ເຮືອໂຮງຮຽນນານາຊາດວຽງຈັນ ກຽມເຂົ້າຮ່ວມຊ່ວງເຮືອປະເພນີ 2023 ຢູ່ທ່າວັດຈອມແຈ້ງ
ເຮືອໂຮງຮຽນນານາຊາດວຽງຈັນ ກໍາລັງຂຸ້ນຂ້ຽວໃນການຝຶກຊ້ອມ ທາງດ້ານເຕັກນິກ ແລະ ພະລະກໍາລັງ ເພື່ອກະກຽມຄວາມພ້ອມທາງດ້ານຕ່າງໆ ໃນການເຂົ້າຮ່ວມງານບຸນຊ່ວງເຮືອປະເພນີ ປະຈໍາປີ 2023 ຢູ່ເຂດໜ້ານໍ້າທ່າວັດຈອມແຈ້ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃນວັນທີ 22 ຕຸລາ 2023.
ທ່ານ ວຽງໄຊ ແສງແກ້ວມະນີ ຜູ້ຮັບຜິດຊອບໃນການຝຶກຊ້ອມຂອງເຮືອຊ່ວງໂຮງຮຽນນານາຊາດວຽງຈັນ ລາຍງານໃຫ້ຮູ້ວ່າ: ສໍາລັບເຮືອຊ່ວງຂອງໂຮງຮຽນນານາຊາດວຽງຈັນ ເປັນເຮືອທີ່ສ້າງຂຶ້ນໃໝ່ ທີ່ຫາກໍສ້າງສໍາເລັດໃນວັນທີ 2 ສິງຫາ 2023 (ການສ້າງເຮືອໃຊ້ເວລາປະມານ 2 ເດືອນ) ເປັນປະເພດເຮືອສູດ 12 ສີພາຍ ແລະ ໄດ້ຈັດພິທີບາສີສູ່ຂວັນເຮືອດັ່ງກ່າວ ເປັນທີ່ຮຽບຮ້ອຍແລ້ວ ໃນວັນທີ 23 ກັນຍາ 2023 ຢູ່ວັດໄຊສະຖານ ບ້ານໄຊສະຖານ ເມືອງສີສັດຕະນາກ ປັດຈຸບັນທີມນັກກິລາທີ່ມາຈາກບັນດາຄູອາຈານ ແລະ ນ້ອງນັກຮຽນໂຮງຮຽນດັ່ງກ່າວ ແມ່ນກໍາລັງຂຸ້ນຂ້ຽວໃນການລົງຝຶກຊ້ອມ-ຝຶກແອບ ມາແຕ່ວັນທີ 9 ກັນຍາຜ່ານມາ ອາທິດລະ 2 ຄັ້ງ (ວັນຈັນ ເວລາ 17:00-19:00 ໂມງ ແລະ ວັນເສົາ ເວລາ 9:00-11:00 ໂມງ) ໂດຍສະເພາະແມ່ນເນັ້ນໜັກດ້ານເຕັກນິກ, ພະລະກໍາລັງ ແລະ ຄວາມສາມັກຄີພາຍໃນທີມ.
ແນວໃດກໍຕາມ, ໃນການເຂົ້າຮ່ວມງານບຸນຊ່ວງເຮືອປະເພນີ ປະຈໍາປີ 2023 ຢູ່ເຂດໜ້ານໍ້າທ່າວັດຈອມແຈ້ງ ຖ້າຫາກວ່າຜົນງານອອກມາເປັນທີ່ໜ້າພໍໃຈ ແລະ ການເຫັນດີຂອງສະມາຄົມພໍ່ແມ່ຜູ້ປົກຄອງຂອງນັກກິລາ ກໍພ້ອມທີ່ຈະສືບຕໍ່ສົ່ງເຮືອດັ່ງກ່າວ ເຂົ້າຮ່ວມງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ 2023 ທີ່ທ່າວັດຈັນ ໃນວັນທີ 30 ຕຸລາ 2023 ນີ້.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



