Skip to main content

ສວສ-ຮພສ ຈັດກິດຈະກຳກິລາສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຢ່າງຟົດຟື້ນ

07/10/2023

ສາມອົງການຈັດຕັ້ງມະຫາຊົນຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ບໍລິສັດ ລັດວິສາຫະກິດໂຮງພິມສຶກສາ ຫຼື ຮພສ ຈັດກິດຈະກຳກິລາເຕະບານມິດຕະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ຢ່າງເປັນຂະບວນການຟົດຟື້ນ ແລະ ເບີກບານມ່ວນຊື່ນ. ຂະນະທີ່ເຕະບານຊາຍ ສະເໝີກັນ 1-1 ແລະ ເຕະບານຍິງ ທີມສາມອົງການຈັດຕັ້ງມະຫາຊົນ ຮພສ ຊະນະ 1-0 ປະຕູ.

ກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນບ່າຍວັນທີ 6 ຕຸລາ 2023 ທີ່ສະໜາມກິລາຫຍ້າທຽມວິກຕໍຣີ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ນ້ອຍ ສຸວັນວິໄຊ ຄະນະພັກ, ຮອງຜູ້ອຳນວຍການ ຮພສ, ທ່ານ ສຸວັນເພັງ ສີເພັດ ຮອງເລຂາໜ່ວຍພັກ, ຮອງຜູ້ອຳນວຍການ ຮພສ, ທ່ານ ພະນົມໄພ ສີສຸລາດ ປະທານກຳມະການຮາກຖານ ທັງເປັນຮອງຜູ້ອຳນວຍການ ຮພສ ແລະ ທ່ານ ສຸກສາຄອນ ສີປະເສີດ ປະທານກຳມະການຮາກຖານ ສວສ, ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ທ່ານ ເຈັດຊິ້ງ ອິນທະວົງ ຜູ້ອຳນວຍການສູນພັດທະນາສື່ການຮຽນການສອນ ພ້ອມດ້ວຍຄະນະນຳ, ຄະນະສາມອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກ ຕະຫຼອດຮອດພະນັກງານ ແລະ ນັກກິລາທັງສອງຝ່າຍຢ່າງຟົດຟື້ນ.

ສຳລັບກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບລະຫວ່າງສອງພາກສ່ວນດັ່ງກ່າວ ແມ່ນເພື່ອສ້າງຂະ ບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ຢ່າງເປັນຂະບວນການຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນຢ່າງເລິກເຊິ່ງ ທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງຄະນະພັກ, ຄະນະນຳ ຕະຫຼອດຮອດສາມອົງການຈັດຕັ້ງມະຫາຊົນ ແລະ ພະນັກງານທັງສອງພາກສ່ວນໃຫ້ມີຄວາມໃກ້ຊິດຕິດແທດ ແລະ ສະໜິດສະໜົມກັນຫຼາຍຂຶ້ນ ແນໃສ່ເຮັດໃຫ້ການປະສານວຽກງານມີຄວາມສະດວກ ແລະ ວ່ອງໄວ. ອີກດ້ານໜຶ່ງກໍເພື່ອເປັນການສ້າງໂອກາດໃຫ້ພະນັກງານໄດ້ອອກກຳລັງກາຍ ເພື່ອສຸຂະພາບທີ່ແຂງແຮງ ເພື່ອປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງຢ່າງມີຜົນສຳເລັດ.

ການແຂ່ງຂັນແມ່ນໄດ້ແບ່ງອອກເປັນ 2 ລາຍການ ຄື: ເຕະບານຊາຍ ແລະ ເຕະບານຍິງ. ຜ່ານການແຂ່ງຂັນເຕະບານຊາຍ ຜົນປະກົດວ່າ ທີມສາມອົງການຈັດຕັ້ງມະຫາຊົນ ຮາກຖານ ສວສ ເຮັດໄດ້ພຽງສະເໝີກັນ ທີມສາມອົງການຈັດຕັ້ງມະຫາຊົນ ຮາກຖານ ຮພສ 1-1 ປະຕູ. ສ່ວນເຕະບານຍິງ ຜົນປະກົດວ່າ ທີມສາມອົງການຈັດຕັ້ງມະຫາຊົນ ຮາກຖານ ຮພສ ເອົາຊະນະ ທີມສາມອົງການຈັດຕັ້ງມະຫາຊົນ ຮາກຖານ ສວສ ໄປໄດ້ແບບຫວຸດຫວິດ 1-0 ປະຕູ. ຊຶ່ງໃນໄລຍະການແຂ່ງຂັນແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນ, ມ່ວນຊື່ນ ນັກກິລາທັງສອງຝ່າຍແຂ່ງຂັນດ້ວຍໄມຕີຈິດມິດຕະພາບ, ຮູ້ໄດ້, ຮູ້ເສຍ ແລະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ ເມື່ອມີການປະທະກັນ ສົມກັບວ່າການແຂ່ງຂັນກິລາເພື່ອມິດຕະພາບຢ່າງແທ້ຈິງ.

 

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ