“ຄິມ ອິກ ຢອງ” ນັກກິລາຍົກນ້ຳໜັກ ສປປ ເກົາຫຼີ ຄວ້າຫຼຽນຄຳ ເອຊຽນ ເກມ ຮຸ່ນ 59 ກິໂລ ພ້ອມທຳລາຍທຸກສະຖິຕິ
ການແຂ່ງຂັນກິລາຍົກນ້ຳໜັກ ໃນງານມະຫະກໍາກິລາເອຊຽນ ເກມ ຄັ້ງທີ 19 ທີ່ສະໜາມກິລາຊຽວສານ ສະປອດ ເຊັນເຕີ ຢິມເນຊຽມ ເມືອງຫາງໂຈວ ແຂວງເຈີ້ຈຽງ ປະເທດຈີນ ເມື່ອວັນທີ 2 ຕຸລາ 2023 ເປັນການຊີງຫຼຽນຄໍາ ຊຶ່ງສ້າງຄວາມຕົກຕະລຶງໃຫ້ໂລກໜ່ວຍນີ້ ເມື່ອ “ຄິມ ອິກ ຢອງ” ນັກກິລາຍິງອາຍຸພຽງ 20 ປີ ຈາກ ສປປ ເກົາຫຼີ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການຍົກທ່າສະແນດໄດ້ 111 ທຳລາຍສະຖິຕິອາຊີ, ທຳລາຍສະຖິຕິເອຊຽນ ເກມ ແລະ ທຳລາຍສະຖິຕິໂລກ.
ເທົ່ານັ້ນຍັງບໍ່ພໍ ໃນທ່າຄລີນແອນເຈິກ “ຄິມ ອິກ ຢອງ” ຍົກໄດ້ 135 ກິໂລກຣາມ ທຳລາຍສະຖິຕິອາຊີ, ທໍາລາຍສະຖິຕິເອຊຽນເກມ ແລະ ທໍາລາຍສະຖິຕິໂລກຕື່ມອີກ. ຂະນະທີ່ນໍ້າໜັກລວມ ເຮັດໄດ້ເຖິງ 246 ກິໂລກຣາມ ຊຶ່ງກໍເປັນການທໍາລາຍສະຖິຕິອາຊີ, ທໍາລາຍສະຖິຕິເອຊຽນ ເກມ ແລະ ທໍາລາຍສະຖິຕິໂລກແບບຄົບຊຸດ.
ສ່ວນຫຼຽນເງິນ ຕົກເປັນຂອງ “ລູ ຊິ ຟາງ” ຈາກສປ ຈີນ ເຈົ້າພາບ ສະຖິຕິ 240 ກິໂລກຣາມ ແລະ ຫຼຽນທອງ “ກົວ ຊິງ ຊຸນ” ນັກກິລາຈາກໄຕ້ຫວັນ ນ້ຳໜັກ 227 ກິໂລກຣາມ.
ດ້ານ “ຮິດິລິນ ດິອາດ” ນັກກິລາສາວທີມຊາດຟີລິບປິນ ເຈົ້າຂອງຫຼຽນຄຳໂອລິມປິກຄັ້ງຫຼ້າສຸດ ບໍ່ສາມາດຄວ້າຫຼຽນມາຄ້ອງຄໍໄດ້ ເຮັດນ້ຳໜັກລວມໄດ້ 223 ກິໂລກຣາມ ພຽງອັນດັບທີ 4 ເທົ່ານັ້ນ.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ