ສ.ເກົາຫຼີ ຮຶດແຊງຊະນະ ຍີ່ປຸ່ນ 2-1 ປ້ອງກັນແຊ໋ມເຕະບານຊາຍເອຊຽນ ເກມ 3 ສະໄໝຊ້ອນ
ທັບນັກເຕະທີມຊາດ ສ.ເກົາຫຼີ ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນສົມລາຄາແຊ໋ມເກົ່າ ຖືກວ່າຈະຖືກ ທີມຊາດຍີ່ປຸ່ນ ຮອງແຊ໋ມເກົ່າຂຶ້ນນຳໄປກ່ອນ 1-0 ແຕ່ສຸດທ້າຍລວມພະລັງຮຶດສູ້ກ່ອນມາຍິງ 2 ປະຕູລວດ ແຊງເອົາຊະນະ ທີມຊາດຍີ່ປຸ່ນ ໄປໄດ້ແບບຫວຸດຫວິດ 2-1 ປະຕູ ຄວ້າແຊ໋ມການແຂ່ງຂັນເຕະບານຊາຍ ງານມະຫະກຳກິລາເອຊຽນ ເກມ ຄັ້ງທີ 19 ພ້ອມທັງເປັນແຊ໋ມ 3 ສະໄໝຕິດຕໍ່ກັນ ລວມເປັນແຊ໋ມທັງໝົດ 6 ສະໄໝ.
ການແຂ່ງຂັນເຕະບານຊາຍ ງານມະຫະກຳກິລາເອຊຽນ ເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ເປັນເຈົ້າພາບ ຮອບຊີງຊະນະເລີດ ຫຼື ຮອບຊີງຫຼຽນຄຳ ແລະ ຮອບຊີງອັນດັບທີ 3 (ຊີງຫຼຽນທອງ) ໄດ້ມີຂຶ້ນໃນວັນທີ 7 ຕຸລາ 2023 ຊຶ່ງກົງກັນວັນຄູແຫ່ງຊາດລາວເຮົາ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ໂດຍຄູ່ຊີງຊະນະເລີດ ເປັນການໂຄຈອນມາພົບກັນອີກຄັ້ງຂອງ ທີມຊາດ ສ.ເກົາຫຼີ ດີກຣີແຊ໋ມເກົ່າ 2 ສະໄໝຕິດຕໍ່ກັນ ແລະ ເປັນແຊ໋ມລວມ 5 ສະໄໝ ພົບກັບ ທີມຊາດຍີ່ປຸ່ນ ຮອງແຊ໋ມເກົ່າ ເອຊຽນ ເກມ ຄັ້ງທີ 18 ເມື່ອປີ 2018.
ເກມນີ້, ຍີ່ປຸ່ນ ໄດ້ປະຕູອອກນຳກ່ອນຢ່າງໄວວາຕັ້ງແຕ່ນາທີ 2 ຈາກການຍິງຂອງ ໂຄທາໂຣ ອຸຈິໂນະ ແຕ່ ສ.ເກົາຫຼີ ແຊ໋ມເກົ່າ ກໍບໍ່ຍອມເສຍງ່າຍລວມພະລັງການຮຶດສູ້ກ່ອນຈະມາຍິງແຊງຈາກ ອູ-ຢອງ ນາທີ 27 ແລະ ຢອງ-ອຸກ ນາທີ 56 ສ່ວນເວລາທີ່ເຫຼືອບໍ່ມີຝ່າຍໃດກັນປະຕູກັນໄດ້ເພີ່ມ ເຮັດໃຫ້ຈົບເກມ ສ.ເກົາຫຼີ ແຊງເອົາຊະນະ ຍີ່ປຸ່ນ ໄປໄດ້ແບບຫວຸດຫວິດ 2-1 ປະຕູ ຄວ້າຫຼຽນຄຳ ເອຊຽນ ເກມ ຄັ້ງທີ 19 ໄປຄອງໄດ້ສຳເລັດ ພ້ອມທັງເປັນການປ້ອງກັນແຊ໋ມ 3 ສະໄໝຕິດຕໍ່ກັນ ແລະ ເປັນແຊ໋ມລວມ 6 ສະໄໝ ໃນນີ້ແບ່ງເປັນແຊ໋ມດ່ຽວ 4 ສະໄໝ ແລະ ແຊ໋ມຮ່ວມ 2 ສະໄໝ.
ສ່ວນຄູ່ຊີງອັນດັບທີ 3 ທີມຊາດອູຊະເບກິດສະຖານ ໄລ່ຖະຫຼົ່ມ ຮົງກົງ ໄປແບບຂາດຮອຍເຖິງ 4-0 ປະຕູ ຄວ້າຫຼຽນທອງໄປຄອງ.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ
ພາບ: ອິນເຕີເນັດ