Skip to main content

5 ຕຸລາ ວັນຄູສາກົນ

ວັນທີ 5 ຕຸລາຂອງທຸກໆປີ ເປັນວັນຄູສາກົນ ເພື່ອເຊີດຊູຄວາມສຳຄັນຂອງອາຊີບ “ຄູ” ທົ່ວໂລກ

“ຄູ” ເປັນໜຶ່ງອາຊີບທີ່ສຳຄັນທີ່ຢູ່ເບື້ອງຫຼັງເພື່ອຊຸກຍູ້ໃຫ້ເດັກນ້ອຍ ກ້າວເດີນໄປໃນເສັ້ນທາງທີ່ຖືກຕ້ອງ ພ້ອມກັບໃຫ້ຄຳແນະນຳໃຫ້ຄວາມຮູ້ ແລະ ຍັງເຮັດໜ້າທີ່ປຽບເໝືອນພໍ່ແມ່ຜູ້ທີສອງທີ່ໃຫ້ການຊຸກຍູ້ເດັກໃຫ້ໄປເຖິງຝັ່ງຝັນຢ່າງສົມບູນ.

ອົງການ UNESCO ໄດ້ມີການກຳນົດວັນຄູສາກົນ (World Teachers’ Day) ເພື່ອເຊີດຊູ “ຄູ” ຊຶ່ງເປັນບຸກຄົນສຳຄັນຕໍ່ການສ້າງຊີວິດ ແລະ ສັງຄົມ ໂດຍມີເປົ້າໝາຍເຮັດໃຫ້ພົນລະເມືອງໂລກ ໄດ້ຄຳນຶງເຖິງຄວາມສຳຄັນຂອງຄົນເປັນຄູ, ປະກາດຍົກຍ້ອງຄູໃຫ້ເປັນບຸກຄົນສຳຄັນ ເພາະຄູມີບົດບາດໃນການຂັບເຄື່ອນການສຶກສາໃຫ້ມີຄວາມຈະເລີນກ້າວໜ້າ ແລະ ເພື່ອໃຫ້ຄູທົ່ວໂລກ ໄດ້ຄຳນຶງເຖິງຄວາມຮັບຜິດຊອບຂອງຕົນທີ່ມີຕໍ່ສັງຄົມ ຕະຫຼອດຈົນເພື່ອປູກຈິດສຳນຶກທີ່ດີໃນການຊ່ວຍເຫຼືອມະນຸດຕໍ່ໄປ.

 

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ

ພາບ: ອິນເຕີເນັດ