Skip to main content

ນິວຄາດເຊິນ ໄລ່ຖະຫຼົ່ມ ເປແອັດເຊ 4-1 ຫຍັບຂຶ້ນເປັນທີ 1 ຂອງກຸ່ມ ເຕະບານ ຢູຟາ ແຊ໋ມປ້ຽນລີກ ຮອບແບ່ງກຸ່ມ

ການແຂ່ງຂັນເຕະບານ ຢູຟາ ແຊ໋ມປ້ຽນລີກ ລະດູການ 2023-2024 ຮອບແບ່ງກຸ່ມ ນັດທີ 2 ເມື່ອຄືນວັນທີ 4 ຕຸລາ 2023 ມີການລົງສະໜາມຫຼາຍຄູ່ ແຕ່ຄູ່ທີ່ໜ້າສົນໃຈ ເປັນການລົງສະໜາມຂອງກຸ່ມ ເອັບ ສະໂມສອນ ນິວຄາດເຊິນ ຢູໄນເຕັດ ທີມນ້ອງໃໝ່ຈາກອັງກິດ ເປີດສະໜາມເຊັນເຈມ ປາກ ຕ້ອນຮັບການມາຢາມຂອງ ສະໂມສອນ ປາຣີດ ແຊງແຊກແມັງ ຫຼື ເປແອັດເຊ ທີມຂາປະຈຳຈາກຝຣັ່ງທີ່ຍັງໄປບໍ່ເຖິງແຊ໋ມລາຍການນີ້ຈັກເທື່ອ ໂດຍເກມໃນເຄິ່ງເວລາທຳອິດເປັນ ນິວຄາດເຊິນ ເຈົ້າຖິ່ນທີ່ໄດ້ປະຕູຂຶ້ນນຳກ່ອນ 2-0 ໂດຍໄດ້ຈາກການຍິງຂອງ ມິເກວ ອັນມິຣອນ ນາທີ 17 ແລະ ແດນ ເບິນ ນາທີ 39.

ສ່ວນເຄິ່ງເວລາທີ 2 ນິວຄາດເຊິນ ເຈົ້າຖິ່ນ ມາໄດ້ປະຕູໜີຫ່າງເປັນ 3-0 ໃນນາທີ 50 ຈາກການຍິງຂອງ ຊອນ ລອງສະຕາບ ແຕ່ມາໃນນາທີ 56 ເປແອັດເຊ ທີມຢາມມາໄດ້ປະຕູຕີໄຂ່ແຕກເປັນ 1-3 ຈາກການໂໝ່ງຂອງ ລູກາ ແອກນ໊ອງເດດ ແຕ່ສຸດທ້າຍກາຍເປັນ ນິວຄາດເຊິນ ທີ່ມາໄດ້ປະຕູຢ້ຳໄຊຊະນະໃນນາທີ 90+1 ເຮັດໃຫ້ຈົບເກມ ນິວຄາດເຊິນ ເປີດບ້ານໄລ່ຖະຫຼົ່ມ ເປແອັດເຊ ໄປແບບຂາດຮອຍ 4-1 ປະຕູ ເກັບເພີ່ມເປັນ 4 ຄະແນນ ຈາກ 2 ນັດ ຫຍັບຂຶ້ນເປັນທີມນຳຂອງກຸ່ມ ສ່ວນເປແອັດເຊ ລົງແຂ່ງຂັນ 2 ນັດ ມີ 3 ຄະແນນ ຢູ່ອັນດັບທີ 2 ຂອງກຸ່ມ.

ຂະນະທີ່ຜົນການແຂ່ງຂັນກຸ່ມອື່ນໆ ກຸ່ມ ອີ: ແອດເລຕິໂກ ມາດຣິດ ຊະນະ ເຟເຢນູດ 3-2 ແລະ ເຊວຕິກ ເສຍ ລາຊິໂອ 1-2; ກຸ່ມ ເອັບ: ໂບຣຸດເຊຍ ດອດມຸນ ສະເໝີ ເອຊີ ມິລານ 0-0 ແລະ ນິວຄາດເຊິນ ຢູໄນເຕັດ ຊະນະ ປາຣີດ ແຊງແຊກແມັງ 4-1; ກຸ່ມ ຈີ: ເຊເວນາ ຊະເວດດາ ສະເໝີ ຢັງ ບອຍ 2-2 ແລະ ແອເບ ໄລຊິກ ເສຍ ແມນເຊັດເຕີ ຊິຕີ 1-3; ກຸ່ມ ເຮັດ: ອັນທະເວິບ ເສຍ ຊັກຕາ ໂດເນດ 2-3 ແລະ ເອັບຊີ ປໍໂຕ ເສຍ ບາເຊໂລນາ 0-1.

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ

ພາບ: AFP