ເອຊີ ມິລານ ວາງແຜນສ້າງສະໜາມໃໝ່ ບັນຈຸຜູ້ຊົມໄດ້ 7 ໝື່ນຄົນ
ເອຊີ ມິລານ ສະໂມສອນຊັ້ນນຳໃນລາຍການ ກັນໂຊ ເຊຣີອາ ອີຕາລີ ວາງແຜນຈະສ້າງສະໜາມໃໝ່ ທີ່ບັນຈຸຜູ້ຊົມໄດ້ 7 ໝື່ນຄົນ, ປັດຈຸບັນ ກຳລັງຢູ່ຂັ້ນຕອນການດຳເນີນງານຜ່ານແຜນລະອຽດແກ່ອຳນາດການປົກຄອງທີ່ກ່ຽວຂ້ອງ ຊຶ່ງສະໜາມໃໝ່ນີ້ ຕັ້ງຢູ່ທາງພາກໃຕ້ຂອງເມືອງມິລານ ຕາມແຜນການຈະສ້າງສຳນັກງານຂອງສະໂມສອນ, ໂຮງແຮມ, ຮ້ານຄ້າ ແລະ ພິພິດຕະພັນຂອງທີມ.
ທ່ານ ເປົາໂລ ສະກາໂຣນີ ປະທານສະໂມສອນ ເອຊີ ມິລານ ກ່າວວ່າ: ຕາມແຜນຈະພະຍາຍາມໃຫ້ໄດ້ສ້າງໃນປີ 2025 ແລະ ເປີດໃຊ້ໃນປີ 2028 ຄາດວ່າງົບກໍສ້າງຢ່າງໜ້ອຍ 1 ຕື້ເອີໂຣ.
ສຳລັບ ເອຊີ ມິລານ ນຳໃຊ້ສະໜາມ ຊານຊີໂຣ ມາແຕ່ປີ 1926 ແລະ ໃຊ້ຮ່ວມກັບ ອິນເຕີ ມິລານ ມາແຕ່ປີ 1947 ໂດຍຄູ່ແຂ່ງຮ່ວມເມືອງ ອິນເຕີ ມິລານ ກໍມີແຜນຈະສ້າງສະໜາມໃໝ່ເຊັ່ນກັນ.
Photo: AC Milan