Skip to main content

ເຊເນການ ແຊ໋ມເກົ່າ ຮ່ວມກຸ່ມ ກາເມີຣູນ ເຕະບານ ອາຟຣິກາ ຄັບ ອັອບ ເນຊັນ 2023 ຮອບສຸດທ້າຍ

ການແຂ່ງຂັນເຕະບານຊາຍ ຊີງແຊ໋ມທະວີບອາຟຣິກາ ຫຼື “Africa Cup of Nations 2023” ຮອບສຸດທ້າຍ ທີ່ປະເທດກົດດີວົວ (ໄອໂວຣີໂຄ໊ດ) ເປັນເຈົ້າພາບ ໄດ້ມີພິທີຈັບສະຫຼາກຮອບແບ່ງກຸ່ມເປັນທີ່ຮຽບຮ້ອຍ ໂດຍແຊ໋ມເກົ່າ ທີມຊາດເຊເນການ ຢູ່ກຸ່ມ C ຮ່ວມກັບ ກາເມີຣູນ ແຊ໋ມ 5 ສະໄໝ ອັນດັບສາມຄັ້ງຜ່ານມາ ລວມທັງ ສາທາລະນະລັດກີນີ ແລະ ກຳບີ (ແກມເບຍ).

ຂະນະທີ່ ເຈົ້າພາບ ກົດດີວົວ (ໄອໂວຣີໂຄ໊ດ) ຢູ່ກຸ່ມ A ຮ່ວມກັບ ໄນຈີເຣຍ (ນີເຊຣີ) ແຊ໋ມ 3 ສະໄໝ, ເອກົວໂທຣຽວ ກີນີ ແລະ ກີນີ ບິດເຊົາ. ສ່ວນ ທີມຊາດເອຢິບ ແຊ໋ມສູງສຸດ 7 ສະໄໝ ຮອງແຊ໋ມຄັ້ງຜ່ານມາ ຢູ່ກຸ່ມ B ຮ່ວມກັບ ການາ ແຊ໋ມ 4 ສະໄໝ, ແຄັບເວີດ (ກັບແວ) ແລະ ໂມຊຳບິກ.

ກຸ່ມ D ມີ : ແອວຈີເຣຍ (ອານເຊຣີ), ບູກີນາ ຟາໂຊ, ເມົາຣີຕານີ ແລະ ອັງໂກລາ; ກຸ່ມ E ມີ ຕູນີເຊຍ (ຕູນີຊີ), ມາລີ, ອາຟຣິກາໃຕ້ ແລະ ນາມີບີ; ກຸ່ມ F ໂມຣັອກໂຄ (ມາຣົກ), ສາທາລະນະລັດ ປະຊາທິປະໄຕ ກົງໂກ, ແຊມເບຍ (ຊຳບີ) ແລະ ທານຊາເນຍ (ທານຊານີ).

ຮອບສຸດທ້າຍມີທັງໝົດ 24 ທີມຜ່ານການຄັດເລືອກ ແບ່ງເປັນ 6 ກຸ່ມລະ 4 ທີມ, ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1, ທີ 2 ຂອງແຕ່ລະກຸ່ມ ບວກກັບ ທີ 3 ດີສຸດ 4 ທີມຈາກ 6 ກຸ່ມ ເຂົ້າຮອບ 16 ທີມສຸດທ້າຍຕໍ່ໄປ ໂດຍຈະແຂ່ງຂັນໃນລະຫວ່າງວັນທີ 13 ມັງກອນ ຫາວັນທີ 11 ກຸມພາ 2024. ການແຂ່ງຂັນຄັ້ງນີ້ ເປັນຄັ້ງທີສອງ ທີ່ກົດດີວົວ ໄດ້ຮັບກຽດເປັນເຈົ້າພາບ ຕໍ່ຈາກປີ 1984 ໂດຍເຈົ້າພາບຈັດ 6 ສະໜາມໃນ 5 ເມືອງ ຮອງຮັບການແຂ່ງຂັນ.

Photo: Lions Indomptables Officiel, TotalEnergies Africa Cup of Nations