ພາຍໃຕ້ການຊ່ວຍເຫຼືອຈາກອົດສະຕຣາລີ ເຮັດໃຫ້ຄຸນນະພາບການສຶກສາທົ່ວແຂວງຊຽງຂວາງ ມີທ່າກ້າວດີຂຶ້ນ

ການຈັດຕັ້ງປະຕິບັດຫຼັກສູດປັບປຸງໃໝ່ ຊັ້ນປະຖົມສຶກສາ (ປ.1-ປ.5), ການໃຫ້ທຶນການສຶກສາຄູ ແລະ ການຝຶກອົບຮົມຄູປະຈຳການ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ ຫຼື ແຜນງານບີຄວາ ເຮັດໃຫ້ຄຸນນະພາບການສຶກສາທົ່ວແຂວງຊຽງຂວາງມີທ່າກ້າວດີຂຶ້ນ ພົ້ນເດັ່ນກວ່າໝູ່ແມ່ນສາມາດສ້າງໄດ້ນັກຮຽນເກັ່ງຊັ້ນປະຖົມສຶກສາລະດັບປະເທດ ວິຊາຄະນິດສາດ ແລະ ການເສັງນັກຮຽນເກັ່ງຂັ້ນແຂວງ ຫຼາຍເມືອງກໍມີຄະແນນສອບເສັງດີຂຶ້ນ.
ທ່ານ ອ່ອນສີ ແກ້ວພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຊຽງຂວາງ ໃຫ້ສຳພາດຕໍ່ທີມງານຂ່າວສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ໃນໂອກາດເດີນທາງໄປຖ່າຍທຳວິດີໂອສາລະຄະດີຄູຕົວແບບທີ 6 ທີ່ແຂວງຊຽງຂວາງ ເມື່ອບໍ່ດົນມານີ້ວ່າ: ຊຽງຂວາງ ເປັນແຂວງໜຶ່ງທີ່ມີຈຸດພິເສດສະເພາະ, ເປັນພູພຽງທົ່ງຫຍ້າທີ່ມີສະເໜ່ຕັ້ງຢູ່ທາງພາກເໜືອຂອງ ສປປ ລາວ ສູງກວ່າລະດັບນ້ຳທະເລ 1.120 ແມັດ, ມີ 6 ຊົນເຜົ່າ, ແບ່ງອອກເປັນ 7 ເມືອງ, ມີເນື້ອທີ່ 16.358 ກິໂລຕາແມັດ, ມີປະຊາກອນ 276.000 ກວ່າຄົນ ແລະ ທົ່ວແຂວງ ມີສະຖານການສຶກສາກ່ອນໄວຮຽນ 99 ແຫ່ງ, ມີຄູສອນ 448 ຄົນ ແລະ ມີເດັກຝາກ 744 ຄົນ; ໂຮງຮຽນປະຖົມສຶກສາ ມີ 417 ແຫ່ງ, ມີຄູສອນ ລວມທັງພະນັກງານຫ້ອງການ 1.952 ຄົນ ແລະ ມີນັກຮຽນ 33.762 ຄົນ; ໂຮງຮຽນມັດທະຍົມ 96 ແຫ່ງ, ມີຄູສອນ 2.078 ຄົນ ແລະ ມີນັກຮຽນ 30.247 ຄົນ, ມີພະນັກງານບໍລິຫານທັງໝົດ 326 ຄົນ. ໂດຍປະຕິບັດຕາມແຜນພັດທະນາການສຶກສາ ແລະ ກິລາ ໃນແຕ່ລະໄລຍະຜ່ານມາ ແຂວງຊຽງຂວາງຂອງພວກເຮົາ ຖ້າເວົ້າເຖິງອັນດັບທີຂອງປະເທດ ກໍຈັດຢູ່ລະຫວ່າງອັນດັບທີ 2-5 ຊຶ່ງສິ່ງທີ່ພົ້ນເດັ່ນນັ້ນເຫັນວ່າທົ່ວແຂວງມີສະຖານການສຶກສາທຸກກຸ່ມບ້ານ ເຮັດໃຫ້ລູກຫຼານໃນເກນອາຍຸເຂົ້າຮຽນໄດ້ເຂົ້າຮຽນຢ່າງທົ່ວເຖິງ ແຕ່ຢ່າງໃດກໍຕາມ ເຖິງວ່າພວກເຮົາຈະອຳນວຍຄວາມສະດວກໃຫ້ພໍ່ແມ່ປະຊົນແລ້ວກໍຕາມ ແຕ່ຍັງພົບຄວາມຫຍຸ້ງຍາກບາງດ້ານ ເຊັ່ນ: ບ້ານຢູ່ກະແຈກກະຈາຍ ແລະ ການດຳລົງຊີວິດຂອງພໍ່ແມ່ປະຊາຊົນບໍ່ຄົງທີ່ ເຮັດໃຫ້ເດັກຈຳນວນໜຶ່ງໃນເກນອາຍຸເຂົ້າຮຽນບໍ່ໄດ້ຮຽນໜັງສື ແລະ ຮ້າຍແຮງໄປກວ່ານັ້ນໃນໄລຍະເສດຖະກິດຝືດເຄືອງຄືໃນປັດຈຸບັນນີ້ ຍັງເຮັດໃຫ້ອັດຕາປະລະການຮຽນເພີ່ມຂຶ້ນອີກດ້ວຍ.
ທ່ານຮອງຫົວໜ້າພະແນກ ສກຂ ຊຽງຂວາງ ກ່າວອີກວ່າ: ສຳລັບການຈັດຕັ້ງປະຕິບັດຫຼັກສູດປັບປຸງໃໝ່ ຊັ້ນປະຖົມສຶກສາ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີນັ້ນ ໄດ້ເຮັດໃຫ້ນັກຮຽນ ແລະ ຄູສອນ ມີປຶ້ມແບບຮຽນ ແລະ ຄູ່ມືການສອນຄົບທຸກຄົນ, ມີຄວາມສະດວກໃນການສອນແບບເອົານັກຮຽນເປັນໃຈກາງ, ຖືກຕ້ອງຕາມການກຳນົດຂອງສູນກາງວາງອອກ ເຮັດໃຫ້ຜູ້ຮຽນເຂົ້າໃຈບົດຮຽນໄວຂຶ້ນ ແລະ ຄູສອນກໍເຂົ້າໃຈງ່າຍຂຶ້ນ ສາມາດເຮັດໃຫ້ແຂວງຂອງພວກເຮົາ ສ້າງໄດ້ນັກຮຽນເກັ່ງຊັ້ນປະຖົມລະດັບປະເທດວິຊາຄະນິດສາດ ແລະ ເຫັນວ່າການສອບເສັງນັກຮຽນເກັ່ງຂັ້ນແຂວງ ຫຼາຍເມືອງຄະແນນດີຂຶ້ນ. ສະຫຼຸບແລ້ວ ພາຍຫຼັງໄດ້ຮັບຕຳລາຮຽນດັ່ງກ່າວ ເຫັນວ່າ ມີຂໍ້ດີຫຼາຍດ້ານ ເປັນຕົ້ນແມ່ນເດັກມີຕຳລາຮຽນຄົບທຸກຄົນ ແລະ ຄູສອນ ກໍມີປຶ້ມຄູ່ມືການສອນຄົບຖ້ວນ ເຮັດໃຫ້ການຮຽນການສອນມີຄຸນນະພາບດີຂຶ້ນໄປນຳ. ຄຽງຄູ່ກັນນີ້, ໃນໄລຍະຜ່ານມາ ຂະແໜງການສຶກສາ ແລະ ກິລາຂອງພວກເຮົາ ຍັງໄດ້ຮັບການຊ່ວຍເຫຼືອຫຼາຍດ້ານຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ເປັນຕົ້ນແມ່ນການໃຫ້ທຶນຄູໄປຮຽນຢູ່ອົດສະຕຣາລີ, ການຝຶກອົບຮົມຄູປະຈຳການຕາມຫຼັກສູດໃໝ່ ແຕ່ ປ.1-ປ.5 ພ້ອມທັງໄດ້ສ້າງຄູຝຶກຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອເປັນທ່າແຮງໃນການລົງຊ່ວຍເຫຼືອຄູ ແລະ ສ້າງຜູ້ເຮັດວຽກສຶກສານິເທດ ເພື່ອຄວາມສະດວກໃນການລົງຕິດຕາມ ແລະ ຊຸກຍູ້ການຮຽນການສອນໃຫ້ມີທ່າກ້າວດີຂຶ້ນ.
“ສຳລັບທິດທາງແຜນການໃນຕໍ່ໜ້ານັ້ນ ແຂວງຊຽງຂວາງຂອງພວກເຮົາ ຈະໄດ້ສືບຕໍ່ປະຕິບັດຕາມແຜນພັດທະນາການສຶກສາ 5 ປີ ຄັ້ງທີ IX ໃນທ້າຍສະໄໝໃຫ້ສຳເລັດ ໂດຍຈະເລັງໃສ່ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວພະນັກງານ, ຄູອາຈານ ໃຫ້ພ້ອມກັນປະຕິບັດຕາມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໃຫ້ເຂັ້ມງວດຕາມມາດຕະການແກ້ໄຂ 2 ວາລະແຫ່ງຊາດ; ລົງຊຸກຍູ້ການຈັດຕັ້ງການຮຽນການສອນ ບາງໂຮງຮຽນທີ່ເຫັນວ່າມີຜົນການຮຽນຕ່ຳ ແລະ ຈັດຕັ້ງບຳລຸງນັກຮຽນທີ່ຮຽນບໍ່ທັນໝູ່ຢູ່ແຕ່ລະໂຮງຮຽນ; ສົ່ງຄູໄປຍົກລະດັບວິຊາສະເພາະຕາມສາຍງານຂອງຕົນຮັບຜິດຊອບ ເພື່ອສ້າງໃຫ້ເຂົາເຈົ້າມີຄວາມເຂັ້ມແຂງ; ຈັດຝຶກອົບຮົມຮູບການຕ່າງໆໃນຫົວຂໍ້ທີ່ຈຳເປັນ ຫຼື ວິຊາທີ່ຈຳເປັນ; ລົງປະເມີນຄືນການຈັດຕັ້ງປະຕິບັດຫຼັກສູດໃໝ່ ເພື່ອເປັນຂໍ້ມູນນຳສະເໜີຂັ້ນເທິງປັບປຸງຄືນອັນໃດທີ່ຍັງບໍ່ສອດຄ່ອງ ແນໃສ່ເຮັດໃຫ້ການຈັດຕັ້ງການຮຽນການສອນພາຍໃນແຂວງມີປະສິດທິ ພາບ ແລະ ເຮັດໃຫ້ຜົນການຮຽນຂອງນັກຮຽນດີຂຶ້ນເປັນກ້າວໆ ສ້າງໄດ້ນັກຮຽນເກັ່ງລະດັບໂຮງຮຽນ, ເມືອງ, ແຂວງ ແລະ ລະດັບຊາດ ໃນອະນາຄົດ”. ທ່ານ ອ່ອນສີ ແກ້ວພັກດີ ກ່າວ.
ໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວທີ່ກ່ຽວຂ້ອງ