ແມນຢູ ວາງແຜນດຶງຕົວ “ເຄຍຊາ” ຢືນປີກຂວາ ຫາກ “ຊານໂຊ” ຍ້າຍທີມ
ສະໂມສອນ ແມນເຊັດເຕີ ຢູໄນເຕັດ ວາງເປົ້າໝາຍຈະດຶງຕົວ ເຟເດຣິໂກ ເຄຍຊາ ກອງໜ້າ ສະໂມສອນ ຢູເວນຕຸດ ທີມດັງແຫ່ງກັນໂຊເຊເຣຍອາ ອີຕາລີ ເປັນອີກໜຶ່ງຕົວເລືອກທີ່ຈະມາທົດແທນ ຈາດອນ ຊານໂຊ.
ສະໂມສອນ ແມນເຊັດເຕີ ຢູໄນເຕັດ ເລີ່ມຫາຕົວແທນ ຈາດອນ ຊານໂຊ ປີກຊາວອັງກິດ ທີ່ກໍາລັງມີບັນຫາຂັດແຍ່ງກັບ ທ່ານ ເອຣິກ ເທນ ຮາກ ຫົວໜ້າຄູຝຶກຊາວໂຮນລັງ (ຮອນແລນ) ຈົນຖືກຕັດຊື່ອອກຈາກທີມ ແລະ ມີໂອກາດສູງທີ່ຈະຍ້າຍອອກຈາກທີມໃນຕະຫຼາດຊື້-ຂາຍນັກເຕະເປີດຮອບ 2 ໃນເດືອນມັງກອນນີ້ ຫາກອະດີດນັກເຕະຂອງ ສະໂມສອນ ໂບຣຸດເຊຍ ດອດມຸນ ບໍ່ຂໍໂທດຕໍ່ທ່ານ ເອຣິກ ເທນ ຮາກ.
Calcio Mercato ສື່ໃນອີຕາລີ ລາຍງານຂ່າວວ່າ: ແມນຢູ ໃຫ້ຄວາມສົນໃຈ ເຟເດຣິໂກ ເຄຍຊາ ກອງໜ້າຕົວເກັ່ງຂອງ ຢູເວນຕຸດ ເປັນຕົວເລືອກໃໝ່ໃນເກມບຸກ ຫາກ ຊານໂຊ ຍ້າຍອອກຈາກທີມ ແລະ ອາດມີການທາບທາມໃນຕະຫຼາດລະດູໜາວໃນເດືອນມັງກອນນີ້ໄດ້ເລີຍ. ຂະນະທີ່ ຢູເວນຕຸດ ຮັບຮູ້ເຖິງຄວາມສົນໃຈຂອງຫຼາຍທີມໃນເອີຣົບ ທີ່ມີຕໍ່ ເຄຍຊາ ແລະ ກຽມຈະເຈລະຈາສັນຍາສະບັບໃໝ່ກັບດາວເຕະທີມຊາດອີຕາລີ ເພື່ອໃຫ້ເຂົາຢູ່ກັບທີມໃນໄລຍະຍາວ ໂດຍປັດຈຸບັນ ຜູ້ກ່ຽວເຫຼືອສັນຍາກັບສະໂມສອນເຖິງປີ 2025.
ທັງນີ້ ເຄຍຊາ ກໍາລັງສ້າງຜົນງານໄດ້ດີໃນຕົ້ນລະດູການນີ້ ຫຼັງຍິງໄປແລ້ວ 4 ປະຕູ ກັບສົ່ງໃຫ້ໝູ່ຍິງອີກ 1 ລູກ ຈາກ 6 ເກມທໍາອິດຂອງ ເຊເຣຍອາ ອີຕາລີ ທີ່ໄດ້ຫຼິ້ນເປັນກອງໜ້າຕົວຫຼັກຄຽງຄູ່ກັບ ດູຊານ ວະລາໂຮວິດ.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ