ແມັກໂທມິເນ ຮີໂຣຍິງ 2 ປະຕູ ພາແມນຢູ ໜີຄວາມຕາຍ ກັບມາແຊງຊະນະ ເບຣນຟອດ ຫວຸດຫວິດ 2-1 ເຕະບານ ພຣີເມຍລີກ
ສະໂມສອນ ແມນເຊັດເຕີ ຢູໄນເຕັດ ເກືອບເສຍຄາບ້ານເປັນເກມທີ 3 ຕິດຕໍ່ກັນ ແຕ່ຍັງດີທີ່ມາໄດ້ ສະກັອດ ແມັກໂທມິເນ ກອງກາງສາຍພັນນັກສູ້ ເປັນຮີໂຣເໝົາຍິງຄົນດຽວ 2 ປະຕູ ໃນໄລຍະທົດເວລາບາດເຈັບ ເຮັດໃຫ້ແຊງກັບມາເອົາຊະນະ ສະໂມສອນ ເບຣນຟອດ ໄປໄດ້ແບບໜ້າເຫຼືອເຊື່ອ 2-1 ປະຕູ ໃນການແຂ່ງຂັນເຕະບານ ພຣີເມຍລີກ ອັງກິດ ລະດູການ 2023-2024 ນັດທີ 8 ເກັບເພີ່ມເປັນ 12 ຄະແນນ ຢູ່ອັນດັບທີ 9 ຂອງຕາຕະລາງ.
ການແຂ່ງຂັນເຕະບານລາຍການດັ່ງກ່າວ ໄດ້ມີຂຶ້ນໃນຄ່ຳຄືນວັນທີ 7 ຕຸລາ 2023 ທີ່ສະໜາມໂອນແທຣບຟອດ ສະໂມສອນ ແມນເຊັດເຕີ ຢູໄນເຕັດ ເປີດບ້ານຕ້ອນຮັບການມາຢາມຂອງ ສະໂມສອນ ເບຣນຟອດ ໂດຍເກມນີ້ ເບຣນຟອມ ທີມຢາມ ມາໄດ້ປະຕູຂຶ້ນນຳກ່ອນ 1-0 ໃນນາທີ 26 ຈາກຈັງຫວະທີ່ ໂຢອັນ ວິດຊາ ລາກບານຕັ້ງແຕ່ກາງສະໜາມຂຶ້ນມາເຖິງເຂດໂທດ ແລ້ວສົ່ງຕໍ່ໃຫ້ເພື່ອນ ແຕ່ຖືກກອງຫຼັງແມນຢູສະກັດບານໄດ້ກ່ອນ ແຕ່ບໍ່ຂາດ ປ່ຽນມາເຂົ້າທາງ ມາທິອັດ ເຢນເຊນ ຍິງໄປຖືກມືຂອງ ອັງເດຣ ໂອນານາ ຜູ້ຮັກສາປະຕູແມນຢູ ແຕ່ບານຍັງແຮງພໍເຂົ້າປະຕູໄປ ເຮັດໃຫ້ຈົບເຄິ່ງເວລາທຳອິດດ້ວຍສະກໍນີ້.
ກັບເຂົ້າສູ່ເຄິ່ງເວລາທີ 2 ຍັງເປັນແມນຢູ ເຈົ້າບ້ານທີ່ເປີດເກມບຸກເຂົ້າໃສ່ຢ່າງໜັກຫວັງຍິງປະຕູຕີສະເໝີໃຫ້ໄດ້ເຖິງວ່າຈະປ່ຽນ ອັນໂຕນີ ແລະ ອາເລຮານໂດ ການາໂຊ ລົງມາ ແຕ່ກໍຍັງເຈາະເກມຮັບທີມຢາມບໍ່ໄດ້ ຈົນສຸດທ້າຍ ທ່ານ ເອຣິກ ເທນຮາກ ບໍ່ມີທາງເລືອກຖອດ ວິກເຕີ ລິນເດີເລິບ ອອກ ແລ້ວສົ່ງ ສະກັອດ ແມັກໂທມິເນ ລົງສະໜາມໃນນາທີ 87 ຊຶ່ງເວລານັ້ນ ແມນຢູ ຍັງຕາມຫຼັງເບຣນຟອມ ຢູ່ 0-1 ປະຕູ.
ແຕ່ຢ່າງໃດກໍຕາມ, ແມັກໂທມິເນ ລົງມາຢູ່ໃນສະໜາມພຽງ 6 ນາທີເທົ່ານັ້ນ (ນາທີ 90+3) ກໍມາຍິງປະຕູຕີສະເໝີເປັນ 1-1 ໃຫ້ກັບແມນຢູ ໄດ້ສໍາເລັດ ເທົ່ານັ້ນຍັງບໍ່ພໍມາເຖິງນາທີ 90+7 ແມັກໂທມິເນ ຍັງມີໂໝ່ງປະຕູໃຫ້ແມນຢູ ແຊງຂຶ້ນນໍາເປັນ 2-1 ແລະ ກໍເປັນປະຕູໄຊ ຊ່ວຍໃຫ້ ແມນຢູ ເກັບ 3 ຄະແນນສຳຄັນ ຫຼັງກ່ອນໜ້ານີ້ເສຍຄາບ້ານມາແລ້ວ 2 ເກມຊ້ອນ ທັງເກມພຣີເມຍລີກ ແລະ ເກມຢູຟາ ແຊ໋ມປ້ຽນລີກ. ຈາກໄຊຊະນະໃນເກມນີ້ ເຮັດໃຫ້ ແມນຢູ ເກັບເພີ່ມເປັນ 12 ຄະແນນ ຈາກ 8 ນັດ ຢູ່ອັນດັບທີ 9 ຂອງຕາຕະລາງ ສ່ວນ ເບຣນຟອດ ມີ 7 ຄະແນນ ຢູ່ອັນດັບທີ 14 ຂອງຕາຕະລາງ.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ
ພາບ: ອິນເຕີເນັດ