ມຽນມາ ຄວ້າຫຼຽນຄຳກະຕໍ້ ປະເພດ 4 ຄົນ ໃນເອຊຽນ ເກມ 2023
ນັກກິລາກະຕໍ້ຊາຍ ປະເພດ 4 ຄົນ ທີມຊາດມຽນມາ ສາມາດສ້າງປະຫວັດສາດຄວ້າຫຼຽນຄຳ ຫຼຽນທຳອິດໃຫ້ກັບທັບນັກກິລາມຽນມາ ໃນເອຊຽນເກມ ຄັ້ງທີ 19 ທີ່ນະຄອນຫາງໂຈ, ມົນທົນເຈີຈຽງ, ສປ ຈີນ ຫຼັງຈາກເອົາຊະນະທີມຊາດອິນໂດເນເຊຍ ໄປໄດ້ແບບຂາດຮອຍ 2 ຕໍ່ 0 ເຊັດ 21-13 ແລະ 24-22 ໃນການແຂ່ງຂັນນັດຊີງຊະນະເລີດ ໃນວັນທີ 3 ຕຸລາ ຜ່ານມາ.
ມຽນມາ ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມໃນເອຊຽນ ເກມ ຄັ້ງທີ 19 ທັງໝົດ 137 ຄົນ ໃນນັ້ນເປັນ ນັກກິລາຊາຍ 63 ຄົນ ແລະ ນັກກິລາຍິງ 48 ຄົນ ໃນ 7 ປະເພດກິລາ .
#ຮຽບຮຽງໂດຍ: ຄົນຂ້າງສະໜາມ
ພາບຈາກອິນເທີເນັດ