Skip to main content

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ຄະນະຜູ້ແທນກອງທັບ ກຳປູເຈຍ

03/10/2023

ວັນທີ 2 ຕຸລາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນເອກ ວົງ ປິເຊນ ຜູ້ບັນຊາການທະຫານສູງສຸດ ກອງທັບແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-4 ຕຸລາ 2023.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານຜູ້ບັນຊາການທະຫານສູງສຸດ ກອງທັບແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງມັນເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນຮ່ວມມື ລາວ-ກຳປູເຈຍ ທີ່ມີມູນເຊື້ອມາຢ່າງຍາວນານໃຫ້ເລິກເຊິ່ງ ກວ້າງຂວາງກວ່າເກົ່າ, ເວົ້າສະເພາະການເພີ່ມທະວີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ກຳປູເຈຍ ບົນຈິດໃຈມູນເຊື້ອສາຍພົວພັນທີ່ດີງາມ ແນໃສ່ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງສອງປະເທດ. ນອກຈານນີ້, ໃນໄລຍະຜ່ານມາການພົວພັນຮ່ວມມືລະຫວ່າງສອງກອງທັບ ລາວ-ກຳປູເຈຍ ເຫັນວ່າໄດ້ຮັບການພັດທະນາຢ່າງຕັ້ງໜ້າ ແລະ ມີຄວາມເຂັ້ມແຂງທັນສະໄໝຂຶ້ນເລື້ອຍໆ.

ໂອກາດດຽວກັນ, ທ່ານຜູ້ບັນຊາການທະຫານສູງສຸດ ກອງທັບແຫ່ງຣາຊະອານາຈັກກຳປູເຈຍ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບໃຫ້ໝັ້ນຄົງຍາວນານ ໂດຍສະເພາະສອງກອງທັບ ລາວ-ກຳປູເຈຍ ໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ ເພື່ອຜົນປະໂຫຍດອັນຍາວນານຂອງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ.

 

ພາບ-ຂ່າວ: ແກ້ວ

 

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ