ຢູຟາ ຢືນຢັນ 5 ປະເທດ ຈະເປັນເຈົ້າພາບຮ່ວມຈັດການແຂ່ງຂັນເຕະບານເອີໂຣ 2028
ສະຫະພັນບານເຕະເອີຣົບ (ຢູຟາ) ຢືນຢັນວ່າ 4 ປະເທດຂອງຮາຊະອານາຈັກ ຄື ອັງກິດ, ສະກັອດແລນ, ເວວ ແລະ ອຽກລັງເໜືອ. ບວກກັບອຽກລັງທັງໝົດ 5 ປະເທດຈະເປັນເຈົ້າພາບຮ່ວມ ໃນການຈັດແຂ່ງຂັນເຕະບານ ເອີໂຣ 2028, ສ່ວນອີຕາລີ ແລະ ຕວກກີ ຈະເປັນເຈົ້າພາບຮ່ວມ ໃນ ເອີໂຣ 2032.
ກ່ອນໜ້ານີ້, ສຳລັບ ການຈັດແຂ່ງຂັນເຕະບານ ເອີໂຣ 2028 ມີການຍື່ນຂໍ້ສະເໜີຈາກອີຕາລີ, ຕວກກີ ແລະ ຣັດເຊຍ, ແຕ່ອີຕາລີໄດ້ຖອນຕົວໃນເດືອນກຸມພາ 2022, ໃນຂະນະທີ່ ຕວກກີໄດ້ຖອນອອກແຕ່ວັນທີ 4 ຕຸລາ 2023 ຜ່ານມາ. ສ່ວນການສະເໜີຂອງຣັດເຊຍນັ້ນບໍ່ຜ່ານການອະນຸມັດຈາກຢູຟາ
ສ່ວນໃນກໍລະນີຂອງອີຕາລີ ແລະ ຕວກກີ ທັງສອງປະເທດນີ້ໃນເບື້ອງຕົ້ນໄດ້ຍື່ນສະເໜີແຍກຕ່າງຫາກເພື່ອຊີງສິດທິ ໃນການຈັດແຂ່ງຂັນເຕະບານ ເອີໂຣ 2032 ແຕ່ສຸດທ້າຍກໍສາມາດຂໍ້ຕົກລົງຮ່ວມມື ແລະ ທັງສອງໄດ້ຖືກ ໃນການຈັດແຂ່ງຂັນເຕະບານ ເອີໂຣ 2032 ຮຽບຮ້ອຍແລ້ວເຊັ່ນກັນ.
ສໍາລັບລາຍລະອຽດອື່ນໆຂອງ ໃນການຈັດແຂ່ງຂັນເຕະບານ ເອີໂຣ 2028 ອີງຕາມ ສຳນັກຂ່າວ BBC News ລາຍງານວ່າ ສະໝາມກິລາ ປຣິນຊີ ປາລີຕີ ໃນນະຄອນຄານດິບ ປະເທດເວວ ຈະເປັນເຈົ້າພາບການເປີດການແຂ່ງຂັນ, ໃນຂະນະທີ່ສະໝາມກິລາ ເວມບລີ ນະຄອນຫຼວງລອນດອນ, ປະເທດອັງກິດ ຈະເປັນສະຖານທີ່ສໍາລັບການແຂ່ງຂັນຮອບຊີງຊະນະເລີດ
ນອກຈາກນີ້, ການແຂ່ງຂັນແມ່ນໄດ້ຮັບການກຳນົດໄວ້ໃຫ້ແຂ່ງຂັນທັງໝົດ 10 ສະໜາມ ຊຶ່ງນອກຈາກ 2 ສະໜາມໃນການ ແຂ່ງຂັນເປີດ ແລະ ນັດຊິງຊະນະເລີດແລ້ວ ຍັງມີ ແຮມເດັນ ພາກ ໃນສະກັອດແລນ, ສະໝາມກິລາ ອາວີວາ ໃນ ອຽກລັງ ແລະ ຍັງມີບາງສະໜາມກິລາທີ່ກໍາລັງກໍ່ສ້າງ.
ແນວໃດກໍຕາມ, 5 ປະເທດທີ່ເປັນເຈົ້າພາບຮ່ວມຍັງບໍ່ທັນໄດ້ຮັບການຢືນຢັນສິດເຂົ້າຮອບສຸດທ້າຍໂດຍອັດຕະໂນມັດ. ທັງນີ້, ກໍ ຍ້ອນວ່າຂໍ້ແນະນຳຂອງ ຢູຟາ ລະບຸວ່າ ອາດຈະບໍ່ໃຫ້ສິດກັບທຸກທີມ ໃນກໍລະນີທີ່ເປັນເຈົ້າພາບຮ່ວມຫຼາຍກວ່າ 2 ປະເທດຕ້ອງລໍຖ້າ ຜົນການຕັດສິນຮ່ວມກັນຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ອ້າງອີງຜົນການແຂ່ງຂັນໃນຮອບຄັດເລືອກອີກດ້ວຍ.