Skip to main content

ມາກເຊີຍ ແຕ່ງຕັ້ງ “ກັດຕູໂຊ” ຄຸມທີມ ຮອດປີ 2024

ສະໂມສອນ ໂອລິມປິກ ມາກເຊີຍ ທີມດັງໃນລີກສູງສຸດຂອງຝຣັ່ງ ໄດ້ປະກາດແຕ່ງຕັ້ງ ທ່ານ ເກັນນາໂຣ ກັດຕູໂຊ ອະດີດກອງກາງທີມຊາດອີຕາລີ ແລະ ສະໂມສອນ ເອຊີ ມິລານ ຄຸມທີມ ດ້ວຍເຊັນສັນຍາໄລຍະສັ້ນ ຮອດປີ 2024 ຫາກຜົນງານດີ ອາດຂະຫຍາຍສັນຍາເພີ່ມ.

ທ່ານ ກັດຕູໂຊ ວ່າງງານນັບຕັ້ງແຕ່ແຍກທາງກັບ ສະໂມສອນ ບາເລນເຊຍ ເມື່ອວັນທີ 30 ມັງກອນ 2023 ຜ່ານມາ ໂດຍເຂົ້າມາແທນທີ່ຂອງ ທ່ານ ມາເຊລີໂນ ກາເຊຍ ໂຕລາວ ຄູຝຶກຊາວແອັດສະປາຍ (ສະເປນ) ທີ່ຖືກປົດອອກຈາກຕຳແໜ່ງຫຼັງຄຸມທີມໄດ້ພຽງ 7 ນັດ.

ສຳລັບ ທ່ານ ກັດຕູໂຊ ກ້າວສູ່ການຄຸມທີມເຕັມໂຕໃນປີ 2013 ດ້ວຍການຄຸມ ສະໂມສອນ ຊີອົງ ໃນລີກສະວິດເຊີແລນ, ຈາກນັ້ນໄປຄຸມສະໂມສອນ ປາແລໂມ ໃນລີກບ້ານເກີດ, ຕໍ່ມາຍ້າຍໄປຄຸມທີມ OFI Crete ໃນລີກຂອງເກຣັກ ແລະ ກັບມາຄຸມທີມ ປີຊາ ໃນອີຕາລີ ຈາກນັ້ນໄປຄຸມທີມສຳຮອງ ແລະ ທີມຊຸດໃຫຍ່ຂອງ ເອຊີ ມິລານ ຕົ້ນສັງກັດເກົ່າ, ໄປຄຸມ ນາໂປລີ ແລະ ບາເລນເຊຍ ລວມແລ້ວຄຸມທີມທັງໝົດ 309 ນັດ ຊະນະ 132 ສະເໝີ 85 ເສຍ 92 ສະເລ່ຍໂອກາດຊະນະຕໍ່ນັດ 42,72%.

ໂດຍນັດທຳອິດຂອງ ທ່ານ ກັດຕູໂຊ ຈະພາ ມາກເຊີຍ ໄປຢາມ ໂມນາໂຄ ໃນເກມລີກ ຄືນວັນທີ 30 ກັນຍາ 2023 ຈາກນັ້ນ ຈະເປີດບ້ານພົບກັບ ໄບຣຕັນ ໃນເກມ ຢູໂຣປາລີກ ຮອບແບ່ງກຸ່ມ ນັດທີ 2 ໃນວັນທີ 5 ຕຸລາ 2023.