Skip to main content

ຝ່າຍຈັດການແຂ່ງຂັນ ໂອແລມປິກ ເກມ 2028 ກຽມບັນຈຸເພີ່ມ 5 ປະເພດກິລາ

ງານມະຫະກຳກິລາ​ໂອແ​ລ​ມປິກ ແກມ​ 2028 ຊຶ່ງຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ລອດ ແອນ​ເຈີ​ລິດ ​ລັດຄາລິຟໍເນຍ ​ສະຫະລັດ​ອາ​ເມ​ຣິ​ກາ ໂດຍຝ່າຍຈັດການແຂ່ງຂັນຫວັງ​ຈະ​ບັນ​ຈຸ 5 ​ປະ​ເພດກິລາຄື: ​​ກິລາ​ຄຣິກ​ເກັດ, ​ແຟກ​ຟຸດບອນ, ລາ​ຄຣອດ, ສະ​ຄວບ, ​ແລະ ​ເບ​ັດບອນ-​ຊັອບບອນ.

ໃນ​ຈຳນວນ 5 ​ປະ​ເພດກິລາ​ນັ້ນ ມີ 3 ປະ​ເພດທີ່​ບໍ່​ເຄີຍ​ຖືກ​ຈັດ​ບັນ​ຈຸ​ເຂົ້າ​​ແຂ່ງ​ຂັນໃນ​ງານ​ກິລາ​ໂອ​ແ​ລິມປິກ​ມາ​ກ່ອນ​​ຄື ແຟກ​ຟຸດບອນ, ລາ​ຄຣອດ ແລະ  ສະ​ຄວບ, ​ໃນ​ຂະນະ​ທີ່​ ກິລາ ຄຣິກ​ເກັດ ເຄີຍປະກົດ​ພຽງ​ຄັ້ງດຽວ​ໃນ​ການ​ແຂ່ງຂັນ​ໃນ​ປີ 1900 ຫຼື 123 ປີ​ກ່ອນ. ສ່ວນ​ກິ​ລາ ເບ​ັດບອນ ນັ້ນ ຖືກ​​ບັນ​ຈຸ​ເປັນ​ກິ​ລາ​ຊີງຫຼຽນ​ມາ​ແລ້ວ 6 ຄັ້ງ, ​ເປັນກິລາ​ສາທິດ 4 ຄັ້ງ ແລະ ກິລາ ຊັອບບອນ ​ ຖືກ​​ບັນ​ຈຸ​ເປັນ​ກິ​ລາ​ຊີງຫຼຽນ​ 5 ຄັ້ງ ​ຊຶ່ງ​ຂໍ້ສະ​ເໜີ​ຂອງ​ຝ່າຍຈັດການແຂ່ງຂັນ​ຍັງ​ລໍຖ້າ​ການ​ອະນຸມັດ​ຈາກ​ຄະນະ​ກຳມະການ​ໂອ​ແ​ລມປິກ​ສາກົນ (IOC) ກ່ອນ ຊຶ່ງ IOC ຈະມີວາລະການ​ປະ​ຊຸມໃນ ​ເມືອງ​ມຸມ​ໃບ ປະ​ເທດ​ອິນ​ເດຍ ໃນເດືອນນີ້ ໂດຍ​ທີ່​ປະ​ເດັນ​ການ​ບັນ​ຈຸ 5 ​ປະ​ເພດ​ກິ​ລາ ດ​ັ່ງ​ກ່າວຈະຖືກລົງຄະແນນສຽງ​ອີກ​ດ້ວຍ. ທັ້ງ​ນີ້, ສຳ​ນັກ​ຂ່າວ The Los Angeles Times ລາຍງານວ່າມີໂອກາດສູງທີ່​ປະ​ເພດກິລາທັງ​ໝົດຈະ​ໄດ້​ຈັດແຂ່ງຂັນໃນໂອແລມປິກ ເກມ ​ດັ່ງ​ກ່າວ.

ທ່ານ ເຄ​ທີ ຄາ​ເຕີ ປະ​ທານ​ບໍ​ລິ​ຫານຂອງກິລາໂອ​ແລມປິກ ເກມ 2028 ​ໄດ້ກ່າວວ່າ: “ເຮົາມີ​ເ​ຈດ​ຕະ​ນາຈະທ້າທາຍ ແລະ ຄິດຕ່າງກັນໃນການສ້າງ​ໂປ​ຣ​ແກ​ຣມ ກິລາໂອແລມປິກທີ່​ລອດ​ແອນ​ເຈີ​ລິ​ດ, ເຮົາ​ໄດ້​ຍື່ນ​ສະ​ເໜີທີ່​ຊັດ​ເຈນ ​ແລະ ມີ​ຄວາມ​ສົມ​ດູນ​ເພື່ອ​ຊຸກ​ຍູ້​ການ​ແຂ່ງ​ຂັນ​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ບໍ່​ຈຳ​ກັດ.”

ຮຽບຮຽງໂດຍ: ບຸນທະວີ ນະວົງສາ