Skip to main content

ແມນຢູ 10 ຄົນ ເສຍຄາບ້ານໃຫ້ ກາລາຕາຊາຣາຍ 2-3 ເຕະບານ ຢູຟາ ແຊ໋ມປ້ຽນລີກ ຮອບແບ່ງກຸ່ມ

Manchester

ທັບນັກເຕະຜີສາດແດງ ສະໂມສອນ ແມນເຊັດເຕີ ຢູໄນເຕັດ ຍັງຄົງສ້າງຜົນງານໄດ້ຢ່າງໜ້າຜິດຫວັງຕໍ່ເນື່ອງ ຫຼ້າສຸດເປີດບ້ານເສຍໃຫ້ກັບ ສະໂມສອນ ກາລາຕາຊາຣາຍ ໄປແບບຫວຸດຫວິດ 2-3 ປະຕູ ບໍ່ສາມາດເກັບແຕ້ມໄດ້ເລີຍຈາກ 2 ນັດ ຈົມຢູ່ອັນດັບສຸດທ້າຍຂອງຕາຕະລາງ ໃນການແຂ່ງຂັນເຕະບານ ຢູຟາ ແຊ໋ມປ້ຽນລີກ ລະດູການ 2023-2024 ນັດທີ 2 ຮອບແບ່ງກຸ່ມ ກຸ່ມ A ຂະນະທີີ່ ກາລາຕາຊາລາຍ ເກັບເພີ່ມເປັນ 4 ຄະແນນ ຈາກ 2 ນັດ ຢູ່ອັນດັບທີ 2 ຂອງຕາຕະລາງ.

Manchester
Manchester
Manchester

ການແຂ່ງຂັນເຕະບານລາຍການດັ່ງກ່າວ ເມື່ອຄືນວັນທີ 3 ຕຸລາ 2023 ມີການລົງສະໜາມ 8 ຄູ່ ໃນ 4 ກຸ່ມ ຄືກຸ່ມ A-D ແຕ່ຈະຂໍລາຍງານຄູ່ລະຫວ່າງ ສະໂມສອນ ແມນເຊັດເຕີ ຢູໄນເຕັດ ທີມດັງຈາກອັງກິດ ພົບກັບ ສະໂມສອນ ກາລາຕາຊາລາຍ ທີມຈາກຕວກກີ ຊຶ່ງຜົນງານຂອງທັງສອງນັດທຳອິດ ແມນຢູ ບຸກໄປເສຍ ບາເຢິນ ມິວນິກ 3-4 ແລະ ກາລາຕາຊາລາຍ ສະເໝີ ໂຄເປນເຮເກນ 1-1.

ເກມນີ້, ທ່ານ ເອຣິກ ເທນຮາກ ຄູຝຶກໃຫຍ່ ສະໂມສອນ ແມນເຊັດເຕີ ຢູໄນເຕັດ ພາທີມສ້າງຜົນງານໄດ້ຢ່າງໜ້າຜິດຫວັງ ຫຼ້າສຸດເປີດບ້ານເສຍໃຫ້ກັບ ຄຣິດຕັນ ພາເລດ 0-1 ໃນລີກ ຍັງຄົງມີບັນຫາເລື່ອງການຈັດທີມ ໂດຍ 11 ຕົວຈິງ ຜູ້ຮັກສາປະຕູໃຊ້ງານ ອັງເດຣ ໂອນານາ; ກອງຫຼັງ: ໂຊຟິຢານ ອຳຣາບັດ, ວິກເຕີ ລິນເດີເລິບ, ຣາຟາເອວ ວາຣານ ແລະ ເດຍໂກ ດາໂລ; ກອງກາງ: ຄາເຊມິໂຣ, ເມສັນ ເມົາ ແລະ ຮານິບານ ເມດບຣີ; ສາມປະສານແດນໜ້າ ມາຄັດ ແຣດຟອດ, ຣາດມຸດ ຮອຍລຸນ ແລະ ບຣູໂນ ແຟນັນເດດ ຫວັງເກັບແຕ້ມໃນບ້ານໃຫ້ໄດ້ ຂະນະທີ່ທີມຢາມ ກໍຈັດຊຸດໃຫຍ່ລົງສະໜາມ ວິນຟຣີດ ຊາລາ ອະດີດນັກເຕະແມນຢູ ແລະ ເມົາໂຣ ອິກາດີ ຫວັງແບ່ງແຕ້ມເຊັ່ນກັນ.

Manchester
Manchester
Manchester

ເກມນີ້ ແມນເຊັດເຕີ ຢູໄນເຕັດ ຖືວ່າເລີ່ມຕົ້ນໄດ້ດີ ເມື່ອໄດ້ປະຕູຂຶ້ນນໍາກ່ອນ 1-0 ຈາກຈັງຫວະທີ່ ມາຄັດ ແຣດຟອດ ຫຼຸດດ່ຽວຂຶ້ນມາທາງເບື້ອງຂວາ ກ່ອນເປີດບານເຂົ້າໃນເຂດໂທດໃຫ້ ຣາດມຸດ ຮອຍລຸນ ແລ່ນບຽດກອງຫຼັງທີມຢາມເອົາຫົວໂໝ່ງເຂົ້າໄປຢ່າງສວຍງາມ ໃນນາທີ 17 ແຕ່ດີໃຈໄດ້ບໍ່ດົນ ກາລາຕາຊາຣາຍ ກໍໄລ່ຕີສະເໝີເປັນ 1-1 ໂດຍ ວິນຟຣີດ ຊາຮາ ອະດີດນັກເຕະ ແມນຢູ ໃນນາທີ 23 ແລະ ກໍຈົບເຄິ່ງເວລາທຳອິດດ້ວຍສະກໍນີ້.

ເຂົ້າສູ່ເຄິ່ງເວລາທີ 2 ແມນຢູ ມາໄດ້ປະຕູຂຶ້ນນຳອີກຄັ້ງເປັນ  2-1 ຈາກຈັງຫວະທີ່ ຮອຍລຸນ ໄດ້ບານຫຼຸດດ່ຽວເຂົ້າໄປຊິດບານຂ້າມຕົວຜູ້ຮັກສາປະຕູຢ່າງເໜືອຊັ້ນໃນນາທີ 67 ແຕ່ຜ່ານໄປໄດ້ພຽງ 4 ນາທີ ທີມຢາມ ກາລາຕາຊາຣາຍ ກໍຕາມຕີສະເໝີເປັນ 2-2 ໄດ້ຈາກ ມູຮາເໝັດ ຄາເຣມ.

MANCHESTER

ຈາກນັ້ນໃນນາທີ 77 ແມນຢູ ຕ້ອງເຫຼືອຜູ້ຫຼິ້ນພຽງແຕ່ 10 ຄົນ ເມື່ອ ອັງເດຣ ໂອນານາ ອອກບານພາດ ຖືກ ດຣິດ ເມີເທນ ຍາດເອົາບານໄປໄດ້ ກ່ອນທີ່ ກາເຊມີໂຣ ຈະໄລ່ມາເຕະກອງໜ້າຊາວແບນຊິກຈົນຫງາຍຫຼັງຢູ່ໃນເຂດໂທດ ກາຍເປັນລູກຈຸດໂທດ ຂະນະທີ່ຕົວເຂົາໄດ້ຮັບໃບເຫຼືອງທີສອງ ແລະ ຕ້ອງອອກຈາກສະໜາມໄປ.

ຢ່າງໃດກໍຕາມ, ກາລາຕາຊາຣາຍ ກັບພາດປະຕູຂຶ້ນນໍາຢ່າງເຫຼືອເຊື່ອ ເມື່ອ ເມົາໂຣ ອິກາດີ ຍິງຈຸດໂທດຫຼຸດເສົາອອກໄປ. ຢ່າງໃດກໍຕາມ ໃນນາທີ 81 ອິກາດີ ກໍມາແກ້ຕົວໄດ້ສໍາເລັດ ເມື່ອຫຼຸດດ່ຽວໄປເດາະບານຂ້າມຕົວ ໂອນານາ ເປັນປະຕູໄຊໃຫ້ ກາລາຕາຊາຣາຍ ບຸກມາຊະນະ ແມນເຊັດເຕີ ຢູໄນເຕັດ 3-2 ເກັບເພີ່ມເປັນ 4 ຄະແນນຈາກ 2 ນັດ ເປັນອັນດັບທີ 2 ຂອງກຸ່ມ ສ່ວນ ແມນເຊັດເຕີ ຢູໄນເຕັດ ຍັງບໍ່ມີຄະແນນຢູ່ອັນດັບສຸດທ້າຍ.

ສ່ວນຜົນຄູ່ອື່ນໆ ກຸ່ມ A ໂຄເປນເຮເກນ ເສຍໃຫ້ ບາເຢິນ ມິວນິກ 1-2,  ກຸ່ມ B ພີເອັດວີ ໄອໂຮເຟນ ສະເໝີ ກັບ ເຊບີຢາ 2-2, ກຸ່ມ C ຢູໄນໂອນ ເສຍໃຫ້ ບຣາກາ 2-3, ກຸ່ມ D ຊັນບວກ ເສຍໃຫ້ ຣີວ ໂຊເຊຍດັດ 0-2 ແລະ ອິນເຕີ ມິລານ ຊະນະ ເບນຟີກາ 1-0.