Skip to main content

ຫາລືລະດັບຊາດ ສ້າງແຜນດໍາເນີນການກຽມສະເໜີແຫຼ່ງອຸທິຍານທໍລະນີ ໃນ ສປປ ລາວ

04/10/2023

ຫ້ອງ​ການ​ເລ​ຂາ​ຄະ​ນະ​ກຳ​ມາ​ທິ​ການ​ແຫ່ງ​ຊາດ​ລາວ ເພື່ອ​ອຸຍ​ແນດສະ​ໂກ ກົມ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ໄດ້ຈັດ​ກອງ​ປະ​ຊຸມ​ປຶດ​ສາ​ຫາ​ລື​ລະ​ດັບ​ຊາດ ເພື່ອສ້າງແຜນດໍາເນີນການກະກຽມສະເໜີແຫຼ່ງອຸທິຍານທໍລະນີ (Geopark) ໃນ ສປປ ລາວ ເມື່ອວັນ​ທີ 27 ກັນ​ຍາ 2023 ທີ່​ເມືອງວັງ​ວຽງ ​ແຂວງວຽງ​ຈັນ ໂດຍພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ຮສ.ປອ ພຸດ ສິມ​ມາ​ລາ​ວົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສ​ທິ​ການ ແລະ ກິ​ລາ, ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ແຫ່ງ​ຊາດ​ລາວ ເພື່ອ​ອຸຍ​ແນັດ​ສ​ະໂກ, ມີຜູ້ຕາງ​ໜ້າຈາກກົມ​ປ່າ​ໄມ້ ກະ​ຊວງ​ກະ​ສິ​ກຳ ແລ​ະ ປ່າ​ໄມ້, ກົມ​ທໍ​ລະ​ນີ​ສາດ ແລະ ແຮ່​ທາດ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່, ກົມ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ກົມ​ໂຄ​ສະ​ນາ​ການ​​ທ່ອງ​ທ່ຽວ ກ​ະ​ຊວງ​ຖະແຫຼ່ງ​ຂ່າວ, ວັດ​ທະ​​ນະ​ທຳ ແລະ ທ່ອງ​ທ່ຽວ (ຖວ​ທ), ກົມ​ຄຸ້ມ​ຄອງວິ​ທະ​ຍາ​ສາດ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, ຄະ​ນະ​ສິ່ງ​ແວດ​ລ້ອມ ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ, ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມັນ​ຕີ, ຫ້ອງ​ການ​ເລ​ຂາ​ຄະ​ນະ​ກຳ​ມາ​ທິ​ການ​ແຫ່ງ​ຊາດ​ລາວ ເພື່ອ​ອຸຍ​ແນ​ັດສ​ະໂກ​, ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້, ຮອງ​ຫົວ​ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິ​ລາແຂວງ, ຮອງ​ຫົວ​ໜ້າ​ພະ​ແນກ​ ຖວ​ທ ແຂວງ, ເຈົ້າ​ເມືອງຄຸນ​ຄຳ, ເຈົ້າ​ເມືອງນາ​ກາຍ, ​ຕາງ​ໜ້າໂຄງ​ການ​ພັດ​ທະ​ນາ​ແຫຼ່ງ​​ທ່ອງ​ທ່ຽວ​ແບບ​ອະ​ນຸ​ລັກ (Tétraktys) ແຂວງ​ຄຳ​ມ່ວນ.

ທ່ານ ຮສ.ປອ ພຸດ ສິມມາລາວົງ

ໃນກອງປະຊຸມ, ຜູ້ເຂົ້າ​ຮ່ວມໄດ້​ຮຽນ​ຮູ້ຄວາມເປັນມາ, ການພັດທະນາ ແລະ ທິດທາງການບໍລິຫານອຸທິຍານທໍລະນີໂລກ ສະຕູນ; ລະບົບອຸທິຍານທໍລະນີໃນປະເທດໄທ, ທິດທາງການພັດທະນາແຫຼ່ງທໍລະນີສູ່ອຸທິຍານທໍລະນີ ແລະ ອຸທິຍານທໍລະນີໂລກ; ທິດທາງທີ່ຈະພັດທະນາ, ອະນຸລັກ, ສ້າງຄຸ້ນຄ່າໃຫ້ເກີດປະໂຫຍດ ແລະ ສົ່ງເສີມໂຄສະນາເຂດພື້ນທີ່ອຸທິຍານທໍລະນີ; ຫຼັກເກນ, ເອກະສານ ແລະ ເຄື່ອງມືປະເມີນອຸທິຍານທໍລະນີຂອງ UNESCO ຊຶ່ງ​ບັນ​ຍາຍ​ໂດຍ ດ​ຣ ນັດ​ຖະ​ພັນ ເຂ​ຊະ​ຣະ​ນັນ​ທາ ທີ່​ປຶກ​ສາ​ດ້ານ​ວິ​ຊາ​ການ ແລະ ການ​ຮ່ວມ​ມື​​ສາ​ກົນ​ຂອງອຸ​ທິ​ຍານ​ທໍ​ລະ​ນີໂລກ ສະ​ຕູນ ແລະ ດ​ຣ ນາ​ຣົງ​ຣິດ ທຸ່ງ​ປ​ຣື ຜູ້​ອຳ​ນວຍ​ການ​ອຸ​ທິ​ຍານ​ທໍ​ລະ​ນີ​​ໂລກ ສະ​ຕູນ, ວິ​ທະ​ຍາ​ກອນ​ຈາກ​ປະ​ເທດ​ໄທ. ນອກຈາກນັ້ນ, ຜູ້ເຂົ້າ​ຮ່ວມກອງ​ປະ​ຊຸມ​ຍັງ​ໄດ້​ຮັບ​ຟັງ​ການ​ສະ​ເໜີພາບລວມ, ທີ່ຕັ້ງ ແລະ ທ່າແຮງຂອງປ່າສະຫງວນແຫ່ງຊາດ ພູຫີນປູນ; ພາລະບົດບາດ ແລະ ນິຕິກໍາ ທີ່ຕິດພັນກັບການຄຸ້ມຄອງປ່າສະຫງວນ/ອຸທິຍານ ສະ​ເໜີ​ໂດຍ​ວິ​ທະ​ຍາ​ກອນ​ຈາກກົມ​ປ່າ​ໄມ້ ກະ​ຊວງ​ກະ​ສິ​ກຳ ແລ​ະ ປ່າ​ໄມ້; ການກໍານົດ Geosite ແລະ ແນວຄວາມຄິດການພັດທະນາ Geopark ສະ​ເໜີ​ໂດຍພະແນກຂໍ້ມູນທໍລະນີສາດ ແລະ ແຮ່ທາດ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່.

ທ່ານ ຮສ.ປອ ພຸດ ສິມມາລາວົງ

ພາຍຫຼັງວິ​ທະ​ຍາ​ກອນ​ສະເໜີ​ບົດສໍາເລັດ, ຜູ້ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ຄົ້​ນ​ຄວ້າ ແລະ ປະ​ກອບ​ຄຳ​ເຫັນ​ຕໍ່ຮ່າງ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​​ຄະ​ນະ​ກຳ​ມະ​ການລະ​ດັບ​ຊາດ ເພື່ອ​​ການຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ Geopark ໃນ ​ສ​ປ​ປ ລາວ ແລະ ​ໄດ້​ຮ່າງແຜນ​ດຳ​ເນີນ​ງານ (Roadmap) ການພັດທະນາອຸທິຍານທໍລະນີປ່າສະຫງວນແຫ່ງຊາດ ພູຫີນປູນ ແຂວງ​ຄຳ​ມ່ວນ ເປັນ Geopark ຂອງ ສ​ປ​ປ ລາວ.

 

ໂດຍ: ຫ້ອງ​ການ​ເລ​ຂາ​ຄະ​ນະ​ກຳ​ມາ​ທິ​ການ​ແຫ່ງ​ຊາດ​ລາວ ເພື່ອ​ອຸຍ​ແນັດສ​ໂກ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ