ສຶກສາ-ກິລາ ນວ ແຂ່ງຂັນກິລາເປຕັງ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຢ່າງຟົດຟື້ນ
16/10/2023
ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ສຶກສາ-ກິລາ ນວ) ຮ່ວມກັບຫ້ອງການສຶກສາທິການ ແລະ ກິລາ 9 ເມືອງ, ຂະແໜງການ, ໂຮງຮຽນຂຶ້ນກັບ ແລະ ສະມາຄົມໂຮງຮຽນພາກເອກະຊົນ ຈັດການແຂ່ງຂັນກິລາເປຕັງ ປະສົມຊາຍ 2, ຍິງ 1 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ເມື່ອອາທິດຜ່ານມາ ທີ່ເດີ່ນເປຕັງໃນຮົ່ມ ບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ມີຄະນະພະແນກ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 9 ເມືອງ, ຂະແໜງການ, ສະມາຄົມໂຮງຮຽນພາກເອກະຊົນ ແລະ ບັນດານັກກິລາທີ່ມາຈາກພາກສ່ວນຕ່າງໆຢ່າງພ້ອມພຽງ.
ການແຂ່ງກິລາເປຕັງໃນຄັ້ງນີ້ ກໍເພື່ອສະເຫຼີມສະຫຼອງຕ້ອນຮັບວັນຄູແຫ່ງຊາດ ຄົບຮອບ 29 ປີ ໃຫ້ມີບັນຍາກາດອັນເບີກບານມ່ວນຊື່ນ ແລະ ເພື່ອສ້າງຄວາມສາມັກຄີລະຫວ່າງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຫ້ອງການສຶກສາທິການ ແລະ ກິລາ 9 ເມືອງ, ໂຮງຮຽນຂຶ້ນກັບ ແລະ ບັນດາພາກສ່ວນອື່ນໆທີ່ຢູ່ໃນຂະແໜງການສຶກສາເພື່ອປະຕິບັດຕາມແຜນກິດຈະກຳທີ່ວາງໄວໃຫ້ປະສົບຜົນສຳເລັດຮ່ວມກັນ ຊຶ່ງການແຂ່ງຂັນກິລາໃນຄັ້ງນີ້ ມີ 36 ທີມເຂົ້າຮ່ວມການແຂ່ງຂັນແມ່ນແບ່ງອອກເປັນ 2 ສາຍ, ແຕ່ລະສາຍແບ່ງອອກເປັນ 18 ທີມ, ກຳນົດເອົາ 11 ຄະແນນ, ເສຍຄັດອອກໃນຮອບຕໍ່ໄປ.
ຜ່ານການແຂ່ງຂັນຜົນປະກົດວ່າ: ຊະນະເລີດ ສະມາຄົມໂຮງຮຽນພາກເອກະຊົນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 6 ແສນກີບ, ອັນດັບທີ 2 ຫ້ອງການສຶກສາທິການ ແລະ ກິລາ ເມືອງນາຊາຍທອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 5 ແສນກີບ, ອັນດັບທີ 3 ຂະແໜງບໍລິຫານ-ການເງິນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 3 ແສນກີບ ແລະ ລາງວັນຊົມເຊີຍ 2 ແສນກີບ ໄດ້ແກ່ຫ້ອງການສຶກສາທິການ ແລະ ກິລາ ເມືອງສີສັດຕະນາກ.
ໂດຍ: ສີວອນ (ສຶກສາ-ກິລາ ນວ)
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
