ປກສ ນວ ກຳນົດແລ້ວ ເສັ້ນທາງສັນຈອນ ແລະ ບ່ອນຈອດລົດ ງານບຸນຊ່ວງເຮືອທ່າວັດຈັນ 2023
14/10/2023
ງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ ພສ 2566 (ຄສ 2023) ກອງບັນຊາການປ້ອງກັນຄວາມສະຫງົບ ຫຼື ປກສ ນະຄອນຫຼວງວຽງຈັນ ອອກແຈ້ງການ ການກໍານົດເສັ້ນທາງສັນຈອນ ແລະ ບ່ອນຈອດລົດປະເພດຕ່າງໆ (ບັນດາລົດທີ່ມາແຕ່ລະທິດ) ໃຫ້ປະຕິບັດຄືດັ່ງນີ້:
1. ມາຈາກທິດເໜືອ ມີຈຸດປະສົງມາທ່ຽວງານບຸນຊ່ວງເຮືອ ແມ່ນອະນຸຍາດໃຫ້ເຂົ້າຈອດສະຖານທີ່ຈອດລົດ ທີ່ອະນຸກໍາມະການອະນຸຍາດ ຫຼື ຈອດຕາມແຄມຖະໜົນສຸພານຸວົງ ແລະ ທາງຮ່ອມອື່ນໆ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພາຫະນະອື່ນ;
2. ມາຈາກທິດໃຕ້ ອະນຸຍາດໃຫ້ຈອດລົດຢູ່ສະຖານທີ່ຈອດລົດຂອງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງ ແລະ ທາງຮ່ອມໂຮງຮຽນ ມສ ເພຍວັດ ຫຼື ຈອດຕາມແຄມທາງຮ່ອມອື່ນໆ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພາຫະນະອື່ນ;
3. ມາຈາກຖະໜົນ 13 ໃຕ້ ອະນຸຍາດໃຫ້ຈອດຕາມສະຖານທີ່ຈອດລົດຕໍ່ໜ້າສະໜາມກິລາເຈົ້າອານຸວົງ, ຫໍວັດທະນະທໍາ, ຕາມແຄມທາງຮ່ອມອື່ນໆທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພາຫະນະອື່ນ;
4. ບັນດາລົດເກັງ, ລົດກະບະ, ລົດຕຸກໆ,ຈໍາໂບ້ໃຫ້ຈອດຕາມສະຖານທີ່ຈອດລົດທີ່ອະນຸກໍາມະການຈັດງານໄດ້ກໍານົດ ແລະ ປະຕິບັດຕາມການແນະນໍາຂອງເຈົ້າຫນ້າທີ່ຕໍາຫຼວດຈະລາຈອນທີ່ກໍາລັງປະຕິບັດໜ້າທີ່ຢູ່ແຕ່ລະຈຸດ, ຕາມປ້ອມຕ່າງໆ;
5. ບັນດາລົດຈັກ, ລົດຖີບ ອະນຸຍາດໃຫ້ຈອດຕາມສະຖານທີ່ຈອດລົດທີ່ອະນຸກໍາມະການຈັດງານໄດ້ກໍານົດໄວ້;
6. ຜູ້ນໍາໃຊ້ຍານພາຫະນະ ທີ່ບໍ່ມີຈຸດປະສົງມາທ່ຽວງານບຸນຊ່ວງເຮືອ ແຕ່ຕ້ອງນໍາໃຊ້ຖະໜົນຕ່າງໆໃຫ້ປະຕິບັດດັ່ງນີ້ :
– ມາຈາກຖະໜົນ 13 ເໜືອ ມີຈຸດປະສົງໄປຖະໜົນ 13 ໃຕ້ ແລະ ຖະໜົນທ່າເດື່ອ ໃຫ້ນໍາໃຊ້ຖະໜົນອາຊຽນ, ຖະໜົນໜອງບຶກ ແລະ ຖະໜົນດົງໂດກ;
– ມາຈາກຖະໜົນ 13 ໃຕ້ ແລະ ຖະໜົນເລກ 10 ມີຈຸດປະສົງໄປຖະໜົນ 13 ເໜືອ ໃຫ້ນໍາໃຊ້ຖະໜົນ 450 ປີ, ຖະໜົນກໍາແພງເມືອງ ແລະ ຖະໜົນມິດຕະພາບ;
7. ຫ້າມພາຫະນະທຸກປະເພດນໍາໃຊ້ຖະໜົນເຈົ້າຟ້າງຸ່ມ (ແຄມຂອງ) ແຕ່ສາມແຍກຄຣີນິກສາກົນ ເຖິງສາມແຍກປາກປ່າສັກ ເລີ່ມແຕ່ວັນທີ 27-30 ຕຸລາ 2023, ສະເພາະພາຫະນະ ທີ່ມີຈຸດປະສົງນໍາເອົາສິນຄ້າເຂົ້າໄປຂາຍໃນງານບຸນແມ່ນອະນຸຍາດໃຫ້ເຂົ້າ ແຕ່ເວລາ 05:08 ໂມງເຊົ້າເທົ່ານັ້ນ, ເມື່ອເອົາສິນຄ້າລົງແລ້ວໃຫ້ເອົາລົດອອກໄປຈອດຢູ່ບ່ອນອື່ນ ເພື່ອບໍ່ໃຫ້ກີດຂວາງການສັນຈອນໃນງານບຸນ.
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



