Skip to main content

ຢຶດຊີ້ນໝູສົດນຳເຂົ້າບໍ່ຖືກຕ້ອງ 40 ກິໂລ ແລະ ມອບໃຫ້ໂຮງຮຽນ ມສ ສາມັນກິນນອນຊົນເຜົ່າ ເມືອງຫ້ວຍຊາຍ

ເຈົ້າໜ້າທີ່ກວດກາການຄ້າ ພະແນກ ອຸດສາຫະກຳ-ການຄ້າ ແຂວງບໍ່ແກ້ວ ໄດ້ເຄື່ອນໄຫວກວດກາຄວາມເປັນລະບຽບຮຽບຮ້ອຍ ການຈຳໜ່າຍສິນຄ້າຢູ່ພາຍໃນເມືອງຫ້ວຍຊາຍໃນວັນທີ 26 ກັນຍາ 2023  ໄດ້ພົບເຫັນມີການນໍາເຂົ້າສິນຄ້າປະເພດຊີ້ນໝູສົດ ຈໍານວນ 40 ກິໂລ ຊຶ່ງເຫັນວ່າເປັນການລັກລອບນໍາເຂົ້າສິນຄ້າບໍ່ຖືກຕ້ອງ ແລະ ເປັນການຫຼົບຫຼີກການເສຍພັນທະແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ພະແນກອຸດສາຫະກຳ-ການຄ້າ ແຂວງບໍ່ແກ້ວ ຈຶ່ງໄດ້ຢຶດສິນຄ້າດັ່ງກ່າວໄວ້.

ມາຮອດວັນທີ 27 ກັນຍາ 2023, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພະນັກງານພາຍໃນພະແນກ ໄດ້ມອບຊີ້ນໝູສົດ ຈໍານວນ 40 ກິໂລ ທີ່ຢຶດໄດ້ນັ້ນໃຫ້ແກ່ ໂຮງຮຽນ ມສ ສາມັນກິນນອນຊົນເຜົ່າ ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເພື່ອນຳໄປປຸງແຕ່ງເປັນອາຫານໃຫ້ຄູອາຈານ ແລະ ນັກຮຽນບໍລິໂພກ.