Skip to main content

ສກຂ ຄຳມ່ວນ ຈັດກິດຈະກຳແຂ່ງຂັນກິລາເປຕັງ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຢ່າງຟົດຟື້ນ

04/10/2023

ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຄຳມ່ວນ ຈັດກິດຈະກຳແຂ່ງຂັນກິລາເປຕັງ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ໃຫ້ເປັນຂະບວນຟົດຟື້ນເບີກບານມ່ວນຊື່ນ ໃນວັນທີ 4 ຕຸລາ 2023 ຢູ່ທີ່ສະໜາມກິລາແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍບັນດາຕາງໜ້າຂະແໜງການທີ່ກ່ຽວຂ້ອງ ຕະຫຼອດເຖິງນັກກິລາຈາກເມືອງອ້ອມຂ້າງ ແລະ ພາກສ່ວນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.

ການແຂ່ງຂັນກິລາເປຕັງເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ໃນຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດເກືອບ 100 ຄົນ ໂດຍໄດ້ແບ່ງອອກເປັນ 44 ທີມ, ຍິງ 18 ທີມ, ການແຂ່ງຂັນໄດ້ດໍາເນີນໄປໃນລະຫວ່າງວັນທີ 4-5 ຕຸລາ 2023. ສໍາລັບລາງວັນອັນດັບທີ 1 ຈະໄດ້ເງິນສົດ 700.000 ກີບ ພ້ອມຂັນ 1 ໜ່ວຍ, ອັນດັບທີ 2 ຈະໄດ້ເງິນສົດ 400.000 ກີບ ແລະ ອັນດັບທີ 3 ຈະໄດ້ເງິນສົດ 300.000 ກີບ.

ທ່ານ ນັນຕະໄຊ ອິນທະສອນ ໄດ້ກ່າວວ່າ: ຂ້າພະເຈົ້າໃນນາມຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຕະຫຼອດເຖິງພະນັກງານ, ຄູອາຈານໃນທົ່ວແຂວງ ໄດ້ພ້ອມກັນກະກຽມສ້າງຂະບວນການໂດຍສະເພາະໃນມື້ນີ້ແມ່ນໄດ້ພ້ອມກັນສ້າງຂະບວນການເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ທີ່ໄດ້ໝູນວຽນມາຮອດອີກວາລະໜຶ່ງ ຊຶ່ງພວກເຮົາກໍໄດ້ມີການຈັດຂະບວນການໃນລະດັບແຂວງກໍໄດ້ມີການຈັດການແຂ່ງຂັນກິລາເປຕັງ, ບານສົ່ງ ແລະ ເຕັ້ນແອໂຣບິກ ຕະຫຼອດວັນທີ 4-6 ຕຸລາ 2023. ສ່ວນວ່າຢູ່ໃນລະດັບເມືອງເຂົາເຈົ້າຈະຈັດເປັນແຕ່ລະໂຮງຮຽນໃນວັນທີ 6 ຕຸລາ 2023 ພ້ອມກັນໃນທົ່ວແຂວງເພື່ອເຮັດໃຫ້ພິທີນີ້ເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນ ແລະ ຈາລຶກເຖິງຄຸນງາມຄວາມດີຂອງຄູທີ່ໄດ້ພ້ອມພາກັນພັດທະນາຊັບພະຍາກອນມະນຸດ ກໍຄືການສິດສອນໃຫ້ຄວາມຮູ້ແກ່ນັກຮຽນທົ່ວແຂວງກໍຄືທົ່ວປະເທດໃຫ້ມີຄວາມໝາຍຄວາມສໍາຄັນອັນໃຫຍ່ຫຼວງ ຕາມພາລະບົດບາດຂອງຄູ ຊຶ່ງຂະບວນການນີ້ແມ່ນໄດ້ຮຽກຮ້ອງໃຫ້ໝົດທຸກເມືອງເພື່ອເຂົ້າຮ່ວມ ໂດຍສະເພາະແມ່ນໄດ້ນໍາເອົາກິລາເປຕັງຍິງ-ຊາຍ, ກິລາເຕະບານ ແລະ ເຕັ້ນແອໂຣບິກຕ່າງໆ ເພື່ອໃຫ້ເປັນຂະບວນການຟົດຟື້ນໃນໄລຍະວັນຄູແຫ່ງຊາດ ຄົບຮອບ 29 ປີ ໃນປີນີ້.

ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງມາຍັງອໍານາດການປົກຄອງໃນແຕ່ລະຂັ້ນ ຈົ່ງໄດ້ປະກອບສ່ວນເປັນເຈົ້າການໃນການຈັດຕັ້ງພິທີສະເຫຼີມສະຫຼອງ ຫຼື ການຈາລຶກເຖິງຄຸນງາມຄວາມດີຂອງຄູທີ່ໄດ້ຈັດຕັ້ງປະຕິບັດການສິດສອນໃຫ້ຄວາມຮູ້ຢູ່ໃນຊຸມຊົນຂອງບັນດາເມືອງ. ພ້ອມດຽວກັນນັ້ນພໍ່ແມ່, ສະມາຄົມພໍ່ແມ່ຜູ້ປົກຄອງນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານກໍຕ້ອງໄດ້ປະກອບສ່ວນໃນການຈັດຕັ້ງປະຕິບັດກິດຈະກໍາດັ່ງກ່າວນີ້ໃຫ້ສໍາເລັດລຸລ່ວງ, ໃຫ້ມີຄວາມໝາຍ ແລະ ຄວາມສໍາຄັນ.

 

ພາບ-ຂ່າວ: ສກຂ ຄຳມ່ວນ