ຝຣັ່ງ ປະກາດຮັບອາສາສະໝັກ 16.000 ຕຳແໜ່ງ ຮັບໃຊ້ງານກິລາໂອແລມປິກ ເກມ 2024
ຝ່າຍຈັດການແຂ່ງຂັນງານມະຫະກຳກິລາໂອແລມປິກ ຄັ້ງທີ 33 ແລະ ພາຣາແລມປິກ ເກມ ຄັ້ງທີ 17 ປີ 2024 ທີ່ນະຄອນຫຼວງປາຣີດ ປະເທດຝຣັ່ງ ເປັນເຈົ້າພາບ ໄດ້ປະກາດຮັບສະໝັກພະນັກງານອາສາສະໝັກ ຈຳນວນ 16.000 ຕຳແໜ່ງ ເພື່ອຮັບໃຊ້ງານໂອແລມປິກຄັ້ງນີ້ ໂດຍຕຳແໜ່ງງານທີ່ຮັບສະໜັກແມ່ນກ່ຽວກັບການບໍລິການດ້ານອາຫານ, ປ້ອງກັນຄວາມສະຫງົບ, ການຂົນສົ່ງ, ການທຳຄວາມສະອາດ ແລະ ຂະແໜງການບໍລິການອື່ນໆ ໃນນີ້ຕຳແໜ່ງກ່ຽວກັບການບໍລິການດ້ານອາຫານ ຕ້ອງການປະມານ 6.000 ຄົນ ແລະ ການທຳຄວາມສະອາດ ປະມານ 3.000 ຄົນ.
ຄະນະກຳມະການໂອແລມປິກສາກົນ ຫຼື IOC ຄາດວ່າ: ໃນລະຫວ່າງປີ 2018-2024 ຈະມີພະນັກງານຫຼາຍກວ່າ 181.000 ຄົນ ເຮັດວຽກຮັບໃຊ້ງານມະຫະກຳກິລາໂອແລມປິກໂດຍກົງ. ໃນນີ້ສຳລັບງານມະຫະກຳກິລາໂອແລມປິກ ເກມ ຄັ້ງທີ 33 ປີ 2024 ທີ່ນະຄອນຫຼວງປາຣີດ ປະເທດຝຣັ່ງ ຄາດວ່າຈະມີນັກກິລາເຂົ້າຮ່ວມຫຼາຍກວ່າ 14.500 ຄົນ ລວມທັງຜູ້ຊົມ ແລະ ແຂກນັກທ່ອງທ່ຽວຫຼາຍກວ່າ 1 ລ້ານຄົນ ໂດຍຈະແຂ່ງຂັນໃນລະຫວ່າງວັນທີ 26 ກໍລະກົດ ຫາວັນທີ 11 ສິງຫາ 2024.
ນີ້ເປັນຄັ້ງທີ 3 ທີ່ປະເທດຝຣັ່ງ ໄດ້ຮັບກຽດເປັນເຈົ້າພາບ ງານກິລາໂອແລມປິກ ລະດູຮ້ອນ ຕໍ່ຈາກຄັ້ງທີ 2 ເມື່ອປີ 1900. ສ່ວນ ພາຣາແລມປິກ ເກມ ຫຼື ງານມະຫະກຳກິລາໂອແລມປິກຄົນພິການ ຄັ້ງທີ 17 ຈະແຂ່ງຂັນລະຫວ່າງວັນທີ 28 ຕຸລາ ຫາວັນທີ 8 ກັນຍາ 2024.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ
Photo: Paris 2024