Skip to main content

ກວຮ ຈັດກອງປະຊຸມທາບທາມ 3 ພາກ ຮ່າງດຳລັດວ່າດ້ວຍການສຶກສາກ່ອນໄວຮຽນ

29/09/2023
ກອງປະຊຸມທາບທາມ 3 ພາກ ຮ່າງດຳລັດວ່າດ້ວຍການສຶກສາກ່ອນໄວຮຽນ

ກົມການສຶກສາກ່ອນໄວຮຽນ ຫຼື ກວຮ ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມທາບທາມ 3 ພາກ (ພາກເໜືອ, ພາກກາງ ແລະ ພາກໃຕ້) ກ່ຽວກັບຮ່າງດໍາລັດວ່າດ້ວຍການສຶກສາກ່ອນໄວຮຽນ ໃນລະຫວ່າງວັນທີ 25-30 ກັນຍາ 2023 ທີ່​ຫ້ອງປະຊຸມສະໂມສອນໄຟຟ້າ (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍມີ ທ່ານ ນາງ ສີພາພອນ ມະນີວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ສຳລານ ພັນຄະວົງ ຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍແຂກຖືກເຊີນທີ່ມາຈາກບັນດາກະຊວງ, ກົມ, ຫ້ອງການກະຊວງ, ຜູ້ອຳນວຍການສະຖາບັນ, ສູນ, ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຄະນະປະທານກອງປະຊຸມ

ທ່ານ ນາງ ສີພາພອນ ມະນີວັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອທາບທາມ, ແລກປ່ຽນຄໍາຄິດເຫັນ ແລະ ເປັນເອກະພາບ ຕໍ່ໂຄງປະກອບ ແລະ ເນື້ອໃນ (ຮ່າງ) ດໍາລັດວ່າດ້ວຍການສຶກສາກ່ອນໄວຮຽນ (ສະບັບທີ 1) ໃຫ້ມີຄວາມຄົບຖ້ວນ ແລະ ສົມບູນ ຊຶ່ງໃນກອງປະຊຸມດັ່ງກ່າວ ບັນດາຜູ້ແທນທີ່ເຂົ້າຮ່ວມຈະໄດ້ຮັບຟັງການລາຍງານຫຍໍ້ຄວາມຄືບໜ້າຂອງຂະບວນການສ້າງ  ດຳລັດວ່າ​ດ້ວຍການສຶກສາກ່ອນໄວຮຽນ; ນໍາສະເໜີພາບລວມຂອງໂຄງປະກອບ ແລະ ຮ່າງ ດຳລັດວ່າ​ດ້ວຍການສຶກສາກ່ອນໄວຮຽນ (ສະບັບທີ 1); ລາຍງານກ່ຽວກັບການສັງລວມຄຳຄິດເຫັນຂອງພາກສ່ວນຕ່າງໆ ໃສ່ໂຄງປະກອບ  ແລະ ເນື້ອ​ໃນຮ່າງດໍາລັດວ່າ​ດ້ວຍການສຶກສາກ່ອນໄວຮຽນ (ສະບັບທີ 1) ພ້ອມທັງປະກອບຄໍາເຫັນໃສ່ໂຄງປະກອບ ແລະ ເນື້ອໃນຂອງ (ຮ່າງ) ດໍາລັດວ່າ​ດ້ວຍການສຶກສາກ່ອນໄວຮຽນ (ສະບັບທີ 1).

ຜ່ານການປະກອບຄຳຄິດຄຳເຫັນໃສ່ກົງໄປກົງມາ ແລະ ສັງສັນຂອງບັນດາຜູ້ແທນກອງປະຊຸມ ດ້ານໂຄງປະກອບ ທີ່ປະຊຸມເຫັນດີເປັນເອກະພາບໂດຍພື້ນຖານຕໍ່ (ຮ່າງ) ດໍາລັດວ່າດ້ວຍການສຶກສາກ່ອນໄວຮຽນ ຊຶ່ງປະກອບມີ 15 ໝວດ 68 ມາດຕາ; ຜູ້ແທນກອງປະຊຸມ ສະເໜີໃຫ້ຄົ້ນຄວ້າ, ຊັບຊ້ອນ ແລະ ຈັດລຽງ ໝວດ ແລະ ມາດຕາ ຄືນ ເປັນຕົ້ນແມ່ນສັບປ່ຽນໝວດ 3 ສະຖານການສຶກສາກ່ອນໄວຮຽນ ມາເປັນໝວດ 2 ແລະ ໃຫ້ປ່ຽນຊື່ເປັນ ປະເພດສະຖານການສຶກສາ;ໃຫ້ຈັດລຽງຄືນ ເອົາໝວດ 7 ການຈັດຕັ້ງການຮຽນ ການສອນ ມາໄວ້ຫຼັງ ໝວດ 4 ຫຼັກສູດການສຶກສາກ່ອນໄວຮຽນ; ສະເໜີໃຫ້ເອົາ ໝວດ 11 ການປະກັນຄຸນນະພາບການສຶກສາກ່ອນໄວຮຽນ ມາຢູ່ໃກ້ກັບໝວດທີ່ກໍານົດວຽກວິຊາການ;ເອົາມາດຕາ 12 ເປັນໝວດສະເພາະ ໂດຍສ້າງເປັນໝວດ ການສ້າງຕັ້ງ, ການຍຸບເລີກ. ສ່ວນດ້ານເນື້ອໃນ ຜູ້ແທນກອງປະຊຸມກໍເຫັນດີໂດຍພື້ນຖານຕໍ່ (ຮ່າງ) ດໍາລັດວ່າດ້ວຍການສຶກສາກ່ອນໄວຮຽນແລ້ວ ແຕ່ກໍໃຫ້ມີການອະທິບາຍຄືນກ່ຽວກັບຄຳສັບໃນບາງມາດຕາ ເພື່ອໃຫ້ມີຄວາມສອດຄ່ອງ ແລະ ຖືກຕ້ອງຕາມຄວາມເປັນຈິງ. ພ້ອມນັ້ນ, ກໍສະເໜີໃຫ້ຄະນະຮັບຜິດຊອບ ເບິ່ງຄືນ ແລະ ປັບປຸງ ປະໂຫຍກ ທີ່ກໍານົດວ່າ: ໃນແຕ່ລະໄລຍະ ເພາະເຫັນວ່າໄດ້ກໍານົດໄວ້ໃນຫຼາຍມາດຕາ; ສະເໜີໃຫ້ມີການວິໄຈ ສະພາບຕົວຈິງຂອງແຕ່ລະເຂດ ຫຼື ສໍາພາດຄູ ເພື່ອໃຫ້ໄດ້ຂໍ້ມູນ ລາຍງານ ແລະ ປ້ອງກັນດໍາລັດສະບັບນີ້ ໂດຍສະເພາະການເບິ່ງແຍງ ແລະ ລ້ຽງດູເດັກອ່ອນ.

 

ພາບ-ຂໍ້ມູນ: ກວຮ

 

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ