Skip to main content

ເອຊຽນ ເກມ ສັ່ງຫ້າມນັກບານສົ່ງ 3 ຄົນ ທີ່ໂອນສັນຊາດກຳປູເຈຍ ເພາະເຮັດຜິດກົດ

ງານນີ້ມີແຕ່ເສຍກັບເສຍ ສໍາລັບສະຫະພັນກິລາບານສົ່ງແຫ່ງຊາດກໍາປູເຈຍ ຫຼັງຈາກສະພາໂອລິມປິກແຫ່ງອາຊີ ຫຼື OCA ໄດ້ສັ່ງຫ້າມບໍ່ໃຫ້ນັກກິລາທີ່ໂອນສັນຊາດ ລົງແຂ່ງຂັນໃນມະຫະກຳກິລາເອຊຽນ ເກມ ຄັ້ງທີ 19 ທີ່ເມືອງຫາງໂຈວ ສປ ຈີນ ເປັນເຈົ້າພາບ.

ກ່ອນໜ້ານີ້ ສະຫະພັນກິລາບານສົ່ງແຫ່ງຊາດກຳປູເຈຍ ໄດ້ດຶງຕົວນັກກິລາລະດັບສູງຂອງ ກູບາ ມາຢູ່ກັບພວກເຂົາ ເພື່ອຫວັງພາທີມຊາຍຄວ້າແຊ໋ມເອຊຽນ ເກມ ປີ 2022 ທີ່ປະເທດຈີນ. ສຳລັບ 3 ນັກກິລາ ນໍາໂດຍ ເລດເຕີ ອາມັນໂດ ຊານເຊດ ຄາເບຣາ ອາຍຸ 35 ປີ, ຣາເຊວ ເຮີເຣຣາ ອາຍຸ 25 ປີ ແລະ ເຮັນຣີ ເພລາໂຢ ເບີນອນ  ອາຍຸ 22 ປີ ແຕ່ທ້າຍທີ່ສຸດ OCA ປະກາດບໍ່ໃຫ້ 3 ຄົນດັ່ງກ່າວລົງແຂ່ງ ເພາະວ່າມີກົດລະບຽບຢູ່ວ່າ ນັກກິລາທີ່ຈະໂອນສັນຊາດໄປຫຼິ້ນໃຫ້ປະເທດນັ້ນໆ ຕ້ອງຢູ່ທີ່ປະເທດນັ້ນເປັນເວລາບໍ່ຕ່ຳກວ່າ 3 ປີ.

ເລື່ອງນີ້ ເຮັດໃຫ້ກຳປູເຈຍ ຕ້ອງສົ່ງຜູ້ຫຼິ້ນເທົ່າທີ່ມີລົງແຂ່ງຂັນ ຊຶ່ງຜົນປາກົດວ່າ ເສຍ 2 ນັດຕິດຕໍ່ກັນ ເສຍໃຫ້ ອິນເດຍ 0-3 ເຊັດ ແລະ ເສຍໃຫ້ ສ.ເກົາຫຼີ 0-3 ແຕ່ສິ່ງທີ່ໜ້າສົນໃຈກໍຄື ເງິນທີ່ຈ້າງໄປແລ້ວ ບໍ່ຮູ້ວ່າຈະໄດ້ຄືນ ຫຼື ບໍ່.

ເລື່ອງນີ້ອາດຈະເປັນເຫດຜົນດຽວກັບທີ່ກິລາບານບ້ວງ ບໍ່ມີນັກກິລາໂອນສັນຊາດລົງແຂ່ງຂັນ ທັງທີ່ໃນໃນຊີເກມ ຄວ້າແຊ໋ມໄດ້ດ້ວຍນັກກິລາອາເມຣິກາໂອນສັນຊາດທັງໝົດ.