງຊາດ” ໃຫ້ມີໂອກາດໄດ້ຮັບການສຶກສາທີ່ຖືກຕ້ອງຕາມມາດຕະຖານ. ການສົ່ງເສີມນັກຮຽນສຶກສາຕໍ່ສາຍຄູໃນຄັ້ງນີ້ ກໍເພື່ອແນໃສ່ແກ້ໄຂບັນຫາການຂາດແຄນຄູສອນໃນເຂດຫ່າງໄກສອກຫຼີກ ແລະ ຮັບປະກັນໃຫ້ມີບຸກຄະລາກອນການສຶກສາທີ່ມີຄຸນນະພາບພຽງພໍໃນອະນາຄົດ. ໃນໂອກາດນີ້, ຄະນະປະທານ ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ພໍ່ແມ່ຜູ້ປົກຄອງ ຕະຫຼອດເຖິງນ້ອງນັກຮຽນທຸກຄົນ ທີ່ສາມາດຜ່ານການຄັດເລືອກ ແລະ ໄດ້ຮັບໂອກາດອັນດີໃນການເຂົ້າສຶກສາຕໍ່ວິຊາຊີບຄູ. ພ້ອມທັງເນັ້ນໜັກໃຫ້ນ້ອງນັກຮຽນຈົ່ງຕັ້ງໃຈຮ່ຳຮຽນ, ປະຕິບັດລະບຽບວິໄນຂອງສະຖາບັນການສຶກສາ, ຮູ້ຈັກປະຢັດ ແລະ ດູແລຮັກສາຊັບສິນຂອງລັດ, ພັດທະນາທັງຄວາມຮູ້, ຄວາມສາມາດ, ຄຸນສົມບັດ ແລະ ຈັນຍາບັນຂອງຄວາມເປັນຄູ.
ພ້ອມກັນນີ້ ກໍໃຫ້ມີຄວາມພະຍາຍາມຮຽນໃຫ້ຈົບຕາມຫຼັກສູດ ດ້ວຍຜົນສຳເລັດສູງ ເພື່ອກັບຄືນມາເປັນກຳລັງສຳຄັນໃນການພັດທະນາວຽກງານສຶກສາ ແລະ ຮັບໃຊ້ປະເທດຊາດໃນຕໍ່ໜ້າ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງ ສືບຕໍ່ໃສ່ໃຈຕິດຕາມ, ໃຫ້ການຊຸກຍູ້ ແລະ ເປັນກຳລັງໃຈແກ່ລູກຫຼານໃນລະຫວ່າງການສຶກສາ ເພື່ອໃຫ້ນ້ອງນັກຮຽນສາມາດຮຽນຈົບຕາມເປົ້າໝາຍ ແລະ ນຳເອົາຄວາມຮູ້ທີ່ໄດ້ຮັບ ກັບມາຮັບໃຊ້ທ້ອງຖິ່ນ ແລະ ສັງຄົມ. ການຈັດພິທີນຳສົ່ງນັກຮຽນໃນຄັ້ງນີ້ ຖືເປັນອີກກ້າວສຳຄັນໃນການສ້າງຄູຮຸ່ນໃໝ່ ເພື່ອສືບຕໍ່ພັດທະນາວຽກງານສຶກສາ ແລະ ສ້າງກຳລັງຄົນທີ່ມີຄຸນນະພາບ ສຳລັບຮັບໃຊ້ການພັດທະນາປະເທດຊາດໃນອະນາຄົດ.
#ພາບ-ຂ່າວ: ຫ້ອງການສຶກສາທິການ ແລະກິລາເມືອງຊົນນະບູລີ