Skip to main content

ພົບສານກະຕຸ້ນໃນຮ່າງກາຍນັກມວຍ ງານກິລາເອຊຽນ ເກມ ຄັ້ງທີ 19

ສໍານັກງານກວດສານຕ້ອງຫ້າມນານາຊາດ (ITA) ຖະແຫຼງເມື່ອວັນທີ 29 ກັນຍາ 2023 ວ່າ ພົບນັກກິລາບໍ່ຜ່ານການກວດສານຕ້ອງຫ້າມຄົນທໍາອິດ ໃນງານມະຫະກຳກິລາເອຊຽນ ເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ຊຶ່ງກໍາລັງແຂ່ງຂັນຢູ່ໃນຂະນະນີ້ແລ້ວ ນັ້ນກໍຄື ໂມຮໍາໝັດ ໄຄບາ ນູຣິດຕານີ ນັກກິລາມວຍສາກົນທີມຊາດອັບການິດສະຖານ ອາຍຸ 37 ປີ ທີ່ເສຍໃນການແຂ່ງຂັນຮອບທຳອິດ ຮຸ່ນນ້ຳໜັກ 71 ກິໂລກຣາມຊາຍ.

ITA ຖະແຫຼງວ່າ ນູຣິດຕານີ ຖືກກວດສານຕ້ອງຫ້າມຕັ້ງແຕ່ 4 ມື້ກ່ອນການແຂ່ງຂັນແຕ່ຜົນອອກມາວ່າພົບສານອະນາບໍລິກສະເຕຍຣອຍ 2 ຊະນິດໃນຕົວຢ່າງທີ່ເກັບໄປ ໂດຍ ITA ໄດ້ແຈ້ງໃຫ້ນັກກິລາ ແລະ ລົງໂທດຫ້າມແບບບໍ່ມີກໍານົດ ພ້ອມເປີດໂອກາດໃຫ້ນັກກິລາໄດ້ໃຊ້ສິດຂໍກວດຕົວຢ່າງ B ໄດ້.

ໃນຕົ້ນອາທິດນີ້, ທ່ານ ມານີ ເຈກາເຣຊານ ທີ່ປຶກສາຄະນະກຳມະການຕ້ານສານຕ້ອງຫ້າມສະພາໂອແລມປິກອາຊີ (OCA) ໄດ້ອອກມາເຕືອນນັກກິລາວ່າທຸກຄົນທີ່ເຂົ້າຮ່ວມແຂ່ງຂັນໃນງານກິລາເອຊຽນ ເກມ ຄັ້ງນີ້ ມີສິດຖືກສຸ່ມກວດຫາສານຕ້ອງຫ້າມຕະຫຼອດເວລາເພາະວ່າຢາກໃຫ້ນີ້ເປັນການແຂ່ງຂັນທີ່ສະອາດ ແລະ ບໍລິສຸດ ຫາກພົບຄົນບໍ່ຜ່ານກວດສານຕ້ອງຫ້າມກໍຈະຖືກໄລ່ອອກຈາກການແຂ່ງຂັນ. ຢ່າງໃດກໍຕາມ ເນື່ອງຈາກມີນັກກີລາເຂົ້າຮ່ວມປະມານ 12.000 ຄົນ ຊຶ່ງຫຼາຍກວ່າງານມະຫະກຳກິລາໂອແລມປິກ ເກມ ຈຶ່ງເປັນໄປບໍ່ໄດ້ທີ່ຈະກວດນັກກິລາໄດ້ຄົບທຸກຄົນຈະຕ້ອງເນັ້ນຄົນທີ່ທໍາລາຍສະຖິຕິເປັນຫຼັກ.

 

Leave a Reply

Your email address will not be published. Required fields are marked *