Skip to main content

ຟີຟາ ຢືນຢັນ ມີ 6 ຊາດ ຈາກ 3 ທະວີບ ຈະເປັນເຈົ້າພາບຮ່ວມ ຈັດເຕະບານໂລກ 2023

ສະຫະພັນກິລາບານເຕະສາກົນ ຫຼື ຟີຟາ ຢືນຢັນວ່າ ການແຂ່ງຂັນເຕະບານໂລກ ປີ 2030 ຈະຈັດຂຶ້ນໃນ 6 ປະເທດ ຈາກ 3 ທະວີບ ໂດຍແອັດສະປາຍ ຫຼື ສະເປນ ຈະເປັນເຈົ້າພາບຮ່ວມກັບ ປອກຕຸຍການ (ໂປຣຕຸເກດ) ແລະ ມາຣົກ (ໂມຣັອກໂກ) ຂະນະທີ່ 3 ເກມທຳອິດຂອງທົວນາເມນ ຈະແຂ່ງຂັນກັນທີີ່ປະເທດອຸຣຸໄກວ, ອາກຊັງຕີນ (ອາເຈນຕິນາ) ແລະ ປາຣາໄກວ.

ຟີຟາ ລະບຸຕື່ມວ່າ 3 ເກມທຳອິດໃນການແຂ່ງຂັນເຕະບານໂລກ 2030 ຈະແຂ່ງຂັນກັນທີ່ 3 ຊາດຂອງທະວີບອາເມຣິກາໃຕ້ ເພື່ອເປັນການສະເຫຼີມສະຫຼອງ ຄົບຮອບ 100 ປີຂອງການແຂ່ງຂັນເຕະບານໂລກ ທີ່ຈັດຂຶ້ນຄັ້ງທຳອິດເມື່ອປີ 1930 ໂດຍມີ ອຸຣຸໄກວ ເປັນເຈົ້າພາບ ຊຶ່ງຈະມີການປະກາດຢືນຢັນໃນກອງປະຊຸມໃຫຍ່ຂອງ ຟີຟາ ໃນປີ 2024.

ລາຍງານລະບຸອີກວ່າ: ນັດເປີດສະໜາມເຕະບານໂລກ 2030 ຈະມີຂຶ້ນທີ່ນະຄອນຫຼວງມອນເຕວິເດໂອ ປະເທດອຸຣຸໄກວ ຊຶ່ງເປັນເມືອງທີ່ຈັດການແຂ່ງຂັນເຕະບານໂລກຄັ້ງທຳອິດໃນປີ 1930 ຂະນະທີ່ເກມທີ 2 ແລະ 3 ຈະແຂ່ງຂັນທີ່ປະເທດອາກຊັງຕິນ ແລະ ປາຣາໄກວ ຕາມລຳດັບ ສ່ວນເກມການແຂ່ງຂັນທີ່ເຫຼືອຈະໄປແຂ່ງຂັນທີ່ແອັດສະປາຍ, ປອກຕຸຍການ ແລະ ມາຣົກ.

ຂະນະດຽວກັນ, ຟີຟາ ຍັງຢືນຢັນຕື່ມອີກວ່າ ຈາກການທີ່ການແຂ່ງຂັນເຕະບານໂລກ 2030 ຈະຈັດຂຶ້ນໃນ 3 ທະວີບດັ່ງກ່າວ ເຮັດໃຫ້ເຈົ້າພາບຈັດການແຂ່ງຂັນເຕະບານໂລກ ປີ 2034 ຈະເປັນຊາດຈາກທະວີບອາຊີ ຫຼື ໂອຊີນີເທົ່ານັ້ນ ໂດຍມີ ຊາອຸດິອາຣະເບຍ ເປັນຕົວເຕັງທີ່ຈະໄດ້ຮັບໜ້າທີ່ຈັດການແຂ່ງຂັນ.

 

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ

ພາບ: ອິນເຕີເນັດ