ມາຣົກ ຮັບກຽດເປັນເຈົ້າພາບ ເຕະບານຊາຍ ຊີງແຊ໋ມຂົງເຂດອາຟຣິກາ ປີ 2025
ປະເທດມາຣົກ (ໂມຣັອກໂຄ) ຊະນະການຊີງສິດເປັນເຈົ້າພາບ ຈັດການແຂ່ງຂັນເຕະບານຊາຍ ຊີງແຊ໋ມຂົງເຂດອາຟຣິກາ ຫຼື Africa Cup of Nations ປີ 2025 ໂດຍເອົາຊະນະ ນີເຊຣີ ຫຼື ໄນຈີເຣຍ ແລະ ເບແນັງ ຫຼື ເບນິນ ທີ່ຂໍຊິງສິດເປັນເຈົ້າພາບຮ່ວມກັນ. ຂະນະທີ່ຊຳບີ (ແຊມເບຍ) ຂໍຖອນຕົວກະທັນຫັນເຊັ່ນດຽວກັບ ອາເຊຣີ (ແອວຈີເຣຍ).
ທັງນີ້, ມາຣົກ ສະເໜີເຂົ້າມາຊີງສິດແທນ ສາທາລະນະລັດກີນີ ທີ່ຖອນຕົວເນື່ອງຈາກລະບົບພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ຍັງບໍ່ພ້ອມ ແລະ ນີ້ຖືເປັນຄັ້ງທີ 2 ທີ່ປະເທດມາຣົກ ໄດ້ຮັບກຽດເປັນເຈົ້າພາບ ຈັດການແຂ່ງຂັນເຕະບານ Africa Cup of Nations ຕໍ່ຈາກປີ 1988. ນອກຈາກນີ້ ມາຣົກ ຍັງສະເໜີຊີງສິດເປັນເຈົ້າພາບ ຈັດການແຂ່ງຂັນເຕະບານໂລກ ປີ 2030 ຮ່ວມກັບແອັດສະປາຍ (ສະເປນ) ແລະ ປັອກຕຸຍການ (ໂປຣຕຸເກດ) ສ່ວນການຊີງສິດເປັນເຈົ້າພາບ ປີ 2027 ປະເທດອູກັນດາ, ເຄນຢາ ແລະ ທານຊານີ ໄດ້ສິດເປັນເຈົ້າພາບຮ່ວມກັນ ເອົາຊະນະ ເອຢິບ ແລະ ເຊເນການ.
ດ້ານ ອູກັນດາ, ເຄນຢາ ແລະ ທານຊານີ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ແລະ ເປັນຊາດຈາກອາຟຣິກາຕາເວັນອອກ ແລະ ອາຟຣິກາກາງ ຄັ້ງທຳອິດ ໃນຮອບ 47 ປີ ໄດ້ເປັນເຈົ້າພາບ ເຕະບານ ລາຍການ Africa Cup of Nations ຕໍ່ຈາກ ເອທິໂອປີ ໃນປີ 1976.
ສຳລັບການແຂ່ງຂັນເຕະບານ Africa Cup of Nations ຄັ້ງທີ 34 ປະເທດກົດດີວົວ (ໄອວໍຣີໂຄດ) ເປັນເຈົ້າພາບ ຈະແຂ່ງຂັນລະຫວ່າງວັນທີ 13 ມັງກອນ ຫາວັນທີ 11 ກຸມພາ 2024.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ