ແຂ່ງຂັນກິລາກັອບ ຊີງຂັນເຈົ້າແຂວງສາລະວັນ
ແຂວງສາລະວັນ ຈັດການແຂ່ງຂັນກິລາກັອບ ຊີງຂັນທ່ານເຈົ້າແຂວງສາລະວັນ ເນື່ອງໃນໂອກາດເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023 ) ແລະ ວັນສ້າງຕັ້ງທະນາຄານ ແຫ່ງ ສປປ ລາວ ຄົບຮອບ 55 ປີ (1968-2023) ເມື່ອບໍ່ດົນມານີ້ ທີ່ເດີ່ນກິລາກັອບ ເຂື່ອນໄຟຟ້າເຊເສັດ ແຂວງສາລະວັນ ໂດຍມີ ທ່ານ ດາວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ປະທານສະມາຄົມກິລາ-ກາຍະກຳແຂວງ ແລະ ທ່ານ ຄຳຜ່ານ ສີດາວີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ປະທານສະຫະພັນກິລາກັອບແຂວງສາລະວັນ ແລະ ນັກກິລາເຂົ້າຮ່ວມ.
ການແຂ່ງຂັນກິລາກັອບຄັ້ງນີ້ ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 56 ຄົນ ຊຶ່ງແບ່ງອອກເປັນ 4 ສາຍ ຄື: ສາຍ VIP, ສາຍ A, ສາຍ B ແລະ ສາຍ C ໂດຍໃຊ້ການແຂ່ງຂັນທັງໜົດ 18 ຂຸມ. ຜ່ານການແຂ່ງຂັນປະກົດວ່າສາຍ VIP: ທີ 1 ໂດຍ ທ່ານ ສີສຸວັນ ວົງຈອມສີ, ທີ 2 ທ່ານ ສົມໃຈ ອຸ່ນຈິດ ແລະ ທີ 3 ທ່ານ ອະລຸນສະຫວັດ; ສາຍ A ທີ 1 ທ່ານ ບຸນມີ ສີລາມາດ, ທີ 2 ທ່ານ ຫຼ້າ ພົມມະຈັນ ແລະ ທີ 3 ທ່ານ ດາຊີ ດ້ວງປັນຍາ; ສາຍ B ທີ 1 ທ່ານ ຂັນທະລັກ ໂພໄຊ, ທີ 2 ທ່ານ ສັງວານ ແລະ ທີ 3 ທ່ານ ສັກດາ ແກ້ວດວງສີ; ສາຍ C ທີ 1 ທ່ານ ພູທອນ ຫອມສົມບັດ, ທີ 2 ທ່ານ ບົວແພງເພັດ ໂພໄຊ ແລະ ທີ 3 ທ່ານ ຖາວອນ.
ຂ່າວ-ພາບ: ໂສພາ ສໍພະໄຊ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
