Skip to main content

ແອັດສະປາຍ, ສະກັອດແລນ ແລະ ຕວກກີ ຜ່ານຂົ້າສູ່ຮອບສຸດທ້າຍ ເຕະບານເອີໂຣ 2024

ການແຂ່ງຂັນບານຊີງແຊ໋ມແຫ່ງຊາດເອີຣົບ 2024 ຫຼື ເອີໂຣ 2024 ຮອບຄັດເລືອກ ກຸ່ມ A ນັດຫຼ້າສຸດ ທີມຊາດແອັດສະປາຍ ບຸກຊະນະ ທີມຊາດນອກແວ 1-0 ຈາກປະຕູໄຊຂອງ ກາບີ ກອງກາງດາວເດັ່ນຈາກ ບາເຊໂລນາ ໃນນາທີ 49. ໄຊຊະນະ ນັດນີ້ ເຮັດໃຫ້ ແອັດສະປາຍ ແລະ ສະກັອດແລນ ເຂົ້າຮອບສຸດທ້າຍທັນທີ ໂດຍມີ 15 ຄະແນນເທົ່າກັນຈາກ 6 ນັດ ຫ່າງຈາກອັນດັບ 3 ທີມຊາດນອກແວ 5 ຄະແນນ, ຊຶ່ງ ນອກແວ ເຫຼືອການແຂ່ງຂັນພຽງນັດດຽວ.
ຂະນະທີ່ ທີມຊາດ ຕວກກີ ນັດຫຼ້າສຸດໃນກຸ່ມ D ເປີດບ້ານຊະນະ ລັດວີ 4-0 ມີ 16 ຄະແນນຈາກ 7 ນັດ ເຂົ້າຮອບສຸດທ້າຍເປັນຄັ້ງທີ 5.

ຮຽບຮຽງໂດຍ: ບຸນທະວີ ນະວົງສາ