ມ.ຂອນແກ່ນ ມອບອຸປະກອນກິລາກະຕໍ້ ໃຫ້ສະໂມສອນ ສີໂຄດຕະບອງ ສົ່ງເສີມນັກກິລາລາວກ້າວສູ່ສາກົນ
ສະມາຄົມກະຕໍ້ ມະຫາວິທະຍາໄລຂອນແກ່ນ (ມ.ຂອນແກ່ນ) ປະເທດໄທ ໃຫ້ການສະໜັບສະໜູນອຸປະກອນກິລາກະຕໍ້ຫຼາຍລາຍການ ສົ່ງເສີມການພັດທະນານັກກິລາກະຕໍ້ຂອງສະໂມສອນ ກະຕໍ້ ສີໂຄດຕະບອງ ເພື່ອສ້າງໂອກາດໃຫ້ນັກກິລາຂອງສະໂມສອນດັ່ງກ່າວໄດ້ມີການເຄື່ອນໄຫວໃຫ້ມີທ່າກ້າວທີ່ພົ້ນເດັ່ນກວ່າເກົ່າ ສາມາດກາຍເປັນນັກກິລາລະດັບຊາດ ແລະ ສາກົນ ໃນອະນາຄົດ.
ພິທີມອບ-ຮັບການອຸປະຖຳເຄື່ອງໃນຄັ້ງນີ້ ໄດ້ມີຂຶ້ນເມື່ອບໍ່ດົນຜ່ານມາ ທີ່ສະໂມສອນດັ່ງກ່າວ ໂຮງຮຽນມັດທະຍົມຕອນປາຍ ມິດຕະພາບ ວຽງຈັນ-ໂຮ່ຈິມິນ ໂດຍເປັນການກ່າວມອບຂອງທ່ານ ສຸລິຍະ ອຸປະໂສກ ປະທານສະມາຄົມກິລາກະຕໍ້ ມະຫາວິທະຍາໄລຂອນແກ່ນ ແລະ ຕາງໜ້າກ່າວຮັບແມ່ນ ທ່ານ ນາງ ວິໄລວັນ ສີປະເສີດ ປະທານບໍລິສັດ ໂພນໄຊການກະເສດ, ມີທ່ານ ຮວງຄຳ ນັນທະລັງສີ ອະດີດນັກກິລາກະຕໍ້ທີມຊາດລາວ ແລະ ອະດີດຄູຝຶກກະຕໍ້ທີມຊາດລາວ ທັງເປັນຫົວໜ້າຄູຝຶກ ໂຄງການພັດທະນານັກກິລາລາວ ກ້າວສູ່ສາກົນ ຕະຫຼອດຮອດຄະນະ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ຮວງຄຳ ນັນທະລັງສີ ໃຫ້ສຳພາດວ່າ: ໂຄງການພັດທະນານັກກິລາລາວ ກ້າວສູ່ສາກົນ ເປັນໂຄງການໜຶ່ງທີ່ໄດ້ຜ່ານການຈັດຕັ້ງຈາກສະຫະພັນກະຕໍ້ແຫ່ງຊາດລາວ ຄັກແນ ຊຶ່ງມີຈຸດປະສົງໃນການສົ່ງເສີມການພັດທະນານັກກິລາຮຸ່ນສືບທອດ ກໍຄື ເຍົາວະຊົນ ແລະ ໄວໜຸ່ມຫັນມາຫຼິ້ນກິລາເພື່ອຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມປັດຈຸບັນ ແນໃສ່ສ້າງ ແລະ ພັດທະນາເຂົາເຈົ້າໃຫ້ກາຍເປັນນັກກິລາກະຕໍ້ລະດັບຊາດ ສາມາດຮັບໃຊ້ທີມຊາດ ແລະ ກ້າວໄປເປັນນັກກິລາລະດັບສາກົນ ໃນອະນາຄົດ ພວກເຮົາຈະບໍ່ຢຸດນິ້ງພຽງເທົ່ານີ້ ຍັງຄົງຈະສືບຕໍ່ພັດທະນານັກກິລາໄປເລື້ອຍໆ ປັດຈຸບັນສະໂມສອນພວກເຮົາມີນັກກິລາເຂົ້າຮ່ວມໂຄງການທັງໝົດ 16 ຄົນ ຊຶ່ງເປັນນັກກິລາຊາຍທັງໝົດ ແລະ ຍັງຈະສືບຕໍ່ຊອກນັກກິລາຍິງຜູ້ມີພອນສະຫວັນມາພັດທະນາຕື່ມອີກ ຫາກວ່ານັກກິລາຄົນໃດສົນໃຈກໍສາມາດເຂົ້າມາພົວພັນກັບສະໂມສອນຂອງພວກເຮົາໄດ້ ທີ່ສະໂມສອນ ຂອງໂຮງຮຽນດັ່ງກ່າວ.
ສຳລັບການມອບອຸປະກອນການຝືກຊ້ອມກິລາກະຕໍ້ໃນໂຄງການພັດທະນານັກກິລາລາວກ້າວສູ່ສາກົນ ປະກອບມີກະຕໍ້ ຈຳນວນ 20 ໜ່ວຍ, ຕາງໜ່າງ 1 ດາງ, ຊຸດຝຶກຊ້ອມ ຈຳນວນ 36 ຊຸດ ແລະ ໄມ້ຟາດກະຕໍ້ 1 ອັນ.
ຂ່າງໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ


