Skip to main content

ຕຳຫຼວດ ບຸກຄົ້ນສະຫະພັນບານເຕະແອັດສະປາຍ ຊອກຫາຫຼັກຖານ ບາເຊໂລນາ ຕິດສິນບົນ

ເຈົ້າໜ້າທີ່ຕໍາຫຼວດແອັດສະປາຍ (ສະເປນ) ໄດ້ນໍາກໍາລັງພົນບຸກໄປຍັງສະຫະພັນບານເຕະແອັດສະປາຍ ເພື່ອສືບຫາຫຼັກຖານຂອງການໃຫ້ສິນບົນຫຼາຍລ້ານເອີໂຣຂອງ ສະໂມສອນ ບາເຊໂລນາ ໃຫ້ກັບຮອງປະທານສະຫະພັນຜູ້ຕັດສິນບານເຕະຂອງແອັດສະປາຍ ໃນໄລຍະຫຼາຍປີທີ່ຜ່ານມາ.

ໂດຍໂຄສົກຕຳຫຼວດແອັດສະປາຍ ໄດ້ຢືນຢັນເຖິງການກວດຄົ້ນຫາຫຼັກຖານທີ່ສໍານັກງານຂອງສະຫະພັນຜູ້ຕັດສິນທີ່ສໍານັກງານໃຫຍ່ຂອງສະຫະພັນບານເຕະແອັດສະປາຍ ໃກ້ກັບນະຄອນຫຼວງມາດຣິດ ເຈົ້າໜ້າທີ່ຕຳຫຼວດໄດ້ກ່າວວ່າ ພວກເຂົາບໍ່ໄດ້ເຂົ້າຈັບກຸມ ແລະ ໄດ້ເຮັດຕາມຄຳສັ່ງຂອງສານໃນການສືບສວນຄະດີ.

ໃນເດືອນມີນາທີ່ຜ່ານມາ ມີການກ່າວອ້າງວ່າ ບາເຊໂລນາ ເຮັດການທຸຈະລິດສໍ້ລາດບັງຫຼວງ ແລະ ປອມແປງເອກະສານ ໄອຍະການກ່າວວ່າ ສະໂມສອນໄດ້ຈ່າຍເງິນໃຫ້ກັບ ທ່ານ ໂຄເຊ ມາເຣຍ ເອນຣິເກດ ເນເກຣາ ອະດີດຜູ້ຕັດສິນທີ່ດໍາລົງຕໍາແໜ່ງໃນສະຫະພັນຜູ້ຕັດສິນໃນໄລຍະປີ 1994-2018 ເປັນຈໍານວນ 7,3 ລ້ານເອີໂຣ ຕັ້ງແຕ່ປິ 2001-18.

ບາເຊໂລນາ ໄດ້ປະຕິເສດຂໍ້ກ່າວຫາທັງໝົດ ໂດຍກ່າວວ່າ ເງິນຈໍານວນດັ່ງກ່າວ ເປັນເງິນສໍາລັບການລາຍງານດ້ານເຕັກນິກຂອງຜູ້ຕັດສິນ ມັນບໍ່ແມ່ນເງິນເພື່ອໂນ້ມນ້າວໃນການຕັດສິນເກມ.

ການບຸກຄົ້ນສະຫະພັນບານເຕະແອັດສະປາຍ ເກີດຂຶ້ນອີກຄັ້ງ ຫຼັງກ່ອນໜ້ານີ້ ພວກເຂົາຖືກບຸກຄົ້ນໃນກໍລະນີຈູບນັກກິລາບານເຕະຍິງຂອງ ທ່ານ ຫຼຸຍ ຣູເບຍເລດ ອະດີດປະທານສະຫະພັນບານເຕະທີມຊາດແອັດສະປາຍ.