Skip to main content

ຊາວໜຸ່ມ ວລ ອ້ອມຂ້າງ ສສກ ຕີລາຄາຄືນຜົນງານ ໄຕມາດ III ແລະ ວາງແຜນການຕໍ່ໜ້າ

05/10/2023

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ວິທະຍາໄລ (ວລ) ອ້ອມຂ້າງ ກະຊວງສຶກສາທິການ ແລະ ກິລາ (ສສກ)  ຈັດກອງປະຊຸມສະຫຼຸບສັງລວມ ແລະ ຕີລາຄາຄືນຜົນງານທີ່ພົ້ນເດັ່ນ ປະຈຳໄຕມາດ III ແລະ ວາງແຜນການ ປະຈໍາໄຕມາດ IV ປີ 2023 ເມື່ອວັນທີ 29 ກັນຍາ ຜ່ານມາ ທີ່ສູນພັດທະນາຜູ້ປະກອບການ ລາວ-ອິນເດຍ (ຫຼັກ 8) ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະພັກກະຊວງ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ເລຂາທິການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທັງເປັນເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ສສກ ແລະ ສະຫາຍ ໄພວັນ ບັນດາສັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ ທັງເປັນເລຂາ ຄຊປປລ ວິທະຍາໄລ ອ້ອມຂ້າງກະຊວງ ສສກ, ມີຄະນະບໍລິຫານງານ ແລະ ບັນດາຄະນະເລຂາ-ຮອງເລຂາຊາວໜຸ່ມ 15 ພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້, ສະຫາຍ ສຸລິເດດ ຄອງທຳ ໄດ້ລາຍງານຫຍໍ້ກ່ຽວກັບຜົນງານການເຄື່ອນໄຫວວຽກງານທີ່ພົ້ນເດັ່ນ ປະຈຳໄຕມາດ III ແລະ ແຜນການ ປະຈໍາໄຕມາດ IV ປີ 2023 ໃຫ້ຮູ້ວ່າ: ຄະນະຊາວໜຸ່ມພວກເຮົາ ເປັນຮາກຖານໜຶ່ງທີ່ຂຶ້ນກັບຄະນະບໍລິຫານງານຊາວໜຸ່ມ ສສກ ໃນນັ້ນ ມີ ຄະນະບໍລິຫານງານທັງໝົດ 13 ສະຫາຍ, ຍິງ 2 ສະຫາຍ ປະກອບມີ 15 ພາກສ່ວນ ໂດຍໄດ້ຖືເອົາການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມເປັນຫຼັກ ໂດຍສະເພາະທັງ 15 ໜ່ວຍຮາກຖານ ໄດ້ເຊື່ອມຊຶມ ແລະ ເຂົ້າຮ່ວມຮັບຟັງການເຜີຍແຜ່ເອກະສານສຳຄັນຕ່າງໆ ເພື່ອສຶກສາອົບຮົມໃຫ້ສະມາຊິກຊາວໜຸ່ມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ. ສໍາລັບການເຄື່ອນໄຫວກິດຈະກໍາຕ່າງໆ ປະຈໍາ ໄຕມາດ III ປີ 2023 ໄດ້ສຳເລັດກອງປະຊຸມເຊື່ອມຊຶມເອກະສານແນະນຳຂອງສູນກາງຊາວໜຸ່ມ ປປລ ວ່າດ້ວຍການກະກຽມກອງປະຊຸມໃຫ່ຍ 3 ຂັ້ນໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມ ປປລ ວິທະຍາໄລອ້ອມຂ້າງກະຊວງ ແລະ 15 ພາກສ່ວນທີ່ຂຶ້ນກັບ ທີ່ວິທະຍາໄລເຕັກນິກສັບພະວິຊາ ຈຳນວນ 92 ສະຫາຍ, ຍິງ 24 ສະຫາຍ, ໄດ້ຮັບນາມມະຍົດ 4 ບຸກປະຈຳປີ 2022 ແລະ ທຸງໄຊນໍາໜ້າຂອງຄະນະບໍລິຫານງານຊາວໜຸ່ມ ປປລ ວິທະຍາໄລອ້ອມຂ້າງກະຊວງ, ໄດ້ໄປຢ້ຽມຢາມ ແລະ ນະໂຍບາຍຄະນະບໍລິຫານງານ ແລະ ສະມາຊິກຊາວໜຸ່ມເຈັບເປັນ, ເກີດລູກ ແລະ ເສຍຊີວິດຈຳນວນ 1.700.000 ກີບ, ໄດ້ອອກແຮງງານລວມພາຍໃນວິທະຍາໄລ, ສຸນ ແລະ ສະຖາບັນການສຶກສາ ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກກະຊວງ ສສກ ສະໄໝທີ 9  ແລະ ວັນຕ້ອນຮັບວັນຄູ ຄົບຮອບ 29 ປີ ຈຳນວນ 4 ຄັ້ງ ມີສະມາຊິກຫຼາຍກວ່າ 200 ສະຫາຍເຂົ້າຮ່ວມ.

ນອກຈາກນັ້ນ, ຍັງໄດ້ສົມທົບກັບ 3 ອົງການຈັດຕັ້ງພາຄີ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວຄົບຮອບ 68 ປີ ແລະ ວັນກິລາກາຍະກຳແຫ່ງຊາດ ຄົບຮອບ 57 ປີ ທີ່ວິທະຍາໄລພະລະສຶກສາ ຈຳນວນ 155 ສະຫາຍ, ໄດ້ຈັດການຮຽນການສອນ ແລະ ປ້ອງກັນບົດຈົບຊັ້ນຂອງນັກສຶກສາລະບົບຕໍ່ເນື່ອງ ພັກສິ້ນປີຮຽນ, ໄດ້ຊຸກຍູ້ຕິດຕາມມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜູນ ແລະ ເຂົ້າພັກສຳຮອງ, ໄດ້ແຂ່ງຂັນກິລາມິດຕະພາບປະເພດເຕະບານ, ເປຕັງ, ປິ່ງປ່ອງ ແລະ ບານສົ່ງ ຍິງ-ຊາຍ ຮ່ວມກັບພາກສ່ວນຕ່າງໆ ແລະ ນັກສຶກສາ ລະບົບຕໍ່ເນື່ອງພັກສິ້ນປີຮຽນ, ໄດ້ເອົາໃຈໃສ່ເຂົ້າຮ່ວມການປ້ອງກັນເວນຍາມພາຍໃນວິທະຍາໄລ, ສຸນ ແລະ ສະຖາບັນການສຶກສາຢ່າງເປັນປົກະຕິ ແລະ ເຂັ້ມງວດ ແລະ ໄດ້ລະດົມວັດຖຸປັດໃຈເຄື່ອງອຸປະໂພກ-ບໍລິໂພກຊ່ວຍເຫຼືອຜູ້ປະສົບໄພພິບັດຈາກທຳມະຊາດຈາກພາກສ່ວນວິທະຍາໄລ ສິລະປະສຶກສາ, ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ, ສະຖາບັນພັດທະນາອາຊີວະສຶກສາ, ສະຖາບັນກິລາກາຍະກຳ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ສູນການສຶກສານອກໂຮງຮຽນ ຈຳນວນ 2.094.000 ກີບ, ຄະນະຊາວໜຸ່ມໄດ້ເຂົ້າຮ່ວມກອງປະຊຸມເຜີຍແຜ່ຜົນການວິໄຈຫົວຂໍ້: ການໃຫ້ທຶນການສຶກສາແກ່ຜູ້ບໍລິຫານ ແລະ ຄູສາມັນສຶກສາ,  ໄດ້ຕ້ອນຮັບເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ທີ່ມາຢ້ຽມຢາມສູນພັດທະນາຜູ້ປະກອບການ ລາວ-ອິນເດຍ, ຄະນະຊາວໜຸ່ມໄດ້ເຂົ້າຮ່ວມເປັນວິທະຍາກອນໃຫ້ແກ່ກອງປະຊຸມຝຶກອົບຮົມການສ້າງຂີດຄວາມສາມາດ ກ່ຽວກັບການບໍລິຫານການສຶກສາໃຫ້ຜູ້ບໍລິຫານໂຮງຮຽນປະຖົມ ແລະ ມັດທະຍົມ ທີ່ແຂວງອຸດົມໄຊ, ສະມາຊິກ ຈຳນວນ 7 ສະຫາຍ, ຍິງ 3 ສະຫາຍປະກອບສ່ວນສອນບຳລຸງພາສາອັງກິດ ແລະ MS office (ພາກຄໍ່າ) ສຳລັບນ້ອງໆເຂດຊຸມຊົນໃກ້ຄຽງເປັນປົກກະຕິ, ໄປສະແດງຮ້ອງເພງປະສານສຽງຮ່ວມກັບອາສາສະໝັກໄທກ້າ ທ່ີ່ນະຄອນຫຼວງບາງກອກ ປະເທດໄທ ຈຳນວນ 8 ສະຫາຍ, ຍິງ 5 ສະຫາຍ ແລະ ເຂົ້າຮ່ວມການສະແດງງານດົນຕີມິດໄມຕີ 2 ຝັ່ງຂອງຮ່ວມກັບມະວິທະຍາໄລມະຫິດົນ ທີ່ວິທະຍາໄລສິລະປະແຫ່ງຊາດ ຈຳນວນ 14 ສະຫາຍ, ຍິງ 7 ສະຫາຍ.

ສ່ວນແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ (​ປະຈຳໄຕມາດ IV ປີ 2023) ຈະສືບຕໍ່ສຶກສາ​ອົບຮົມ​ການ​ເມືອງແນວຄິດ​, ເຜີຍແຜ່ມະຕິ ແລະ ຄຳສັ່ງຕ່າງໆຈາກຂັ້ນເທິງໃຫ້​ສະມາ​ຊິກ​ຊາວໜຸ່ມ; ກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງຄະນະບໍລິຫານງານຊາວໜຸ່ມ 15 ພາກສ່ວນທີ່ຂຶ້ນກັບຄະນະບໍລິຫານງານຊາວໜຸ່ມວິທະຍາໄລອ້ອມຂ້າງກະຊວງໃຫ້ສຳເລັດຕາມຄາດໝາຍ, ສືບຕໍ່ເກັບກຳສະຖິຕິ ແລະ ​ເງິນ​ສະຖິຕິ 6 ​ເດືອນ​ຕົ້ນປີ 2023 ໃຫ້ສຳເລັດ; ສືບຕໍ່ເອົາໃຈໃສ່ການ​ປ້ອງ​ກັນ​ເວນຍາມ​ຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາຄວາມສະຫງົບໃນວັນ​ສຳຄັນ​ຕ່າງໆຂອງພັກຂອງຊາດ, ສືບຕໍ່ກະກຽມປະເມີນວຽກງານ 4 ບຸກ ປະຈໍາສົກປີ 2022-2023 ​ແລະ ກະກຽມສະເໜີ ສ້າງຕັ້ງໜ່ວຍຊາວໜຸ່ມທີ່ຂຶ້ນກັບຄະນະບໍລິຫານງານຊາວໜຸ່ມຮາກຖານສະຖາບັນກິລາ-ກາຍະກໍາ; ສືບຕໍ່ຂະຫຍາຍ​ສະມາຊິກຊາວໜຸ່ມ ແລະ ເພື່ອຕິດຕາມຂະຫຍາຍມະຫາຊົນ​​ກ້າວໜ້າ​ເຂົ້າອົງການຈັດຕັ້ງພັກ; ສືບຕໍ່ກະກຽມສະຫຼຸບວຽກງານກວດກາໃນ 5 ພາກສ່ວນ, ກະກຽມສ້າງແຜນການເຄື່ອນໄຫວກິດຈະກຳແຂ່ງຂັນກິລາ, ສິລະປະ-ວັນະຄະດີ ແລະ ອອກແຮງານ ເພື່ອຕ້ອນຮັບວັນສຳຄັນຕ່າງໆຂອງພັກ ຂອງຊາດ ຮ່ວມກັບ 3 ອົງການຈັດຕັ້ງມະຫາຊົນ; ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ຕ່າງໆ​ຕໍ່​ກັບ​ສະມາຊິກ​ຊາວ​ໜຸ່ມ; ສືບຕໍ່ລະດົມ​ທຶນຊ່ວຍເຫຼືອເຂດຫ່າງໄກສອກຫຼີກ ​ແລະ ບໍລິຈາກເລືອດ ​ເພື່ອ​​ຊ່ວຍ​ເຫຼືອ​ສັງຄົມຕາມ​ສະພາບຕົວຈິງ; ກະກຽມພິທີປະກາດນາມມະຍົດ 4 ບຸກ ແລະ ທຸງໄຊນໍາໜ້າໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມ ປປລ ວິທະຍາໄລອ້ອມຂ້າງກະຊວງ; ສືບ​ຕໍ່​ຈັດກອງ​ປະຊຸມ​ສະຫຼຸບ​ການ​ເຄື່ອນ​​ໄຫວວຽກ​ງານສ່ອງ​ແສງ​ປະຈຳ​ໄຕ​ມາດ​ເປັນ​ປົກກະຕິ​; ກະກຽມທາບທາມບຸກຄະລາກອນ ເພື່ອເປັນເປົ້າໝາຍລົງສະໝັກຄັດເລືອກຄະນະຊາວໜຸ່ມແຕ່ລະຮາກຖານ ແລະ ກະກຽມກອງປະຊຸມໃຫຍ່ ທ້າຍປີ 2024.

ໂດຍ ສົງການ ພັນແພງດີ

 

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ