Skip to main content

ສະມາຄົມການສຶກສາພາກເອກະຊົນ ນວ ຄອງແຊ໋ມເຕະບານຊາຍ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ

29/09/2023
ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) 9 ເມືອງ ຈັດການແຂ່ງຂັນກິລາເຕະບານຊາຍ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຊຶ່ງໃນປີນີ້ ແມ່ນຫ້ອງການສຶກສາທິການ ແລະ ກິລາເມືອງປາກງື່ມ ຮັບກຽດເປັນເຈົ້າພາບ ໃນວັນທີ 26 ກັນຍາ 2023 ທີ່ເດີ່ນບານຫຍ້າທຽມ ເຄດີ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ປອ ອຳມະນີ ນໍລີນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 9 ເມືອງ, ຫົວໜ້າຂະແໜງ, ສະມາຄົມໂຮງຮຽນພາກເອກະຊົນ ແລະ ບັນດານັກກິລາທີ່ມາຈາກພາກສ່ວນຕ່າງໆຢ່າງພ້ອມພຽງ.
ການແຂ່ງຂັນກິລາເຕະບານໃນຄັ້ງນີ້ ກໍເພື່ອສະເຫຼີມສະຫຼອງຕ້ອນຮັບວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ເພື່ອສ້າງຄວາມສາມັກຄີລະຫວ່າງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຫ້ອງການສຶກສາທິການ ແລະ ກິລາ 9 ເມືອງ, ໂຮງຮຽນຂຶ້ນກັບ ແລະ ບັນດາພາກສ່ວນອື່ນໆທີ່ຢູ່ໃນຂະແໜງການສຶກສາເພື່ອປະຕິບັດຕາມແຜນກິດຈະກຳທີ່ວາງໄວໃຫ້ປະສົບຜົນສຳເລັດຮ່ວມກັນ.
ສ່ວນການແຂ່ງຂັນກິລາໃນຄັ້ງນີ້ມີ 11 ທີມທີ່ເຂົ້າຮ່ວມ ຄື: ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເຊດຖາ, ສີສັດຕະນາກ, ສີໂຄດຕະບອງ, ນາຊາຍທອງ, ຫາດຊາຍຟອງ, ສັງທອງ, ຈັນທະບູລີ, ໄຊທານີ, ສະມາຄົມໂຮງຮຽນພາກເອກະຊົນ ນະຄອນຫຼວງວຽງຈັນ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງປາກງື່ມ ເຈົ້າພາບ ການແຂ່ງຂັນແມ່ນແບ່ງອອກເປັນ 4 ສາຍ, ເຕະຄົບກັນໝົດ ເອົາທີ 1 ຂອງແຕ່ລະສາຍເຂົ້າໄປໃນຮອບຕໍ່ໄປ. ຜ່ານການແຂ່ງຂັນ ອັນດັບທີ 1 ຕົກເປັນຂອງສະມາຄົມໂຮງຮຽນພາກເອກະຊົນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 1,5 ລ້ານກີບ, ອັນດັບທີ 2 ຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມລາງວັນ 1 ລ້ານກີບ, ອັນດັບທີ 3 ຮ່ວມ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງສັງທອງ ໄດ້ຮັບຂັນ ພ້ອມເງິນລາງວັນທີມລະ 6,5 ແສນກີບ.
ນອກຈາກນັ້ນທາງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ກໍໄດ້ມອບເງິນສະໜັບສະໜູນໃນງານແຂ່ງຂັນກິລາໃນຄັ້ງນີ້ ຈຳນວນເງິນ 2 ລ້ານກີບ ແລະ ໄດ້ມອບໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ບັນດາພາກສ່ວນສະໜັບສະໜູນໃນຄັ້ງນີອີກຕື່ມ. ສ່ວນເຈົ້າພາບຄັ້ງຕໍ່ໄປແມ່ນມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງສັງທອງ ໃນປີ 2024.
ໂດຍ: ສີວອນ ( ສຶກສາ-ກິລາ ນວ )