Skip to main content

ຄະນະນຳ ສສກ ຮ່ວມ 2 ກອງປະຊຸມໃຫຍ່ ຈີນ-ອາຊຽນ ທີ່ແຂວງກວາງຊີ ສປ ຈີນ

05/10/2023

ຄະນະນຳ ກະຊວງສຶກສາທິການ ແລະ ກິລາ (ສສກ) ນໍາໂດຍທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ເຂົ້າຮ່ວມກອງປະຊຸມ ຈີນ-ອາຊຽນ ປະຈໍາປີ 2023 ກ່ຽວກັບການຮ່ວມມື ແລະ ພັດທະນາວຽກງານອາຊີວະສຶກສາ “2023 China-ASEAN Conference on Vocational Education Cooperation and Development” ແລະ ກອງປະຊຸມ ຈີນ-ອາຊຽນ ປະຈໍາປີ 2023 ກ່ຽວກັບວຽກງານອາຊີວະສຶກສາດ້ານກະສິກໍາ “2023 China-ASEN Vocational Education Forum Agriculture” ໃນລະຫວ່າງວັນທີ 14-18 ກັນຍາ 2023 ທີ່ແຂວງກວາງຊີ ສປ ຈີນ, ມີບັນດາການນໍາຂັ້ນສູງ ແລະ ການນໍາຂອງຂະແໜງການສຶກສາ ກໍຄື ຄູອາຈານຈາກບັນດາສະຖານການສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ.

ກອງປະຊຸມດັ່ງກ່າວນີ້, ມີຜູ້ແທນຈາກ 10 ປະເທດອາຊຽນເຂົ້າຮ່ວມ ປະກອບມີ 118 ທ່ານ ທີ່ມາຈາກພາກລັດຖະບານ ກໍຄືຂະແໜງການສຶກສາ, ອະທິການບໍດີ, ຄະນະບໍດີ, ຜູ້ອໍານວຍການ ແລະ ອາຈານ 272 ທ່ານ ທີ່ມາຈາກ 119 ມະຫາວິທະຍາໄລ ແລະ ວິທະຍາໄລ ແລະ 52 ທ່ານ ທີ່ມາຈາກວິສະຫະກິດ ແລະ ການຄ້າ. ສະເພາະ ສປ ຈີນ ມີຜູ້ເຂົ້າຮ່ວມມາຈາກ 20 ແຂວງ ຈໍານວນ 79 ທ່ານ ທີ່ມາຈາກພາກລັດຖະບານ ກໍຄືຂະແໜງການສຶກສາ, ອະທິການບໍດີ, ຄະນະບໍດີ, ຜູ້ອໍານວຍການ ແລະ ອາຈານ 356 ທ່ານ ທີ່ມາຈາກ 291 ມະຫາວິທະຍາໄລ ແລະ ວິທະຍາໄລ ແລະ 86 ທ່ານ ທີ່ມາຈາກວິສະຫະກິດ ແລະ ການຄ້າ.

ຈຸດປະສົງຂອງກອງປະຊຸມ ແລະ ການຈັດງານ, ປີ 2023 ແມ່ນປີທີ່ຈັດງານວາງສະແດງສິນຄ້າ ຈີນ-ອາຊຽນຄົບຮອບ 20 ປີ ທີ່ແຂວງກວາງຊີ ເພື່ອປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ, ລັດຖະບານ ແລະ ປະຊາຊົນແຂວງກວາງຊີ ໄດ້ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືກັບບັນດາປະເທດອາຊຽນ, ຊຸກຍູ້ການກໍ່ສ້າງຕົນເອງສູ່ປະຕູອາຊຽນ ຊຶ່ງໄດ້ຖືເອົາການສຶກສາເປັນຈຸດສໍາຄັນຂອງການຮ່ວມມືລະຫວ່າງຈີນ-ອາຊຽນ ແລະ ການຮ່ວມມືດ້ານອາຊີວະສຶກສາ ລະຫວ່າງ ແຂວງກວາງຊີ ກັບ ອາຊຽນ ໃຫ້ໄດ້ຮັບການຜັນຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ໄດ້ຮັບໝາກຜົນອັນຕັ້ງໜ້າ ເພື່ອແນໃສ່ສ້າງເວທີຮ່ວມມື ແລະ ການພັດທະນາອາຊີວະສຶກສາ ລະຫວ່າງ ຈີນ ກັບ ອາຊຽນ, ຊຸກຍູ້ການຮ່ວມມືດ້ານການປະດິດສ້າງ ແລະ ຄວາມກ້າວໜ້າຮ່ວມກັນ.

 

ການເຄື່ອນໄຫວຂອງຄະນະຜູ້ແທນລາວຄັ້ງນີ້, ໃນວັນທີ 15 ກັນຍາ 2023 ໄດ້ເຂົ້າຮ່ວມພິທີເປີດງານວາງສະແດງ ແລະ ເວທີປາໄສວຽກງານອາຊີວະສຶກສາ ຈີນ-ອາຊຽນ ປີ 2023 “2023 China-ASEAN Vocational Education Exhibition and Forum”, ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໂດຍມີທ່ານຮອງລັດຖະມົນຕີ ກະຊວງສຶກສາ ສປ ຈີນ, ຮອງເຈົ້າແຂວງກວາງຊີ, ຮົງກົງ ແລະ ມາເກົ້າ, ບັນດາຮອງລັດຖະມົນຕີຈາກບັນດາປະເທດອາຊຽນ ແລະ ກົງສູນໃຫຍ່ປະຈໍານະຄອນໜານໜິງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໄດ້ກ່າວຄໍາປາໃສ ຊຶ່ງທ່ານໄດ້ຍົກໃຫ້ເຫັນສາຍສໍາພັນຮ່ວມມືອາຊຽນ-ຈີນ ໂດຍພາຍໃຕ້ໜຶ່ງແລວ ໜຶ່ງເສັ້ນທາງ ຫຼື ເສັ້ນທາງສາຍໄໝ ເຮັດໃຫ້ການຮ່ວມມືລະຫວ່າງອາຊຽນ-ຈີນ ກໍຄື ສປປ ລາວ ມີສາຍສໍາພັນອັນດີ ແລະ ເພີ່ມທະວີຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ ສປປ ລາວ ມີເສັ້ນທາງລົດໄຟ ທີ່ເປັນເສັ້ນທາງເຊື່ອມໂຍງ ແລະ ເຊື່ອມຈອດຂອງບັນດາປະເທດອາຊຽນໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນກວ່າເກົ່າ. ຫຼັງຈາກນັ້ນ, ໄດ້ຢ້ຽມຊົມງານວາງສະແດງບັນດາຜະລິດຕະພັນເຕັກນິກ ແລະ ທັກສະວິຊາຊີບ ຈີນ-ອາຊຽນ ຂອງບັນດານັກສຶກສາຈາກມະຫາວິທະຍາໄລໃນແຂວງກວາງຊີ.

ພ້ອມກັນນັ້ນ, ຍັງໄດ້ເດີນທາງໄປຢ້ຽມຢາມມະຫາວິທະຍາໄລ Guangxi Vocational University of Agriculture ຊຶ່ງໄດ້ມີການສົນທະນາແລກປ່ຽນການຮ່ວມມືສອງຝ່າຍໃນຂົງເຂດອາຊີວະສຶກສາ ລະຫວ່າງມະຫາວິທະຍາໄລ Guangxi Vocational University of Agriculture ກັບກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໂດຍສະເພາະແມ່ນຂະແໜງອາຊີວະສຶກສາ ກໍຄື ການເຊັນສັນຍາຮ່ວມມືກັບວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ຊຶ່ງຈະໄດ້ລິເລີ່ມການສ້າງພຶ້ນຖານໂຄງລ່າງໃນວິທະຍາໄລດັ່ງກ່າວ. ນອກຈາກນັ້ນ, ຍັງຈະມີການຮ່ວມມືກັບ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ອີກດ້ວຍ.

ໃນວັນທີ 16 ກັນຍາ 2023 ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ “China-ASEAN Exposition”, ຊຶ່ງໃນງານດັ່ງກ່າວ ປະກອບມີຮ້ານວາງສະແດງສິນຄ້າ ແລະ ຜະລິດຕະພັນຈາກບັນດາປະເທດອາຊຽນ ໃນນັ້ນ ບັນດາຮ້ານວາງສະແດງສິນຄ້າຈາກ ສປປ ລາວ ມີການວາງສະແດງເຄື່ອງອຸດສະຫະກໍາ ແລະ ຫັດຖະກໍາ ເປັນຕົ້ນແມ່ນ ຮ້ານເຟີນິເຈີ, ຊາ-ກາເຟ ແລະ ອື່ນໆ. ນອກຈາກນີ້, ຍັງໄດ້ໄປຢ້ຽມຢາມມະຫາວິທະຍາ Guangxi Minzu University. ການຢ້ຽມຢາມຄັ້ງນີ້, ໄດ້ພົບປະໂອ້ລົມ ແລະ ແລກປ່ຽນການຮ່ວມມື  ຊຶ່ງມະຫາວິທະຍາໄລດັ່ງກ່າວ ເປັນແຫ່ງທໍາອິດທີ່ເອົາພາກວິຊາພາສາລາວເຂົ້າໃນຫຼັກສູດການຮຽນການສອນ. ພ້ອມດຽວກັນນີ້, ທາງມະຫາວິທະຍາໄລ ຍັງມີຜົນສໍາເລັດໃນການສ້າງບຸກຄະລາກອນທີ່ມີຄຸນນະພາບໃຫ້ແກ່ບັນດາປະເທດອາຊຽນ ກໍຄື ສປປ ລາວ ແລະ ມີແຜນສືບຕໍ່ເສີມຂະຫຍາຍການຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໃນອະນາຄົດອັນມໍ່ໆນີ້.

ໃນວັນທີ 17 ກັນຍາ 2023 ເຂົ້າຮ່ວມພິທີ​ເປີດ​ງານ​ວາງສະ​ແດງ​ສິນຄ້າ​ ຈີນ-ອາ​ຊຽນ ຄັ້ງ​ທີ 20 “Openning Ceremony for the 20th China-ASEAN Exposition” ຊຶ່ງມີບັນດາທ່ານນາຍົກ, ຮອງນາຍົກລັດຖະມົນຕີຈາກບັນດາປະເທດອາຊຽນ ແລະ ຮອງລັດຖະມົນຕີເຂົ້າຮ່ວມ. ສໍາລັບ ສປປ ລາວ ແມ່ນນໍາໂດຍທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ  ຜູ້ຕາງໜ້າຈາກບັນດາກະຊວງຕ່າງໆ ປະກອບມີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ລັດຖະມົນຕີ ກະຊວງຄົມມະນາຄົມ ແລະ ຂົນສົ່ງ, ຮອງລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ,  ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຕາງໜ້າຂະແໜງການຕ່າງໆ ແລະ ບັນດາປະເທດອາຊຽນ.

ໃນວັນທີ 18 ກັນຍາ 2023 ເຂົ້າຮ່ວມກອງປະຊຸມ ຈີນ-ອາຊຽນ ປະຈໍາປີ 2023 ກ່ຽວກັບວຽກງານອາຊີວະສຶກສາດ້ານກະສິກໍາ “2023 China-ASEN Vocational Forum Agriculture” ຊຶ່ງແມ່ນມະຫາວິທະຍາໄລເປັນເຈົ້າພາບໃນການຈັດກອງປະຊຸມຄັ້ງນີ້. ໃນກອງປະຊຸມ, ທ່ານ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ມີຄໍາເຫັນຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກເຖິງການພົວພັນຮ່ວມມືວຽກງານການສຶກສາ ໂດຍສະເພາະແມ່ນຂະແໜງອາຊີວະສຶກສາ ແລະ ກະສິກໍາ ນັບມື້ນັບມີການຂະຫຍາຍສາຍສໍາພັນຮ່ວມມືໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ ແລະ ໃນຕອນທ້າຍ ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ເຈົ້າພາບ ກໍຄື ລັດຖະບານ ສປ ຈີນ ທີ່ໄດ້ທຸ້ມເທເອົາໃຈໃສ່ທຸກຂັ້ນຕອນຂອງການຈັດງານນີ້ອອກມາດ້ວຍໝາກຜົນສໍາເລັດອັນຈົບງາມ.

ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ເປັນການເສີມສ້າງ ແລະ ຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງ ຈີນ-ອາຊຽນ ໃຫ້ເຕີບໃຫຍ່ ແລະ ຂະຫຍາຍຕົວຂື້ນເລື້ອຍໆ, ເປັນການແລກປ່ຽນບົດຮຽນທາງດ້ານວິຊາການ ໂດຍສະເພາະແມ່ນຂະແໜງສຶກສາ ໃນວຽກງານອາຊີວະສຶກສາ ແລະ ກະສິກໍາໃຫ້ເຂົ້າສູ່ລວງເລິກຕົວຈິງ, ເຫັນໄດ້ຜົນຜະລິດຂອງນັກສຶກສາຂອງແຕ່ລະມະຫາວິທະຍາໄລ, ແຕ່ລະສາຂາວິຊາ ເຊັ່ນ: ນະວັດຕະກໍາເຕັກໂນໂລຊີເຄື່ອງກົນຈັກ, ຂະແໜງກະສິກໍາ ຊຶ່ງຜົນຜະລິດດັ່ງກ່າວສາມາດຊົມໃຊ້ໄດ້, ມີຄຸນນະພາບ ແລະ ຕອບສະໜອງກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ບັນດາປະເທດອາຊຽນສາມາດນໍາເອົາໄປເປັນບົດຮຽນ ເພື່ອຈັດຕັ້ງປະຕິບັດໃນພາກສ່ວນຂອງຕົນ.

ຂະນະດຽວກັນນີ້, ທາງຝ່າຍ ສປ ຈີນ ໂດຍສະເພາະແມ່ນ ມະຫາວິທະຍາໄລ Guangxi Vocational University of Agriculture ສະເໜີໃຫ້ທາງກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຊ່ວຍສະໜັບສະໜູນ ແລະ ຄັບເຄື່ອນການດໍາເນີນເອກະສານກ່ຽວກັບແຜນການຮ່ວມມືລະຫວ່າງ Guangxi Vocational University of Agriculture ຮ່ວມກັບວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ເປັນຕົ້ນແມ່ນເອກະສານຂໍເປີດຫຼັກສູດຮຽນຮ່ວມ ໃນສົກຮຽນ 2023-2024 (ຮຽນຢູ່ລາວ ເທີມທີ 1-3 ແລະ ສືບຕໍ່ໄປຮຽນຢູ່ ສປ ຈີນ ເທີມທີ 4-5. ຫຼັງຈາກນັ້ນ, ນັກສຶກສາຈະກັບມາຝຶກງານຢູ່ ສປປ ລາວ).

 

ຂໍ້ມູນໂດຍ: ກົມຮ່ວມມືກັບຕ່າງປະເທດ

ຮຽບຮຽງໂດຍ: ດາວຫວຽດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ