Skip to main content

ບານສົ່ງໃນຮົ່ມຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ຊີງຂັນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ດຳເນີນໄປດ້ວຍບັນຍາກາດຄຶກຄື້ນ

16/10/2026
ປັດຈຸບັນສະຫະພັນບານສົ່ງແຫ່ງຊາດ ໄດ້ດຳເນີນການຈັດຕັ້ງປະຕີບັດໂຄງການພັດທະນານັກກິລາບານສົ່ງໃນຮົ່ມເຍົາວະຊົນຍິງ-ຊາຍ ໂດຍຈັດການແຂ່ງຂັນຊີງຂັນທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ລາຍການ ELLSE SPIKE HERO ດຳເນີນແຂ່ງຂັນລະຫວ່າງວັນທີ 30 ກັນຍາ ຈົນໄປເຖິງວັນທີ 13 ທັນວາ 2026 ໂດຍໄດ້ຮັບການສະໜັບສະໜູນຫຼັກໂດຍ ຜະລິດຕະພັນເຂົ້າໜົມແຊບ ແອວເຊ້ (ELLSE).
ລາຍການນີ້ ມີນັກກິລາເຍົາວະຊົນຈາກ 12 ໂຮງຮຽນ ເຂົ້າຮ່ວມແຂ່ງຂັນປະກອບມີ:
1. ໂຮງຮຽນມັດທະຍົມສົມບູນວຽງຈັນ.
2. ໂຮງຮຽນນານາຊາດ ແສງດາລາ.
3. ໂຮງຮຽນ ມັດທະຍົມຕອນປາຍວຽງຈັນ-ໂຮ່ຈີມິນ.
4. ໂຮງຮຽນມັດທະຍົມສົມບູນ ນິຣະດາ.
5. ໂຮງຮຽນມັດທະຍົມຕອນປາຍ ຈັນທະບູລີ.
6. ໂຮງຮຽນມັດທະຍົມສົມບູນ ສີຄຳພັດທະນາ.
7. ໂຮງຮຽນສາມັນພອນສະຫວັນຊົນແຫ່ງຊາດ.
8. ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ-ຫວຽດນາມ.
9. ໂຮງຮຽນມັດທະຍົມຕອນປາຍທົ່ງປົ່ງ.
10. ໂຮງຮຽນມັດທະຍົມ ຊັບປັນຍາ.
11. ໂຮງຮຽນມັດທະຍົມ ວິລະຖາວອນ.
12. ໂຮງຮຽນມັດທະຍົມສົມບູນໜອງບອນ.
ນັບມາຮອດປັດຈຸບັນການແຂ່ງຂັນໄດ້ດຳເນີນໃນອາທິດ ທີ 3 ແລ້ວ ຂະນະທີ່ຜົນການແຂ່ງຂັນ ໂຮງຮຽນໃດ ຈະສາມາດຄອງແຊ໋ມໄດ້ທັງປະເພດທີມຍິງ ແລະ ທີມຊາຍ ທາງທີມງານສື່ມວນຊົນ ຂອງພະແນກໂຄສະນາຂ່າສານການສຶກສາ ແລະ ກິລາ ຈະຂໍລາຍງານໃຫ້ທ່ານຊາບຕື່ມອີກ.
ພາບ-ຂ່າວ ໂດຍ: ສົງການ ພັນແພງດີ