ຫຼາຍພາກສ່ວນຮ່ວມຈັດງານບຸນວິທະຍາສາດ ສະຫຼອງວັນຄູແຫ່ງຊາດ ຢ່າງຄຶກຄື້ນ

ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຮ່ວມກັບຫຼາຍວິທະຍາໄລອ້ອມຂ້າງ 10 ແຫ່ງ ແລະ ສະຫະພັນເອີຣົບ ປະຈຳ ສປປ ລາວ ໄດ້ຈັດງານບຸນວິທະຍາສາດ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ (7 ຕຸລາ 1994-7 ຕຸລາ 2023) ຄົບຮອບ 29 ປີ ໃນຕອນເຊົ້າວັນທີ 5 ຕຸລາ 2023 ທີ່ ວິທະຍາໄລຄູ ດົງຄຳຊ້າງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ເວັງຊອງ ເວຍ ຫົວໜ້າຝ່າຍການຮ່ວມມື ສຳນັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈຳ ສປປ ລາວ, ມີຫົວໜ້າຫ້ອງການກະຊວງ ສສກ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ຄະນະອຳນວຍການ, ພະອາຈານທີ່ມາຈາກວິທະຍາໄລສົງ, ພະນັກງານ ຄູອາຈານ ແລະ ນັກຮຽນ ນັກສຶກສາເຂົ້າຮ່ວມຢ່າງຄຶກຄື້ນ.
ການຈັດງານບຸນວິທະຍາສາດໃນຄັ້ງນີ້, ແມ່ນເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ (7 ຕຸລາ 1994-7 ຕຸລາ 2023) ໃຫ້ເປັນຂະບວນການທີ່ຟົດຟື້ນ ແນໃສ່ປຸກລະດົມຈິດໃຈໃຫ້ທົ່ວສັງຄົມໄດ້ສະແດງອອກເຖິງການສົ່ງເສີມ ເຊີດຊູບົດບາດ ກຽດສັກສີຂອງຄູອາຈານໃຫ້ສູງຂຶ້ນ. ພ້ອມກັນນີ້, ຍັງຖືເອົາໂອກາດນີ້ເປັນການ ໂຄສະນາເຜີຍແຜ່ຜົນງານດ້ານວິຊາການ ຈັດການຮຽນການສອນ ການຄົ້ນຄວ້າວິໄຈຂອງຄູອາຈານ ໃນແຕ່ລະວິທະຍາໄລຄູ ຊຶ່ງເປັນສະຖານການສຶກສາຄູ ເພື່ອສະໜອງໃຫ້ສັງຄົມຕາມຄວາມຮຽກຮ້ອງຕ້ອງການ.
ກິດຈະກຳດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກສະພາບເອີຣົບ ປະຈຳລາວ ປະກອບມີ ການແຂ່ງຂັ້ນຈັດບຸສ ວາງສະແດງຜົນງານຂອງແຕ່ລະວິທະຍາໄລຄູ ແລະ ກົມສ້າງຄູ ລວມມີທັງໝົດ 11 ຮ້ານ ແຂ່ງຂັນອ່ານກອນອວຍພອນວັນຄູຂອງນັກສຶກສາຄູ 8 ວິທະຍາໄລຄູ, ແຂ່ງຂັ້ນການນຳສະເໜີຜົນງານການວິໄຈທາງວິຊາການ, ຮັບຊົມການສະແດງສິລະປະຂອງຫຼານນ້ອຍອະນຸ ບານສຶກສາ, ປະຖົມສຶກສາ, ມັດທະຍົມສຶກສາ ແລະ ນັກສຶກສາຄູ ແລະ ກິດຈະກໍາປູກຕົ້ນໄມ້.
ງານຄັັ້ງນີ້ໂດຍຮັບການສະໜັບສະໜູນຈາກສະພາບເອີຣົບ ປະຈຳ ສປປ ລາວ ຊຶ່ງມີຜູ້ເຂົ້າຮ່ວມທີ່ມາຈາກຄະນະນຳຫ້ອງການ, ກົມ, ສະຖາບັນ, ສູນອ້ອມຂ້າງກະຊວງສຶກສາທິການ ແລະ ກີລາ, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ, ຄູ່ຮ່ວມພັດທະນາ, ຄູອາຈານ ແລະ ນັກຮຽນ ນັກສຶກສາ ຈາກວິທະຍາໄລຄູຫຼວງນ້ຳທາ, ວິທະຍາໄລຄູຫຼວງພະບາງ, ວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ, ວິທະຍາໄລຄູບ້ານເກິນ, ວິທະຍາໄລຄູດົງຄຳຊ້າງ, ວິທະຍາໄລຄູສະຫວັນນະເຂດ, ວິທະຍາໄລຄູປາກເຊ, ວິທະຍາໄລຄູສາລະວັນ, ວິທະຍາໄລຄູສົງ ອົງຕື້ ແລະ ວິທະຍາໄລຄູສົງ ຈຳປາສັກ.
ໂດຍ ສົງການ ພັນແພງດີ
ຂ່າວທີ່ກ່ຽວຂ້ອງ
ຂ່າວອື່ນທີ່ໜ້າສົນໃຈ

ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ

ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ

ກວຮ ຮ່ວມກັບ 3 ພາກສ່ວນ ຫາລືນະໂຍບາຍ ແລະ ເພີ່ມທະວີການພັດທະນາການສຶກສາກ່ອນໄວຮຽນ






