Skip to main content

ປິດສາກແລ້ວ ເອຊຽນ ເກມ ຄັ້ງທີ 19 ເຈົ້າພາບ ຄອງເຈົ້າຫຼຽນຄຳ ພ້ອມສົ່ງມອບທຸງຕໍ່ໃຫ້ຍີ່ປຸ່ນ ເປັນເຈົ້າພາບຄັ້ງຕໍ່ໄປອີກ 3 ປີຕໍ່ໜ້າ

ປິດສາກລົງຢ່າງເປັນທາງການແລ້ວ ງານມະຫະກຳກິລາເອຊຽນ ເກມ ຄັ້ງທີ 19 ຫຼື “ຫາງໂຈ ເກມ”ທີ່ນະຄອນຫາງໂຈ ສປ ຈີນ ຮັບກຽດເປັນເຈົ້າພາບ ໂດຍທັບນັກກິລາ ສປ ຈີນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ກວາດມາໄດ້ເຖິງ 201 ຫຼຽນຄຳ, 111 ຫຼຽນເງິນ ແລະ 71 ຫຼຽນທອງ ລວມ 383 ຫຼຽນ ຄອງເຈົ້າຫຼຽນຄຳ ເອຊຽນ ເກມ ຄັ້ງທີ 19 ຕາມຄາດໝາຍ ພ້ອມສົ່ງມອບທຸງຕໍ່ໃຫ້ເມືອງນາໂກຢາ-ໄອຈິ ປະເທດຍີ່ປຸ່ນ ຮັບກຽດເປັນເຈົ້າພາບ ງານກິລາເອຊຽນ ເກມ ຄັ້ງທີ 20 ຕໍ່ໄປ ໃນອີກ 3 ປີຕໍ່ໜ້າ.

ພິທີປິດການແຂ່ງຂັນກິລາໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນຄ່ຳວັນທີ 8 ຕຸລາ 2023 ທີ່ຫາງໂຈ ໂອແລມປິກ ສະປອດ ສະເຕດ້ຽມ ໂດຍມີ ທ່ານ ຫຼີ່ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ພ້ອມດ້ວຍການນຳຂັ້ນສູງ, ຄະນະນຳ, ຄູຝຶກ ແລະ ນັກກິລາ ແຕ່ລະປະເທດເຂົ້າຮ່ວມຢ່າງພ້ອມພຽງ.

ສຳລັບພິທີປິດນັ້ນ ທາງປະເທດເຈົ້າພາບໄດ້ເນັ້ນໄປທີ່ການສະແດງຄວາມຂອບໃຈຕໍ່ອາສາສະໝັກທີ່ໃຫ້ບໍລິການ ແລະ ຊ່ວຍເຫຼືອທຸກຄົນຕະຫຼອດໄລຍະການແຂ່ງຂັນ ລວມທັງການສະແດງຄວາມປິຕິຊົມຊື່ນນັກກິລາທີ່ທຸ້ມເທທຸກຢ່າງເພື່ອຄວາມຝັນໃນການຫຼິ້ນກິລາໃນຮູບແບບການເຕັ້ນອຳລາເວລາ 75 ນາທີ ດ້ວຍຄວາມອົບອຸ່ນ, ຄວາມເຄົາລົບເຊິ່ງກັນ ແລະ ກັນ ແລະ ຄວາມຮັກທີ່ລໍຄອຍທີ່ຈະກັບມາພົບກັນອີກຄັ້ງ, ການສະແດງເຕັມໄປດ້ວຍ ການໃຊ້ເຕັກນິກ, ແສງ, ສີ, ສຽງ ແບບດຽວກັບພິທີເປີດ ໃຊ້ຈໍແອວອີດີທີ່ພື້ນສະໜາມ ນຳສະເໜີເລື່ອງລາວຕ່າງໆ ຕະຫຼອດການແຂ່ງຂັນ. ຜ່ານການແຂ່ງຂັນຜົນປະກົດວ່າ ທັບນັກກິລາ ສປ ຈີນ ເຈົ້າພາບ ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນສົມກັບການເປັນເຈົ້າພາບ ຍາດມາໄດ້ເຖິງ 201 ຫຼຽນຄຳ, 111 ຫຼຽນເງິນ ແລະ 71 ຫຼຽນທອງ ລວມ 383 ຫຼຽນ ຄອງເຈົ້າຫຼຽນຄຳ ເອຊຽນ ເກມ ຄັ້ງທີ 19 ຕາມຄາດໝາຍ, ອັນດັບທີ 2 ຍາດໄດ້ 52 ຫຼຽນຄຳ, 67 ຫຼຽນເງິນ ແລະ 69 ຫຼຽນທອງ ລວມ 188 ຫຼຽນ ແລະ ອັນດັບທີ 3 ຍາດໄດ້ 42 ຫຼຽນຄໍາ, 59 ຫຼຽນເງິນ ແລະ 89 ຫຼຽນທອງ ລວມ 190 ຫຼຽນ.

ຂະນະທີ່ ເມືອງນາໂກຢາ-ໄອຈິ ປະເທດຍີ່ປຸ່ນ ຮັບກຽດເປັນເຈົ້າພາບ ໃນປີ 2026 ຈະແຂ່ງຂັນລະຫວ່າງວັນທີ 19 ກັນຍາ ຫາວັນທີ 4 ຕຸລາ 2026 ຊຶ່ງກຳນົດແຂ່ງຂັນທັງໝົດ 41 ປະເທດກິລາ.

 

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ

ພາບ: ອິນເຕີເນັດ