ກັອບໄຣເດີ ຄັບ ຄັ້ງທີ 44 ເປີດສາກຄວາມມັນ 29 ກັນຍາ – 1 ຕຸລາ 2023
ການແຂ່ງຂັນກິລາກັອບໄຣເດີ ຄັບ (Ryder Cup? ທີ່ເອົາທີມເອີຣົບ ພົບກັບ ທີມສະຫະລັດອາເມຣິກາ ຄັ້ງທີ 44 ໄດ້ເປີດສາກຄວາມມັນ ລະຫວ່າງວັນທີ 29 ກັນຍາ – 1 ຕຸລາ 2023 ທີ່ສະໜາມ Marco Simone Golf and Country Club ນະຄອນຫຼວງໂຣມ ປະເທດອີຕາລີ ຊຶ່ງທີມເອີຣົບນຳໂດຍ ລຸກ ໂດໂນ ຫົວໜ້າທີມຊາວອັງກິດ. ສ່ວນນັກກິລາ ປະກອບມີ ຣໍຣີ ແມັກອິວລອຍ ມື 2 ຂອງໂລກ ຈາກໄອແລນເໜືອ (ອຽກລັງເໜືອ), ຈອນຣາມ ມື 3 ຂອງໂລກ ຈາກແອັດສະປາຍ (ສະເປນ) ພ້ອມກັນນີ້ ກໍມີ ໂຣເບີດ ແມັກອິນທາຍ ຈາກສະກັອດແລນ, ວິກຕໍ ໂຮບແລນ ຈາກນອກແວ (ນໍເວ), ໄທເຣວ ຮັດຕັນ, ແມັດ ຟຣິດປາຕິກ, ທອມມີ ຟີດວູດ, ຈັດຕິນ ໂຣດ 4 ນັກກັອບຈາກອັງກິດ, ເຊັບ ສະຕຣາກາ ຈາກໂອຕຣິດ, ເຊນ ໂລຣີ ຈາກສາທາລະນະລັດໄອແລນ (ອຽກລັງ), ນິໂຄລາຍ ຮອຍກ໊າດ ຈາກເດັນມາກ ແລະ ລຸດວິກ ອາເບີກ ຈາກສະວີເດັນ (ຊູແອັດ).
ຂະນະທີ່ ທີມອາເມຣິການຳໂດຍ ແຊັກ ຈອນສັນ, ນັກກິລາປະກອບມີ ສະກັອດຕີ ເຊັບເລີ ມື 1 ຂອງໂລກ, ແພັດທຣິກ ແຄນລີ ມື 5 ຂອງໂລກ, ຊານເດີ ຊາບເຟວ, ແມັກ ໂຮມາ, ບຽນ ຮາມານ, ວິນແຮມ ຄລາກ, ບຣຸກ ຄັອບກາ, ຈໍແດນ ສະປີດ, ຄໍລິນ ໂມຣິກາວາ, ແຊມເບີນ, ຣິກກີ ຟາວເລີ ແລະ ຈັດຕິນ ໂທມັດ.
ສຳລັບການແຂ່ງຂັນ 43 ຄັ້ງຜ່ານມາ, ທີມສະຫະລັດອາເມຣິກາ ຜົນງານດີກວ່າ ເອົາຊະນະໄດ້ 27 ຄັ້ງ ສະເໝີ 2 ແລະ ເສຍ 14 ຄັ້ງ, ຄັ້ງຜ່ານມາປີ 2021 ແຂ່ງທີ່ອາເມຣິກາ ເຈົ້າພາບ ທີມສະຫະລັດອາເມຣິກາ ຊະນະ ທີມເອີຣົບ 19-9.