Skip to main content

ສຕລ ຍົກລະດັບແຜນຍຸດທະສາດການຄ້າ ພັດທະນາກິລາບານເຕະ ຍິງ-ຊາຍ ໃຫ້ກ້າວໄປສູ່ມາດຕະຖານມືອາຊີບ

16/10/2026
ສະຫະພັນກິລາບານເຕະແຫ່ງຊາດລາວ ຫຼື ສຕລ ຈັດຝຶກອົບຮົມກ່ຽວກັບຍຸດທະສາດການຄ້າ ແລະ ການອອກໃບອະນຸຍາດສະໂມສອນ, ໃນວັນທີ 15 ຕຸລາ 2026 ທີ່ຫ້ອງປະຊຸມໂຮງແຮມ ລາວເທວ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວີເພັດ ສີຫາຈັກ ປະທານສະຫະພັນກິລາບານເຕະແຫ່ງຊາດລາວ, ມີຊ່ຽວຊານຈາກ FIFA, ຕົວແທນມາຈາກສະໂມສອນບານເຕະ ລາວລີກ1 ແລະ ລາວລີກ 2 ແລະ ທີມງານສະຫະພັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ວີເພັດ ສີຫາຈັກ ກ່າວວ່າ: ຫຼັກສູດຝຶກອົບຮົມໃນຄັ້ງນີ້, ຖືວ່າເປັນບາດກ້າວໜຶ່ງທີ່ສໍາຄັນໃນວົງການບານເຕະຂອງ ສປປ ລາວ ເວົ້າລວມກໍຄືຂອງສະຫະພັນກິລາບານເຕະແຫ່ງຊາດລາວ ເພື່ອການພັດທະນາກິລາບານເຕະ ຍິງ-ຊາຍ ໃຫ້ກ້າວໄປສູ່ມາດຕະຖານມືອາຊີບ ແລະ ເພື່ອເສີມສ້າງສັກກະຍະພາບໃຫ້ບຸກຄະລາກອນທີ່ເຮັດວຽກໃນຂົງເຂດກິລາບານເຕະໃຫ້ມີບາດກ້າວທີ່ເຂັ້ມແຂງຂຶ້ນຕື່ມ ແລະ ທັງເປັນໂອກາດໄດ້ແລກປ່ຽນບົດຮຽນ ແບ່ງປັນປະສົບການຮ່ວມກັນ ເພື່ອສັງລວມຂໍ້ມູນສໍາລັບການສ້າງແຜນຍຸດທະສາດການຄ້າ ແລະ ການອອກໃບອະນຸຍາດສະໂມສອນ ໃຫ້ເປັນລະບົບທີ່ຮັດກຸມ ແລະ ມີການພັດທະນາແບບຍືນຍົງຂຶ້ນໄປເລື້ອຍໆ.
ການຝຶກອົບຮົມດັ່ງກ່າວ, ໄດ້ດໍາເນີນໄປເປັນເວລາ 3 ວັນ (15-17 ຕຸລາ 2026) ໂດຍຜູ້ເຂົ້າຮ່ວມໄດ້ຮຽນຮູ້ຄົ້ນຄວ້າ ແລະ ທໍາຄວາມເຂົ້າໃຈ ກ່ຽວກັບວຽກງານກິລາບານເຕະຍິງ ປະກອບດ້ວຍເງື່ອນໄຂຄືແນວໃດ. ພ້ອມທັງລົງເລິກ ກ່ຽວກັບ ກົນລະຍຸດດ້ານການຄ້າ ແລະ ການຕະຫຼາດ, ຂະບວນການຂໍໃບອະນຸຍາດສະໂມສອນກິລາບານເຕະ ແລະ ການບໍລິຫານຈັດການວຽກງານກິລາບານເຕະຍິງ-ຊາຍ ຈາກຊ່ຽວຊານ ແລະ ວິທະຍາກອນ ຈາກ FIFA, ຈາກ ປະເທດ ໄທ ແລະ ສປປ ລາວ ໃນວຽກງານພັດທະນາກິລາບານເຕະຍິງ-ຊາຍ; ຮຽນຮູ້ຄວາມສໍາຄັນຂອງລະບົບການອອກໃບອະນຸຍາດສະໂມສອນຂອງສະຫະພັນບານເຕະອາຊີ AFC; ລະບົບການອອກໃບອະນຸຍາດສະໂມສອນກິລາບານເຕະ ໃນ ສປປ ລາວ ແລະ ໂຄງການຍຸດທະສາດການຄ້າຂອງ FIFA ອີກດ້ວຍ.
ຂ່າວໂດຍ: ສົງການ ພັນແພງດີ
ພາບຈາກ: ສຕລ