ເຕະບານ, ເຕັ້ນ ແລະ ຮ້ອງເພງ ນັກຮຽນສາມັນ ລາຍການ ທີນ ຄັບ 2023 ຈະເປີດສາກເສົານີ້
ການແຂ່ງຂັນເຕະບານ ພ້ອມໆກັບການແຂ່ງຂັນ, ຮ້ອງເພງ ແລະ Cover Dance ລາຍການ ທີນ ຄັບ 2023 (Teen Cup 2023) ລະດັບປະຖົມສຶກສາ, ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ຊີງເງິນລາງວັນລວມ 50 ລ້ານກີບ ຈະເປີດສາກແຂ່ງຂັນລະຫວ່າງວັນທີ 14-18 ຕຸລາ 2023 ທີ່ສະໂຮງຮຽນ ບຸນເກີດ ສຶກສາ.
ພິທີຖະແຫຼງຂ່າວກິດຈະກຳດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 10 ຕຸລາ 2023 ທີ່ສະໂຮງຮຽນບຸນເກີດສຶກສາ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະຫວັນຄອນ ຣາຊາມຸນຕຣີ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ທ່ານ ປອ ບຸນເກີດ ສີສຸພັນທອງ ປະທານກຸ່ມການສຶກສາ ບຸນເກີດສຶກສາ ພ້ອມດ້ວຍຄະນະຈັດການແຂ່ງຂັນ, ຜູ້ສະໜັບສະໜູນ, ຄູຝຶກ, ຄູອາຈານ ແລະ ສື່ມວນຊົນຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ປອ ບຸນເກີດ ສີສຸພັນທອງ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ເປັນຄັ້ງທຳອິດທີ່ໄດ້ຈັດຂຶ້ນ ເພື່ອສົ່ງເສີມໃຫ້ເຍົາວະຊົນ-ໄວໜຸ່ມ ໂດຍສະເພາະນັກຮຽນສາມັນສຶກສາ ໄດ້ກ້າສະແດງອອກ ໃນການແຂ່ງຂັນກິລາເຕະບານ ຄຽງຄູ່ກັນກັບການແຂ່ງຂັນສິລະປະ ບໍ່ວ່າຈະເປັນຮ້ອງເພງ ແລະ ໂຄບເວີແດ້ນ. ແນວໃດກໍດີ, ທີ່ຜ່ານມາພວກເຮົາກໍໄດ້ມີການຈັດແຂ່ງຂັນຢ່າງຕໍ່ເນື່ອງທີ່ສະໜາມບານເຕະຫຍ້າທຽມຂອງ ໂຮງຮຽນ ມສ ບຸນເກີດ ຊຶ່ງເຮັດໃຫ້ພວກເຮົາໄດ້ມີປະສົບການ ແລະ ບົດຮຽນ ແລະ ໄດ້ມີການປັບປຸງ ເພື່ອໃຫ້ການຈັດການແຂ່ງຂັນເຕະບານ TEEN CUP 2023 ຄັ້ງນີ້ ໃຫ້ເປັນບົດຮຽນເພື່ອຈັດງານໃນປີຕໍ່ໆໄປ ເລີ່ມຈາກການແຂ່ງຂັນພາຍໃນ, ໃນຕໍ່ໜ້າພວກເຮົາຍັງມີແຜນຈະເປີດລະດັບຊາດ ແລະ ລະດັບສາກົນ. ແນວໃດກໍຕາມ, ຂ້າພະເຈົ້າເຊື່ອວ່າການແຂ່ງຂັນຄັ້ງນີ້ຈະເປັນປະໂຫຍດສູງສຸດໃນການພັດທະນາເດັກນ້ອຍລາວ ກໍຄື ວົງການບານເຕະລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ທ່ານ ປອ ບຸນເກີດ ສີສຸພັນທອງ ກ່າວອີກວ່າ: ລາຍການນີ້ ຈັດແບ່ງເປັນລະດັບປະຖົມ ສຳລັບເງື່ອນໄຂນັກກິລາຈະຕ້ອງມີອາຍຸບໍ່ເກີນ 11 ປີ, ລະດັບ ມ.ຕົ້ນ ອາຍຸບໍ່ເກີນ 14 ປີ ແລະ ລະດັບ ມ.ປາຍ ຕ້ອງມີອາຍຸບໍ່ເກີນ 17 ປີ. ນອກນັ້ນ, ກໍຍັງມີການແຂ່ງຂັນເຕັ້ນ Cover Dance ແລະ ແຂ່ງຂັນຮ້ອງເພງ ອີກດ້ວຍ ເພື່ອຊີງເງິນລາງວັນລວມຫຼາຍກວ່າ 50.000.000 ກີບ ໂດຍການແຂ່ງຂັນເລີ່ມແຕ່ວັນທີ 14-18 ເດືອນຕຸລາ 2023 ເພື່ອໃຫ້ລາຍການນີ້ເປັນເວທີໃຫ້ກັບເຍົາວະຊົນລາວໄດ້ມີການພັດທະນາທັກສະກ້າວໄປສູ່ລະດັບສາກົນ ລວມທັງເປັນການດຶງດູດການທ່ອງທ່ຽວອີກດ້ວຍ ພິເສດໃນວັນທີ 14 ຕຸລາ 2023 ໃນພິທີເປີດຈະມີນັກທຸລະກິດຈາກຫວຽດນາມ ທີ່ເປັນຜູ້ປົກຄອງຂອງນັກຮຽນໃນໂຮງຮຽນພວກເຮົາຈະມາຮ່ວມຊົມ ແລະ ຕິດຕາມນໍາອີກດ້ວຍ.
ໂອກາດດຽວກັນ, ທ່ານ ສະຫວັນຄອນ ຣາຊາມຸນຕຣີ ກໍໄດ້ກ່າວວ່າ: ກ່ອນອື່ນຂໍສະແດງຄວາມຊົມເຊີຍຕໍ່ຄະນະຈັດການແຂ່ງຂັນ ທີ່ເຮັດໃຫ້ການແຂ່ງຂັນເຕະບານເຍົາວະຊົນລາຍການ TEEN CUP 2023 ຊຶ່ງເປັນຄັ້ງທໍາອິດ ທີ່ມີຄວາມໝາຍຄວາມສຳຄັນໃນການປະກອບສ່ວນເຂົ້າໃນການພັດທະນານອກຈາກການສຶກສາແລ້ວ ກໍຍັງໄດ້ສົ່ງກິດຈະກໍາໃນການຫຼິ້ນກິລາ ກໍຄື ການພັດທະນາກິລາລາວ ແນ່ນອນວ່າປີນີ້ຈະເປັນປີທໍາອິດທີ່ສ້າງຂະບວນການໃຫ້ມີຄວາມຟົດຟື້ນ ແລະ ໃຫ້ເຍົາວະຊົນລາວໄດ້ມີການພັດທະນາໄປພ້ອມໆກັນ ສະນັ້ນ ຂໍໃຫ້ສືບຕໍ່ໃນປີຕໍ່ໆໄປ ແລະ ຫວັງຢ່າງຍິ່ງວ່າທາງບໍລິສັດຈະສືບຕໍ່ໃຫ້ການສະໜັບສະໜູນ ເພື່ອໃຫ້ລາຍການນີ້ເກີດຂຶ້ນ ເພື່ອເປັນສ່ວນໜຶ່ງໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.
ລາຍການດັ່ງກ່າວ ໃນ 3 ລະດັບປະຖົມ, ມ.ຕົ້ນ ແລະ ມ.ປາຍ ຍັງໄດ້ມີການກຳນົດທີມເຂົ້າຮ່ວມ ລະດັບລະ 8 ທີມ ຊຶ່ງທາງຝ່າຍຈັດການແຂ່ງຂັນແມ່ນຈະມີການກວດສອບຢ່າງລະອຽດໂດຍສະເພາະກ່ຽວກັບອາຍຸ ແລະ ພ້ອມທັງຈະເຂັ້ມງວດດ້ານເງື່ອນໄຂ ກໍຄື ອາຍຸຂອງນັກກິລາຈະຕ້ອງຖືກຕ້ອງຕາມປີເກີດ ໂດຍຈະມີກອງປະຊຸມເຕັກນິກ ແລະ ຈັບສະຫຼາກແບ່ງສາຍໃນທ້າຍອາທິດນີ້ກ່ອນແຂ່ງຂັນ, ສ່ວນລາຍການນີ້ໄດ້ຮັບການສະໜັບສະໜູນຈາກຜະລິດຕະພັນນໍ້າດື່ມຫົວເສືອ ແລະ ເຄື່ອງດື່ມຣີໄວ ຈາກບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ລັດວິສາຫະກິດ ລາວໂທລະຄົມ ຕະຫຼອດ T-Plus ແລະ M-MONEY.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
