ປກສ ແຂວງ ຄວ້າແຊ໋ມເຕະບານຫຼວງນໍ້າທາ ລາວລີກ 2 ຊີງຂັນເຈົ້າແຂວງ ປະຈໍາປີ2023
ການແຂ່ງຂັນກິລາເຕະບານ ລາວລີກ 2 ແຂວງຫຼວງນ້ຳທາ ແມ່ນໄດ້ເລີ່ມການແຂ່ງຂັນນັບຕັ້ງແຕ່ວັນທີ 16 ມິຖຸນາ 2023 ເປັນຕົ້ນມາ ໂດຍມີ 6 ທີມເຂົ້າຮ່ວມແຂ່ງຂັນຄື: ສະໂມສອນ ທະຫານແຂວງ, ປກສ ແຂວງ, ນ້ຳທາ ເອັບຊີ, ເອັບຊີ ເມືອງສິງ, ເດິ ຄິງ ອີໂວ (THE KING EVO? ແລະ ສະໂມສອນ ເອັມເອັດ ສະປອດ ຊິຕີ (MS SPORT CITY) ໂດຍທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະໜາມກິລາແຂວງຫຼວງນໍ້າທາ. ສຳລັບນັດສຸດທ້າຍຂອງການແຂ່ງຂັນ ໄດ້ມີຂຶ້ນໃນວັນທີ 28 ກັນຍາ 2023 ຜົນປະກົດວ່າ ສະໂມສອນ ປກສ ແຂວງ ທີມນຳຕາຕະລາງ ສາມາດເອົາຊະນະ ນ້ຳທາ ເອັບຊີ ທີມອັນດັບທີ 2 ໄປໄດ້ 4-2 ປະຕູ.
ສະຫຼຸບຕາຕະລາງຄະແນນ ອັນດັບທີ 1 ປກສ ແຂວງ ລົງສະໜາມ 10 ນັດ, ຊະນະ 9 ນັດ, ສະເໝີ 1 ນັດ ມີ 28 ຄະແນນ ຄວ້າແຊ໋ມໄປຄອງ ພ້ອມຮັບຂັນ 1 ໜ່ວຍ, ຫຼຽນລາງວັນ ແລະ ເງິນລາງວັນ 10.000.000 ກີບ, ອັນດັບທີ 2 ນ້ຳທາ ເອັບຊີ ລົງສະໜາມ 10 ນັດ, ຊະນະ 5 ນັດ, ສະເໝີ 3 ນັດ ແລະ ເສຍ 2 ນັດ ມີ 18 ຄະແນນ ຮັບຫຼຽນລາງວັນ ພ້ອມເງິນລາງວັນ 6.000.000 ກີບ, ອັນດັບທີ 3 ທະຫານແຂວງ ລົງສະໜາມ 10 ນັດ, ຊະນະ 3 ນັດ, ສະເໝີ 4 ນັດ ແລະ ເສຍ 3 ນັດ ມີ 13 ຄະແນນ ຮັບຫຼຽນລາງວັນ ພ້ອມເງິນລາງວັນ 3.000.000 ກີບ, ອັນດັບທີ 4 ເອັມເອັດ ສະປອດ ຊິຕີ ລົງສະໜາມ 10 ນັດ, ຊະນະ 2 ນັດ, ສະເໝີ 3 ນັດ ແລະ ເສຍ 5 ນັດ ມີ 9 ຄະແນນ, ອັນດັບທີ 5 ເດີຄິງ ອີໂວ ລົງສະໜາມ 10 ນັດ, ຊະນະ 2 ນັດ, ສະເໝີ 3 ນັດ ແລະ ເສຍ 5 ນັດ ມີ 9 ຄະແນນ ແລະ ອັນດັບສຸດທ້າຍ ເອັບຊີ ເມືອງສິງ ລົງສະໜາມ 10 ນັດ, ຊະນະ 1 ນັດ, ສະເໝີ 2 ນັດ ແລະ ເສຍ 7 ນັດ ມີ 5 ຄະແນນ. ສ່ວນລາງວັນດາວຍິງປະຕູສູງສຸດ ບຸນຄຳ ອຸ່ນລະສິດ ຈາກ ນ້ຳທາ ເອັບຊີ ຍິງໄດ້ 16 ປະຕູ, ລາງວັນນັກເຕະດີເດັ່ນ ໜໍ່ຄໍາ ປະທຸມມາ ຈາກ ປກສ ແຂວງ ແລະ ຄູຝຶກດີເດັ່ນ ທ່ານ ບຸນທັນ ຈາກ ນໍ້າທາ ເອັບຊີ.
Photo: Luang namtha League
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


